ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບສັດປ່າຫວງຫ້າມ “ໂຄ່ງລາວ 2 ໂຕ ແລະ ເຫງັນ 1 ໂຕ” ທີ່ອາຍັດຈາກປະຊາຊົນ ໃຫ້ມູນລະນິທິອານຸລັກສັດປ່າ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ44 ຄັ້ງ
ມອບສັດປ່າຫວງຫ້າມ “ໂຄ່ງລາວ 2 ໂຕ ແລະ ເຫງັນ 1 ໂຕ” ທີ່ອາຍັດຈາກປະຊາຊົນ ໃຫ້ມູນລະນິທິອານຸລັກສັດປ່າ
ADadvertisement
ADadvertisement
ADadvertisement

ວັນທີ 1 ຕຸລາ 2026 ທີ່ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຄໍາເກີດ ແຂວງບໍລິຄໍາໄຊ, ໄດ້ຈັດພິທີມອບ-ຮັບສັດປ່າຫວງຫ້າມ ທີ່ຂື້ນບັນຊີປະເພດ I ໃຫ້ມູນລະນິທິອານຸລັກສັດປ່າ, ໂດຍການເຂົ້າຮ່ວມ ທ່ານ ພຸດທະສອນ ພະຄຸນທອງ ຮອງກຸ່ມວຽກສືບສວນ-ສອບສວນ ແລະ ວິໄຈຄະດີ ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ແກ້ວ ອຸ່ນ ເພັງວົງ ຮອງໜ່ວຍງານກວດກາຊັບພະຍາ ກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຄໍາເກີດ.

ການມອບ-ຮັບໃນຄັ້ງນີ້ແມ່ນ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ສົມທົບກັບກອງກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໂດຍແມ່ນ ໜ່ວຍງານກວດກາຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຄໍາເກີດ ໄດ້ອາຍັດສັດປ່າຫວງຫ້າມ ທີ່ຂຶ້ນບັນຊີປະເພດ I, ມາຈາກເຮືອນ ທ້າວ ສອນແກ້ວ ບ້ານໂພນແພງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລ້ວໄດ້ມອບຕໍ່ໃຫ້ມູນລະນິທິອານຸລັກສັດປ່າໃນລາວ (LCTW) ບ້ານນາໝາກ ເມືອງທຸລະຄົມ ແຂວງວຽງຈັນ ມີລາຍລະອຽດຄື:
1. ໂຄ່ງລາວ 2 ໂຕ ນໍ້າໜັກ 10.5 ກິໂລກຣາມ
2. ເຫງັນ 1 ໂຕ ນໍ້າໜັກ 1.2 ກິໂລກຣາມ

ທ່ານ ແກ້ວ ອຸ່ນ ເພັງວົງ ຕາງໜ້າມູນລະນິທິອານຸລັກສັດປ່າໃນລາວ ໄດ້ຮ່ວມກັນເຊັນບົດບັນທຶກ ການມອບ-ຮັບສັດປາຫວງຫ້າມ ດັ່ງກ່າວ ເພື່ອຈະໄດ້ເອົາສັດປ່າທັງສອງໂຕໄປມູນລະນິທິອານຸລັກສັດປ່າໃນລາວ ແລະ ຈະປ່ອຍຄືນສູ່ທໍາມະຊາດໃນຕໍ່ໜ້າ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່