ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນ້ຳມັນກາຊວນໃນເອີຣົບແພງທຳລາຍສະຖິຕິໃໝ່ຫລັງທຣຳຂູ່ຈະງົດການສົ່ງອອກ ກົດດັນໃຫ້ EU ປ່ອຍນ້ຳມັນສຳຮອງ.

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ48 ຄັ້ງ
ນ້ຳມັນກາຊວນໃນເອີຣົບແພງທຳລາຍສະຖິຕິໃໝ່ຫລັງທຣຳຂູ່ຈະງົດການສົ່ງອອກ ກົດດັນໃຫ້ EU ປ່ອຍນ້ຳມັນສຳຮອງ.
ADadvertisement
ADadvertisement
ADadvertisement

ຂະນະນີ້ ປະເທດສະມາຊິກສະຫະພາບເອີຣົບ ຫຼື EU ຈຳນວນ 12 ປະເທດ ກຳລັງປະເຊີນກັບລາຄານ້ຳມັນກາຊວນທີ່ສູງສຸດເປັນປະຫວັດການ. ໃນບາງປະເທດ ລາຄາໄດ້ພຸ່ງສູງກວ່າ 2.50 ເອີໂຣຕໍ່ລິດແລ້ວ. ຂະນະທີ່ກ່ອນເກີດສົງຄາມໃນຕາເວັນອອກກາງ ລາຄານ້ຳມັນກາຊວນຢູ່ທີ່ປະມານ 1.59€ ເອີໂຣຕໍ່ລິດເທົ່ານັ້ນ.

ນ້ຳມັນກາຊວນໃນເອີຣົບແພງທຳລາຍສະຖິຕິໃໝ່ຫລັງທຣຳຂູ່ຈະງົດການສົ່ງອອກ ກົດດັນໃຫ້ EU ປ່ອຍນ້ຳມັນສຳຮອງ.

ນອກຈາກສົງຄາມທີ່ເຮັດໃຫ້ຂະບວນການສະໜອງຕິດຂັດແລ້ວ ອີກປັດໄຈສຳຄັນຄື ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ໄດ້ອອກມາຂູ່ວ່າຈະລະງັບການສົ່ງອອກນ້ຳມັນກາຊວນໄປຍັງເອີຣົບ ເພາະຕ້ອງການກົດດັນໃຫ້ເອີຣົບນຳນ້ຳມັນສຳຮອງອອກມາໃຊ້ ເພື່ອຫຼຸດຄວາມຕຶງຕຽດຂອງລາຄາ ແລະ ສະຖານະການ.

ລາຄານ້ຳມັນກາຊວນໃນ 12 ປະເທດ EU ເຮັດສະຖິຕິໃໝ່

ADadvertisement
ADadvertisement
ADadvertisement
ນ້ຳມັນກາຊວນໃນເອີຣົບແພງທຳລາຍສະຖິຕິໃໝ່ຫລັງທຣຳຂູ່ຈະງົດການສົ່ງອອກ ກົດດັນໃຫ້ EU ປ່ອຍນ້ຳມັນສຳຮອງ. · ຮູບທີ 2

ຂໍ້ມູນລ່າສຸດຈາກ ຄະນະກຳມາທິການເອີຣົບ ລະບຸວ່າ ລາຄານ້ຳມັນກາຊວນ ເຊິ່ງເປັນນ້ຳມັນຫຼັກສຳລັບການຂົນສົ່ງສິນຄ້າທາງຖະໜົນ ແລະ ເຄື່ອງຈັກໃນຂະແໜງກະສິກຳ ໄດ້ພຸ່ງເກີນ €/ເອີໂຣຕໍ່ລິດ. ໃນ ເດນມາກ, ເນເທີແລນ ແລະ ຟິນແລນ.

ສຳລັບອົດສະຕາລີ ລາຄາເພີ່ມຂຶ້ນ 7 ເຊັນ ເປັນ 2.35 €/ເອີໂຣຕໍ່ລິດ.. ສ່ວນ ຝຣັ່ງ ລາຄາກາຊວນສະເລ່ຍຢູ່ທີ່ 2.37 €/ເອີໂຣຕໍ່ລິດ. ຕົວເລກຂອງຝຣັ່ງບໍ່ລວມດິນແດນໂພ້ນທະເລ ແລະ ເກາະຄໍຊິກາ ແລະ ລາຄາຫຼຸດລົງເລັກນ້ອຍຈາກອາທິດກ່ອນ.

ໂດຍລວມແລ້ວ ລາຄາກາຊວນສະເລ່ຍທົ່ວ EU ເພີ່ມຂຶ້ນປະມານ 1 ເຊັນຕໍ່ລິດໃນອາທິດຜ່ານມາ. ຕົວເລກລ່າສຸດຂອງ EU ຢູ່ປະມານ 2.24 €/ເອີໂຣຕໍ່ລິດ.. 

ຕົວເລກເຫຼົ່ານີ້ມາຈາກ Weekly Oil Bulletin ຂອງຄະນະກຳມາທິການເອີຣົບ ເຊິ່ງເປັນລາຍງານລາຄານ້ຳມັນປະຈຳອາທິດຂອງປະເທດສະມາຊິກ EU. ລາຄາໃນລາຍງານ ລວມພາສີ ທີ່ແຕກຕ່າງກັນໄປແຕ່ລະປະເທດ ແລະ ພາສີເຫຼົ່ານີ້ຄິດເປັນສະເລ່ຍປະມານ 40% ຂອງລາຄານ້ຳມັນໜ້າປ້ຳ ໃນ EU. 

ແຕ່ຕົວເລກນີ້ ຍັງບໍ່ໄດ້ລວມມາດຕະການຊ່ວຍເຫຼືອສະເພາະກຸ່ມ ເຊັ່ນ ເງິນອຸດໜູນສຳລັບຜູ້ຂັບລົດທີ່ໃຊ້ລົດເດີນທາງໄລຍະທາງສູງໃນຝຣັ່ງ. 

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່