MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງພົນທີ 2 ສຸມໃສ່ສ້າງຂະບວນການຫລາຍດ້ານ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

ກອງພົນທີ 2 ສຸມໃສ່ສ້າງຂະບວນການຫລາຍດ້ານ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆ

kaling
ເຜີຍແຜ່: 6 ຕຸລາ 2026, 14:00
ປັບປຸງຫຼ້າສຸດ: 6 ຕຸລາ 2026, 14:00
Copy of pele - 2026-10-06T135309.747

ເລີ່ມແຕ່ຕົ້ນເດືອນກັນຍາ 2026 ເປັນຕົ້ນມາ ກອງພົນທີ 2 ໄດ້ສຸມໃສ່ຂະບວນການຫລາຍດ້ານເພື່ອເປັນຜົນງານເອກອ້າງໃຫ້ແກ່ວັນທີ່ມີຄວາມໜາຍ ຄວາມສຳຄັນຕ່າງໆ ຂອງຊາດ, ຂອງພັກ ແລະ ຂອງກອງທັບ ເວົ້າລວມ, ເວົ້າສະເພາະ ກໍ່ຄື ຂະບວນການຂໍ່ານັບຕ້ອນຮັບວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 (12 ຕຸລາ 1981 ຫາ 12 ຕຸລາ 2026) ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງຢ່າງຕໍ່ເນື່ອງ ມາຮອດປັດຈຸບັນນີ້ ເຫັນວ່າມີຫລາຍຂະບວນການທີ່ພົ້ນເດັ່ນ ໂດຍພາຍໃຕ້ການຊີ້-ນໍາພາຂອງຄະນະພັກ-ຄະນະບັນຊາກອງພົນທີ 2 ໄດ້ພ້ອມກັນປຸກລະດົມຊຸກຍູ້ໃຫ້

ພະນັກງານ-ນັກຮົບຂອງຕົນສ້າງຜົນງານດ້ານຕ່າງໆ ເພື່ອຂ່ຳນັບຮັບຕ້ອນວັນສ້າງຕັ້ງກອງພົນທີ 2 ໃຫ້ເປັນຂະບວນການຢ່າງຕໍ່ເນື່ອງ ໂດຍຖືສໍາຄັນຄວາມສາມັກຄີເປັນເອກະພາບເຮັດວຽກເປັນໝູ່ຄະນະ ປະຕິບັດຫລັກການລວມສູນປະຊາທິປະໄຕ ບົນພື້ນຖານມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໜາຍ ບວກກັບສະຕິຕື່ນຕົວ, ຄວາມຫ້າວຫັນ ເປັນເຈົ້າການຂອງພະນັກງານ, ສາມະຊິກພັກ-ນັກຮົບ ແຕ່ລະສະຫາຍ ໃນການຊີ້ນຳ-ນໍາພາ ປະກອບສ່ວນເຂົ້າໃນຂະບວນການດ້ານຕ່າງໆໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ.

ສະຫາຍ ພົນຈັດຕະວາ ປອ ຄຳຜິວ ມະນີີວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 2 ໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຕົກລົງເຫັນດີເປັນເອກະພາບໃນຄະນະພັກ-ຄະນະບັນຊາ ກອງພົນທີ 2 ໃນການຫ້າງຫາກະກຽມຂະບວນການດ້ານຕ່າງໆ ເພື່ອເປັນການສ້າງຜົນງານ ຕ້ອນຮັບວັນປະຫັວດສາດ ທີ່ມີຄວາມໜາຍ ຄວາມສຳຄັນ ໂດຍສະເພາະແມ່ນວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ທີ່ໃກ້ຈະມາເຖິງນີ້ໃຫ້ເປັນຂະບວນການຟົດຟື້ນ ໂດຍຕິດພັນກັບການປະຕິບັດ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ ໄປພ້ອມກັບການປະຕິບັດຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ນຳມາຈັດຕັ້ງສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ ແລະ ພ້ອມກັນເຊື່ອມຊືມ ຢ່າງເປັນປົກກະຕິ ເພື່ອຮັບປະກັນເຮັດໃຫ້ສະພາບຂອບເຂດກົມກອງຮັບຜິດຊອບ ມີຄວາມສະຫງົບ, ພ້ອມນັ້ນ ຄະນະພັກ-ຄະນະບັນຊາກອງພົນທີ 2 ຍັງໄດ້ຊີ້ນຳພະນັກງານຫັນລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໜາຍ ຕິດພັນກັບວຽກງານ 3 ສ້າງ ເພື່ອສ້າງໃຫ້ຂອບເຂດກຸ່ມບ້ານມີຄວາມເຂັ້ມແຂງ ແລະ ມີການພັດທະນາ ເພື່ອຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ, ຄະນະພັກ-ຄະນະບັນຊາກອງພົນທີ 2 ຍັງໄດ້ເອົາໃຈໃສ່ຊີ້ນຳຂະບວນການອົບຮົມ ຫັດແອບໃຫ້ບັນດາອົງການ, ກົມກອງ ໂດຍຖືເອົາການອົບຮົມພາກການເມືອງ, ການທະຫານ, ພະລາທິການ -ເຕັກນິກ ແລະ ວິຊາເຫລົ່າຮົບວິຊາສະເພາະຕ່າງໆຢ່າງເປັນປົກກະຕິ ໄປພ້ອມກັບຂະບວນການປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການກໍ່ສ້າງນັກຮົບວັດທະນະທໍາ ກົມກອງວັດທະນະນໍາ ແລະ ກົມກອງປອດໃສ ປອດໄພ ປອດຄະດີ ຕິດພັນກັບຂະບວນການສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ຕາມທິດນຳເພີ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຂະບວນການກິລາ, ຂະບວນການສີລະປະວັນນະຄະດີ ແລະ ຂະບວນການອື່ນໆ, ເຊີ່ງໃນປັດຈຸບັນ ກອງພົນທີ 2 ໄດ້ເອົາໃຈໃສ່ ປັບປຸງລະບົບເສັ້ນທາງອ້ອມສຳນັກງານກອງພົນ, ປະດັບປະດາ ປູກດອກໄມ້ສອງຝາກຂ້າງ ແລະ ເຮັດຂອບທາງຍ່າງ , ຕິດດອກໄພເຍື່ອງທາງ ແລະ ຕິດປ້າຍຄຳຂັວນ ຕາມຂອບເຂດເຂົ້າສຳນັກງານກອງພົນທີ 2 ເພື່ອເປັນການປະດັບປະດາ ແລະ ເອກອ້າງໃຫ້ແກ່ວັນສ້າງຕັ້ງກອງພົນທີ 2 ຄົບຮອບ 45 ປີ ໃຫ້ມີຄວາມໜາຍ ຄວາມສຳຄັນເລິກເຊີ່ງ.

ໂດຍ: ສຸວັນໂນ ທະລັງສີ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ