ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມອບຜູ້ຖືກຫາຊາວຈີນ ກັບຄືນປະເທດ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ42 ຄັ້ງ
ມອບຜູ້ຖືກຫາຊາວຈີນ ກັບຄືນປະເທດ
ADadvertisement
ADadvertisement
ADadvertisement

ໃນວັນທີ 1 ຕຸລາ 2026, ຢູ່ທີ່ດ່ານສາກົນບໍ່ເຕ່ນ (ສປປ ລາວ) – ບໍ່ຫ່ານ (ສປ ຈີນ) ໄດ້ມີພິທີມອບ-ຮັບ ຜູ້ຖືກຫາສັນຊາດຈີນ ທີ່ກະທຳຜິດກົດໝາຍ ຂອງ ສປປລາວ ລະຫວ່າງ ກອງບັນຊາການ ປກສ ແຂວງບໍ່ແກ້ວ (ສປປ ລາວ) ແລະ ເຈົ້າໜ້າທີ່ວິຊາສະເພາະ ສປ ຈີນ ເພື່ອນໍາສົ່ງຕົວໄປດໍາເນີນຄະດີຕາມຂັ້ນຕອນກົດໝາຍ.

ມອບຜູ້ຖືກຫາຊາວຈີນ ກັບຄືນປະເທດ

ຕາງໜ້າຝ່າຍລາວມີ ທ່ານ ພັຕ ສີສະຫວັດ ໄຊຍະແສງ ຮອງພະແນກຄຸ້ມຄອງຄົນຕ່າງປະເທດ, ທ່ານ ພັຕ ພອນສັກ ສີສະຫວັດ ຮອງພະແນກຕຳຫຼວດປ້ອງກັນເສດຖະກິດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ມອບຜູ້ຖືກຫາຊາວຈີນ ກັບຄືນປະເທດ · ຮູບທີ 2

ຜູ້ຖືກຫາສັນຊາດຈີນທີ່ຖືກສົ່ງຕົວໃນຄັ້ງນີ້ ມີຈໍານວນທັງໝົດ 118 ຄົນ, ຍິງ 02 ຄົນ ໃນນັ້ນມີ: ຜູ້ຖືກຫາຄະດີກໍ່ອາຊະຍາກຳທາງອິນເຕີເນັດ ຈໍານວນ 113 ຄົນ, ຍິງ 02 ຄົນ; ຂໍ້ຫາເຂົ້າເມືອງຜິດກົດໝາຍຈຳນວນ 05 ຄົນ.

ADadvertisement
ADadvertisement
ADadvertisement
ມອບຜູ້ຖືກຫາຊາວຈີນ ກັບຄືນປະເທດ · ຮູບທີ 3

ການມອບ-ຮັບ ຜູ້ຖືກຫາໃນຄັ້ງນີ້ ແມ່ນປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກໍຄືການຮ່ວມມືລະຫວ່າງ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ແລະ ສປ ຈີນ ໃນການສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນບັນຫາການອາຊະຍາກຳທາງອິນເຕີເນັດ ແລະ ການລັກລອບເຂົ້າເມືອງໂດຍບໍ່ຖືກຕ້ອງ ທີ່ສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ.

ທາງເຈົ້າໜ້າທີ່ວິຊາສະເພາະທັງສອງຝ່າຍ ໄດ້ຮ່ວມກັນກວດກາຈຳນວນພົນ, ອຸປະກອນທີ່ໃຊ້ໃນການກະທຳຜິດ ແລະ ເອກະສານທີ່ກ່ຽວຂ້ອງຢ່າງລະອຽດ ແລ້ວພ້ອມກັນລົງນາມໃນບົດບັນທຶກມອບ-ຮັບ ຢ່າງເປັນທາງການ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ, ເຫດການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່