MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງໜອງບົກ ແຂວງຄຳມ່ວນ ຈັບຕົວພໍ່ຄ້າຢາເສບຕິດ ພ້ອມຂອງກາງ 100,000 ເມັດ

ປກສ ເມືອງໜອງບົກ ແຂວງຄຳມ່ວນ ຈັບຕົວພໍ່ຄ້າຢາເສບຕິດ ພ້ອມຂອງກາງ 100,000 ເມັດ

kaling
ເຜີຍແຜ່: 2 ຕຸລາ 2026, 14:59
ປັບປຸງຫຼ້າສຸດ: 2 ຕຸລາ 2026, 14:59
Copy of pele - 2026-10-02T140254.956

ທ່ານ ພັທ ພອນວິໄລ ສຸດຈັນທະລາ ຫົວໜ້າກອງບັນຊາການ ປກສ ເມືອງໜອງບົກ ແຂວງຄຳມ່ວນ, ໄດ້ຖະແຫລງຕໍ່ສື່ມວນຊົນ ປກສ ແຂວງຄຳມ່ວນໃນວັນທີ 01 ຕຸລາ 2026 ວ່າ: ເດືອນກັນຍາ 2026 ຜ່ານມານີ້, ສາມາດມ້າງໄດ້ສອງລາຍຄະດີຄື:

– ລາຍທີ 1: ວັນທີ 4 ກັນຍາ 2026 ເວລາ 14:00 ໂມງ ທາງເຈົ້າໜ້າທີ່ວິຊາສະເພາະສາມາດກັກຕົວເປົ້າໝາຍ ຊື້-ຂາຍຢາເສບຕິດ ໄດ້ 1 ຄົນ ຊື່ ທ້າວ ພັນມະຫາ ວົງພັກດີ ອາຍຸ 34 ປີ, ເປັນປະຊາຊົນຢູ່ບ້ານ ຜາຊ້າງ, ເມືອງ ຄູນຄໍາ, ແຂວງ ຄໍາມ່ວນ ພ້ອມຂອງກາງຢາບ້າ ຈຳນວນ 8,000 ເມັດ ຢູ່ເຮືອນພັກແຫ່ງໜຶ່ງ ຂອບເຂດເທດສະບານເມືອງໜອງບົກ

ຜ່ານການສືບສວນຂະຫາຍຜົນຫາຜູ້ຮ່ວມຂະບວນການ, ຮອດເວລາ 17:00 ໂມງ ເຈົ້າໜ້າທີ່ວິຊາສະເພາະສາມາດກັກຕົວເປົ້າໝາຍໄດ້ອີກ 2 ຄົນ ຊື່ ທ້າວ ປານີ ວິໄລພັນ ອາຍຸ 31 ປີ ປະຊາຊົນຢູ່ບ້ານ ຜາຊ້າງ, ເມືອງ ຄູນຄໍາ, ແຂວງ ຄໍາມ່ວນ ແລະ ທ້າວ ໂຕນີພົມມະຫາລາດ ອາຍຸ 30 ປີ, ຢູ່ບ້ານ ນາລຽງ, ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ພ້ອມຂອງກາງຢາບ້າ 8,000 ເມັດ ແລະ ພວກກ່ຽວກໍ່ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ່າວ່າຢາບ້າຈຳນວນດັ່ງກ່າວແມ່ນເປັນຂອງພອກກ່ຽວແທ້ ແລະ ໄດ້ແບ່ງກັນເພື່ອຈະໄປຈຳໜ່າຍ ແຕ່ຖືກເຈົ້າໜ້າທີ່ເຂົ້າກັກຕົວມາດຳເນີນຄະດີ.

– ລາຍທີ 2 : ໃນວັນທີ 20 ກັນຍາ 2026 ເຈົ້າໜ້າທີ່ພະແນກຕໍາຫລວດໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໜອງບົກ, ແຂວງຄໍາມ່ວນ. ສາມາດກັກຕົວກຸ່ມຄົນທີ່ຕັອງສົງໄສ ຊື້-ຂາຍຢາເສບຕິດໄດ້ 2 ຄົນ ຊື່ ທ້າວ ເພັດສະໝອນ ແສງດາລາ ອາຍຸ 41 ປີ ປະຊາຊົນບ້ານດົງດອກໄມ້ ເມືອງໄຊພູທອງ ແຂວງສະຫວັນນະເຂດ ແລະ ທ້າວ ສົມສະໜຸກ ຈັນທະວົງ ອາຍຸ 39 ປີ ປະຊາຊົນຢູ່ບ້ານນາບອນ ເມືອງປາກກະດິງ ແຂວງບໍລິຄໍາໄຊ. ພ້ອມຂອງກາງ ຢາຢາບ້າ ຈຳນວນ 84,000 ເມັດ, ຊຸກເຊື່ອງໄວ້ໃນລົດຈິບ ສີເທົາ.

ປັດຈຸບັນ ຕໍ່ກັບ 2 ລາຍຄະດີດັ່ງກ່າວ, ທາງເຈົ້າໜ້າທີ່ຈະໄດ້ສືບຕໍ່ດໍາເນີນການສືບສວນ-ສອນສວນ ດໍາເນີນຄະດີຕໍ່ພວກກ່ຽວຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ທີ່ມາ: ປກສ ແຂວງຄໍາມ່ວນ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ