ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ປກສ ແຂວງ ບໍລິຄໍາໄຊ ຍຶດຢາບ້າໄດ້ 800,000 ເມັດ.

ໂດຍ kaling
· 2 ເດືອນ ກ່ອນອ່ານ 3 ນາທີ47 ຄັ້ງ
ເຈົ້າໜ້າທີ່ ປກສ ແຂວງ ບໍລິຄໍາໄຊ ຍຶດຢາບ້າໄດ້ 800,000 ເມັດ.
ADadvertisement
ADadvertisement
ADadvertisement

ໃນວັນທີ 15 ກັນຍາ 2026 ທີ່ຜ່ານມາ ເຈົ້າໜ້າທີ່ວິຊາສະເພາະພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມຄົນຈໍານວນໜຶ່ງໄດ້ລັກລອບຂົນຢາເສບຕິດເຂົ້າມາສູ່ແຂວງບໍລິຄໍາໄຊ ໂດຍມາຕາມເສັ້ນທາງເລກທີ 13 ໃຕ້ ເພື່ອຈະຂົນສົ່ງຜ່ານແຂວງ ຂ້າມໄປຍັງປະເທດເພື່ອນບ້ານໃກ້ຄຽງ ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ລົງໄປກວດກາພິສູດແຫຼ່ງຂ່າວດັ່ງກ່າວ ໂດຍສົມທົບກັບໜ່ວຍປະສານງານປະຈໍາພື້ນທີ່ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຂວງ ບໍລິຄໍາໄຊ – ແຂວງ ຮ່າຕິ່ງ ສສ ຫວຽດນາມ ແລະ ເພື່ອຮ່ວມງານ ເພື່ອຕິດຕາມກວດກາກຸ່ມແກ້ງຄ້າ-ຂາຍຢາເສບຕິດ ເຫັນວ່າ: ມີມູນຄວາມຈິງແທ້ ຈຶ່ງໄດ້ລາຍງານໃຫ້ທ່ານຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ ເພື່ອຂໍທິດຊີ້ນໍາຈາກທ່ານຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ວາງແຜນມ້າງກຸ່ມຂະບວນການການຄ້າ-ຂາຍ, ຂົນ-ສົ່ງ ຢາເສບຕິດ ດັ່ງກ່າວ.

ເຈົ້າໜ້າທີ່ ປກສ ແຂວງ ບໍລິຄໍາໄຊ ຍຶດຢາບ້າໄດ້ 800,000 ເມັດ.

ຜ່ານການຕິດຕາມ ມາຮອດເວລາ 21 ໂມງ ຂອງວັນທີ 02 ຕຸລາ 2026 ເຈົ້າໜ້າທີ່ວິຊາສະເພາະເຫັນລົດເປົ້າໝາຍສົງໄສຂົນສົ່ງຢາເສບຕິດ ເປັນລົດຕູ້ ຍີ່ຫໍ້ ເກຍ ສີດໍາ ໝາຍເລກທະບຽນ ຣຕ 8118 ກໍາແພງນະຄອນ ແລ່ນມາຕາມເສັ້ນທາງເລກທີ 13 ໃຕ້ ຈາກທິດທາງນະຄອນຫຼວງວຽງຈັນ ມຸ້ງໜ້າລົງມາຫາແຂວງບໍລິຄໍາໄຊ ດ້ວຍຄວາມໄວສູງ ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມການເຄື່ອນໄຫວລົດຄັນດັ່ງກ່າວ ພໍມາຮອດເຂດບ້ານນໍ້າໂລ້ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ລົດຄັນດັ່ງກ່າວໄດ້ລ້ຽວເຂົ້າໄປທາງຮ່ອມ ເພື່ອຄຽນຖ່າຍຢາເສບຕິດລົງຈາກລົດ ໃນເວລານັ້ນກຸ່ມດັ່ງກ່າວໄດ້ມີການຂົນຢາເສບຕິດ ຈໍານວນ 04 ເປົາ ອອກຈາກລົດຕູ້ ຍີຫໍ້ ເກຍ ສີດໍາ ໝາຍເລກທະບຽນຂນ ຣຕ 8118 ກໍາແພງນະຄອນ ແລ້ວເອົາໄປໃສ່ລົດຈັກຕິດຊາເລັ້ງ ເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວເຂົ້າຈັບກຸມ ແຕ່ຍ້ອນສະພາບແວດລ້ອມເປັນກາງຄືນ, ຟ້າມືດ ພື້ນທີເປັນປ່າ ຈຶ່ງເຮັດໃຫ້ກຸ່ມດັ່ງກ່າວໄດ້ອາໃສສະພາບແວດລ້ອມ ແລະ ພູມີປະເທດ ເອົາຕົວຫຼົບໜີ ເຂົ້າປ່າຈຳນວນໜຶ່ງ, ສ່ວນລົດຕູ້ ຄັນດັ່ງກ່າວແມ່ນຜູ້ຂັບຂີ່ໄດ້ຂັບໜີອອກຈາກພື້ນທີ່ເພື່ອເອົາຕົວຫຼົບໜີ ໃນຂະນະນັ້ນເຈົ້າໜ້າທີ່ໄດ້ໃຊ້ມາດຕະການສະກັດກັ້ນຢ່າງເດັດຂາດ ແລະ ໄລ່ຕິດຕາມໄປ ພໍໄປໄດ້ໄລຍະໜຶ່ງຄົນຂັບໄດ້ຈອດລົດປະໄວ້ແຄມທາງ ແລ້ວຫຼົບໜີ.

ເຈົ້າໜ້າທີ່ ປກສ ແຂວງ ບໍລິຄໍາໄຊ ຍຶດຢາບ້າໄດ້ 800,000 ເມັດ. · ຮູບທີ 2

ຜ່ານການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ຕໍາຫຼວດພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍລິຄໍາໄຊ ໃນຄັ້ງນີ້ສາມາດຍຶດໄດ້ລົດຈັກຊາເລັ້ງທີ່ບັນທຸກຢາເສບຕິດ (ຢາບ້າ) ໄດ້ 01 ຄັນ, ມີຢາບ້າ ຈໍານວນ 04 ເປົ້າ, ເທົ່າກັບ 800,000 ເມັດ, ນໍ້າໜັກ 95 ກິໂລກຣາມ ໄດ້ຄາທີ່, ລົດຈັກ ສີປອນເທົາ (ບໍ່ມີປ້າຍ) ຈໍານວນ 01 ຄັນ ແລະ ສາມາດກັກຕົວຜູ້ຮ່ວມຂະບວນການຂົນສົ່ງຢາເສບຕິດ ໃນຄັ້ງນີ້ໄດ້ 01 ຄົນ ຊື່ ທ້າວ ກ໋ອດ ຈັນທະບູນ ( ໂນ່ ) ອາຍຸ 29 ປີ ເຊື້ອຊາດ ແລະ ສັນຊາດລາວ ປະຊາຊົນບ້ານນໍ້າໂລ້ ເມືອງ ທ່າພະບາດ ແຂວງ ບໍລິຄໍາໄຊ ມາດໍາເນີນຄະດີຕາມລະບຽບກົດໝາຍ, ປະຈຸບັນເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍລິຄໍາໄຊ ໄດ້ສືບຕໍ່ດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນຕິດຕາມນໍາກັກຕົວພັກພວກກຸ່ມແກ້ງທີ່ຮ່ວມຂະບວນການ ມາດໍາເນີນຄະດີຕໍ່ພວກກ່ຽວຕາມຂັ້ນຕອນຂອງກົດໝາຍ ຢ່າງເຂັ້ມງວດ.

ADadvertisement
ADadvertisement
ADadvertisement
ເຈົ້າໜ້າທີ່ ປກສ ແຂວງ ບໍລິຄໍາໄຊ ຍຶດຢາບ້າໄດ້ 800,000 ເມັດ. · ຮູບທີ 3

ທີ່ມາ: ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ, ຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່