MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຽມຮັບມືນ້ຳເຊກອງຂຶ້ນ ເນື່ອງຈາກຈະມີການປ່ອຍນ້ຳອອກຈາກອ່າງເກັບນ້ຳເຂື່ອນອາເລື້ອຍ ໃນເວລາ 13:00 ໂມງ ຂອງ ວັນທີ 6/10/2026

ກຽມຮັບມືນ້ຳເຊກອງຂຶ້ນ ເນື່ອງຈາກຈະມີການປ່ອຍນ້ຳອອກຈາກອ່າງເກັບນ້ຳເຂື່ອນອາເລື້ອຍ ໃນເວລາ 13:00 ໂມງ ຂອງ ວັນທີ 6/10/2026

Jenjila
ເຜີຍແຜ່: 6 ຕຸລາ 2026, 11:20
ປັບປຸງຫຼ້າສຸດ: 6 ຕຸລາ 2026, 11:20
Jen - Mahasan Post (3)

ອີງຕາມແຈ້ງການຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງເຊກອງ ລົງເມື່ອວັນທີ 05 ຕຸລາ 2026 ກ່ຽວກັບແຈ້ງເຕືອນລະດັບນໍ້າ-ນໍ້າເຊກອງ ແຕ່ວັນທີ 06-08 ຕຸລາ 2026

ໃນລະຫວ່າງວັນທີ 6-8 ຕຸລາ 2026 ລະດັບນໍ້າເຊກອງຈະມີປະລິມານເພີ່ມຂຶ້ນຈາກລະດັບປົກກະຕິຢ່າງ ກະທັນຫັນ, ເນື່ອງຈາກວ່າ ທາງບໍລິສັດ ຫຸ້ນສ່ວນເຂື່ອນໄຟຟ້ານໍ້າຕົກພາກກາງ (ອາເລື້ອຍ) ປະເທດ ສ.ສ ຫວຽດນາມ ຈະມີການບໍລິຫານ ແລະ ຈັດການນໍ້າໃນອ່າງເກັບນໍ້າຂອງເຂື່ອນໄຟຟ້າ.

📌 ຈະປ່ອຍນໍ້າອອກຈາກອ່າງເກັບນໍ້າ ໃນເວລາ: 13:00 ໂມງ ຂອງ ວັນທີ 6 ຕຸລາ 2026.

ບໍລິມາດການປ່ອຍນ້ໍາແມ່ນ 600 ແມັດກ້ອນຕໍ່ວິນາທີ, ເຊິ່ງ ຄາດຄະເນວ່າລະດັບນໍ້າເຊກອງແຕ່ແລງວັນທີ 6-8 ຕຸລາ 2026 ຈະມີການເພີ່ມຂຶ້ນໂດຍສະເລ່ຍປະມານ: 3,50- 4,50 ແມັດ; (ລະດັບນໍ້າເຊກອງເວລາ 7:00 ໂມງຂອງວັນທີ 5 ຕຸລາ 2026 ແທກໄດ້: 2.55 ແມັດ, ລະດັບນໍ້າ ເຂດເຕືອນໄພ: 17,50 ແມັດ; ເຂດອັນຕະລາຍ: 18,50 ແມັດ).

ດັ່ງນັ້ນ, ຈິ່ງຂໍແຈ້ງເຕືອນເຖິງອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຕະຫຼອດຮອດພໍ່ຄ້າ- ຊາວຂາຍ, ຫົວຫນ່ວຍທຸລະກິດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ຕັ້ງຖິ່ນຖານ ຫຼື ທໍາມາຫາກິນຢູ່ລຽບຕາມແຄມ ແມ່ນໍ້າເຊກອງ ແລະ ບັນດາສາຂາ ຈົ່ງມີສະຕິ-ລະມັດລະວັງຈາກສະພາບການດັ່ງກ່າວທີ່ອາດຈະເກີດຂຶ້ນ, ພ້ອມນີ້ກໍ່ ໃຫ້ຕິດຕາມຂ່າວສະພາບອາກາດ ແລະ ນໍ້າຈາກພະແນກກະສິກໍາ ແລະ ສິ່ງແວດລ້ອມ ( ຂະແຫນງຊັບພະຍາກອນນໍ້າ, ອຸຕຸນິຍົມ ແລະ ອຸທົກກະສາດ ) ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບຂອງແຂວງເປັນປະຈໍາ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດແຈ້ງການ

ຂ່າວທີ່ກ່ຽວຂ້ອງ