MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 11 ຄົນ ຍິງ 2 ຄົນ ຂໍ້ຫາຄ້າຂາຍຢາເສບຕິດ, ຄາຕະກໍາ, ສໍ້ໂກງຊັບ ແລະ ຍັກຍອກຊັບ

ສານປະຊາຊົນແຂວງວຽງຈັນ ຕັດສິນຈຳເລີຍ 11 ຄົນ ຍິງ 2 ຄົນ ຂໍ້ຫາຄ້າຂາຍຢາເສບຕິດ, ຄາຕະກໍາ, ສໍ້ໂກງຊັບ ແລະ ຍັກຍອກຊັບ

Jenjila
ເຜີຍແຜ່: 6 ຕຸລາ 2026, 11:42
ປັບປຸງຫຼ້າສຸດ: 6 ຕຸລາ 2026, 11:42
Jen - Mahasan Post (6)

ໃນວັນທີ 17 ກັນຍາ 2026 ຜ່ານມານີ້ ສານປະຊາຊົນ ແຂວງວຽງຈັນ ຕັດສິນຈໍາເລີຍ ຈໍານວນ 11 ຄົນ ຍິງ 2 ຄົນ ຄື: ທ້າວໜູສິນ ອາຍຸ 24 ປີ ອາຊີບຊາວນາ ຢູ່ບ້ານ ໂພນເງີນ ,ທ້າວ ລໍາພູນ ອາຍຸ 50 ປີ ອາຊີບກໍາມະກອນ ຢູ່ບ້ານ ນໍ້າແຈ້ງ ເມືອງໂພນໂຮງ ແຂວງວຽງຈັນ ຖືກກັກຕົວ ຄັ້ງວັນທີ 15 ກັນຍາ 2024 ໃນຂໍ້ຫາຄ້າຂາຍຢາບ້າ ຈຳນວນ 2,037 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍຜູ້ລະ 12 ປີ ປັບໄໝ 150.000.000 ກີບ ,ທ້າວ ຮິງ ອາຍຸ 28 ປີ ອາຊີບ ເຮັດນາ ຢູ່ບ້ານ ນາເລົ່າ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 4 ທັນວາ 2016 ໃນຂໍ້ຫາການຄາດຕະກຳ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສາລະພາບຈຳເລີຍ 13 ປີ ປັບໃໝ 1.500.000 ກີບ , ທ້າວ ສົມພານ ອາຍຸ 50 ປີ ອາຊີບ ເຮັດນາ ຢູ່ບ້ານ ປາກມີ້ ເມືອງ ຊະນະຄາມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 27 ພຶດສະພາ 2025 ໃນຂໍ້ກ່າວຫາ ຄ້າຂາຍຢາບ້າ,ຢາໄອ໊ ແລະ ມີອາວຸດເສິກໄວ້ໃນຄອບຄອງ ຢາບ້າຈຳນວນ 1.018 ເມັດ ,ຢາໄອ໊ 1 ຖົງນ້ອຍ, ປືນດັດແປງຍິງລູກແມັກ 2 ກະບອກ,ປຶນສັ້ນ 1 ກະບອກ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 11 ປີ ປັບໃໝ 105.000.000 ກີບ , ທ້າວ ຄອນສະຫວັນ ອາຍຸ 30 ປີ ອາຊີບ ກຳມະກອນ ຢູ່ບ້ານ ນໍ້າແປ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 12 ມີຖຸນາ 2025 ໃນຂໍ້ກ່າວຫາຄ້າຂາຍຢາບ້າ ຈຳນວນ 83 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 5 ປີ ປັບໃໝ 10.000.000 ກີບ,ທ້າວ ເປດ ອາຍຸ 41 ປີ ອາຊີບ ຊາວນາ ຢູ່ບ້ານ ທ່າ ເມືອງເຟືອງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 9 ເມສາ 2025 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງ ຈຳນວນ 421 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 6 ປີ ປັບໃໝ 28.000.000 ກີບ, ທ້າວ ເລົ່າປໍທໍ່ ອາຍຸ 19 ປີ ອາຊີບ ກໍາມະກອນ ຢູ່ບ້ານ ໂພນແສນ ເມືອງໝື່ນ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 2 ຕຸລາ 2025 ໃນຂໍ້ກ່າວຫາມີຢາບ້າໄວ້ໃນຄອບຄອງ ຈຳນວນ 23 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 2 ປີ ປັບໃໝ 10.000.000 ກີບ,ທ້າວປານະ ອາຍຸ 19 ປີ ອາຊີບ ເຮັດນາ ຢູ່ບ້ານ ຫ້ວຍຕາວ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 26 ສິງຫາ 2025 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 83 ເມັດ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 5 ປີ ປັບໃໝ 10.000.000 ກີບ , ທ້າວ ສຸດໃຈ ອາຍຸ 40 ປີ ອາຊີບ ເຮັດນາ ຢູບ້ານ ນາຊູ ເມືອງ ໂພນໂຮງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 11 ກັນຍາ 2025 ໃນຂໍ້ກ່າວຫາ ຄ້າຂາຍເຄື່ອງບໍລິໂພກ ( ໃບກະທອມ,ນໍ້າຢາດີໄອ ) ແລະ ການຄ້າຂາຍຢາບ້າ ສານປະຊາຊົນແຂວງວຽງຈັນ ຈຶ່ງສັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ 7 ປີ ປັບໃໝ 53.000.000 ກີບ ,ນາງ ພູໄຊ ອາຍຸ 43 ປີ ອາຊີບກຳມະກອນ ຢູ່ບ້ານ ຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 30 ເມສາ 2026 ໃນຂໍ້ກ່າວຫາສໍ້ໂກງຊັບ ຈຳນວນ 369.070.000 ກີບ ສານປະຊາຊົນ ແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຈຳເລີຍ 3 ປີ ປັບໃໝ 10.000.000 ກີບ ພ້ອມທັງໄຊ້ແທນຄືນ, ນາງ ສົມພາວັນ ອາຍຸ 31 ປີ ອາຊີບ ຊາວນາ ຢູ່ບ້ານ ວຽງແກ້ວ ເມືອງວັງວຽງ ແຂວງວຽງຈັນ ຖືກກັກຕົວຄັ້ງວັນທີ 11 ພະຈິກ 2025 ໃນຂໍ້ກ່າວຫາ ສໍ້ໂກງຊັບ ແລະ ຍັກຍອກຊັບ ສານປະຊາຊົນແຂວງວຽງຈັນ ຈຶງຕັດສິນລົງໂທດຕັດອິດສະຫຼະພາບຈຳເລີຍ 3 ປີ ປັບໃໝ 10.000.000 ກີບ ພ້ອມທັງໄຊ້ແທນຄຶນ.

ຂ່າວ ປ້ອງກັນຄວາມສະຫງົບ ແຂວງວຽງຈັນ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ