
ລະບົບຕາຂ່າຍໄຟຟ້າ 4 ເມືອງໃນ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຈາກພາຍຸ
K
ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:54

ຕອນເຊົ້າ ຂອງວັນທີ 03 ຕຸລາ 2026 ໄດ້ມີພາຍຸເຂົ້າ ເກີດມີຟ້າລົມຝົນຕົກແຮງສົ່ງຜົນກະທົບຕໍ່ລະບົບໄຟຟ້າ,ເຮັດໃຫ້ລະບົບຕ່າຂາຍໄຟຟ້າ ພາກແຮງກາງ ແລະແຮງຕໍ່າເປ່ເພ, ເສົາໄຟຟ້າຫັກ ຢູ່ບ້ານຊຽງດາ ໄປຮອດ ຈຸດວຽງຈັນ ໂລຈິດຕິກ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຈຳນວນ 43 ຈຸດ ແລະ ຍັງບໍ່ສາມາດຈ່າຍໄຟອອກໃຫ້ພໍ່ແມ່ປະຊາຊົນຜູ້ຊົມໃຊ້ຢູ່ບ້ານ ນາຄວາຍໃຕ້ ຄຸ້ມ ວັດໂພງອຍ ປະມານ 70 ກວ່າຄອບຄົວ.

ເຂດເມືອງສີໂຄດຕະບອງ ປ້າຍໂຄສະນາລົ້ມທັບສາຍ 22 ກິໂລໂວນ ບ້ານໜອງແຕ່ງ, ຕົ້ນໄມ້ຫັກທັບສາຍໄຟເຂດບ້ານ ວຽງຄຳ, ເມືອງສີສັດຕະນາກ ຕົ້ນໄມ້ຫັກທັບສາຍໄຟເຂດບ້ານສີເມືອງ ແລະ ເມືອງຈັນທະບູລີ ສາຍໄຟ 22 ກິໂລໂວນ ຂາດ ຢູ່ເຂດບ້ານໜອງທາ.

ທີ່ມາ: ໄຟຟ້ານະຄອນຫຼວງສາຂາ 1
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/17790
‹ ກັບໄປໝວດຂ່າວພາຍໃນ
ອ່ານຕໍ່













