MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

“ໂດນັນ ທຣຳ” ຍອມຖອຍ ບໍ່ໃຊ້ເງິນພາສີປະຊາຊົນຈ່າຍຄ່າໂຄສະນາໂປຣໂມດຕົນເອງ

"ໂດນັນ ທຣຳ" ຍອມຖອຍ ບໍ່ໃຊ້ເງິນພາສີປະຊາຊົນຈ່າຍຄ່າໂຄສະນາໂປຣໂມດຕົນເອງ

kaling
ເຜີຍແຜ່: 6 ຕຸລາ 2026, 16:25
ປັບປຸງຫຼ້າສຸດ: 7 ຕຸລາ 2026, 10:37
Copy of pele - 2026-10-06T161814.694

ປະທານາທິບໍດີ ໂດນັນ ທຣຳ ປະກາດກຽມຢຸດຕິການໃຊ້ງົບປະມານແຜ່ນດິນຈາກພາສີປະຊາຊົນ ເພື່ອຊຳລະຄ່າໃຊ້ຈ່າຍໂຄສະນາທາງໂທລະພາບທີ່ເນັ້ນໂປຣໂມດຜົນງານຂອງຕົນເອງ ເຊິ່ງສ້າງກະແສຕໍ່ຕ້ານແລະສຽງວິຈານຢ່າງໜັກຈາກທັງສອງພັກການເມືອງ ໂດຍຈະປ່ຽນໃຫ້ “MAGA, Inc.” ຊູເປີແພັກ (Super PAC) ປະຈຳຕົວທີ່ເປັນຄັງທຶນຫາສຽງມູນຄ່າກວ່າ 400 ລ້ານດອນລາ ເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍໃນການເຜີຍແຜ່ໂຄສະນາຕໍ່ຈາກນີ້ແທນ.

ທຣຳ ລະບຸຜ່ານແພລດຟອມໂຊຊຽວມີເດຍຂອງລາວວ່າ ໂຄສະນາເຫຼົ່ານີ້ແມ່ນການປະຊາສຳພັນໃນເຊີງບວກເພື່ອສະຫະລັດຯ ແລະຢືນຢັນວ່າເປັນເລື່ອງທີ່ລັດຖະບານສາມາດເຮັດໄດ້ຕາມປົກກະຕິ ແຕ່ເນື່ອງຈາກເກີດສຽງວິຈານຢ່າງໜັກ ລາວຈຶ່ງຕັດສິນໃຈໃຫ້ MAGA Inc. ເຊິ່ງເປັນກອງທຶນທາງການເມືອງທີ່ລາວລະດົມທຶນໄວ້ ເປັນຜູ້ຈ່າຍຄ່າໂຄສະນາແທນ.

MAGA Inc. ມີເງິນທຶນຫຼາຍກວ່າ 400 ລ້ານດອນລາສະຫະລັດ ໃນທ້າຍເດືອນກໍລະກົດ ແລະເລີ່ມນຳເງິນດັ່ງກ່າວໄປສະໜັບສະໜູນຜູ້ສະໝັກຈາກພັກຣີພັບບລິກັນທົ່ວປະເທດ ກ່ອນການເລືອກຕັ້ງກາງສະໄໝໃນເດືອນພະຈິກ.

ຢ່າງໃດກໍຕາມ, ທຣຳ ບໍ່ໄດ້ເປີດເຜີຍລາຍລະອຽດວ່າຈະຄືນເງິນໃຫ້ຜູ້ເສຍພາສີສຳລັບໂຄສະນາທີ່ເຜີຍແຜ່ໄປແລ້ວຫຼືບໍ່ ແລະຈະດຳເນີນການແນວໃດເພື່ອໃຫ້ແນ່ໃຈວ່າເງິນຈາກອົງກອນທາງການເມືອງຂອງລາວຈະຖືກນຳມາໃຊ້ຈ່າຍສຳລັບໂຄສະນາໃນອະນາຄົດ ຂະນະທີ່ທຳນຽບຂາວຍືນຢັນວ່າ MAGA Inc. ຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍຕໍ່ຈາກນີ້.

ໂຄສະນາຊຸດດັ່ງກ່າວເລີ່ມເຜີຍແຜ່ໃນຊ່ວງປາຍເດືອນກັນຍາ ໂດຍໂຄສະນາຊິ້ນທຳອິດນຳພາບແລະສຽງຂອງ ທຣຳ ມາໃຊ້ ພ້ອມຂໍ້ຄວາມປະຊາສຳພັນເລື່ອງການຫຼຸດພາສີຄັ້ງໃຫຍ່, ການຟື້ນຟູພາກການຜະລິດຂອງສະຫະລັດຯ ແລະການສະໜັບສະໜູນກົດໝາຍແລະການເຮັດວຽກຂອງຕຳຫຼວດ.

ໂຄສະນາຊິ້ນຕໍ່ມານຳພາບພູເຂົາຣັຊມໍ (Rushmore) ແລະຄຳເວົ້າຈາກສຸນທອນພົດຂອງ ທຣຳ ໃນຊ່ວງວັນຊາດສະຫະລັດຯ ມາປະກອບ ສ່ວນໂຄສະນາອີກຊິ້ນມີລັກສະນະໃກ້ຄຽງກັບໂຄສະນາຫາສຽງຂອງ ທຣຳ ໃນປີ 2024 ໂດຍສະແດງພາບລາວຍ່າງຢູ່ໃນທາງເດີນ ພ້ອມສຽງເວົ້າເຖິງການຕໍ່ສູ້ຄັ້ງສຸດທ້າຍກັບກຸ່ມທີ່ລາວເອີ້ນວ່າ “ລັດພັນລຶກ” (Deep State), “ກຸ່ມໂລກາພິວັດ” ແລະ “ຊົນຊັ້ນການເມືອງທີ່ກຽດຊັງປະເທດ”. ໂຄສະນາທຸກຊິ້ນລົງທ້າຍດ້ວຍຂໍ້ຄວາມວ່າ “Paid for by the U.S. Government” ຫຼື “ຊຳລະໂດຍລັດຖະບານສະຫະລັດຯ”.

ຂໍ້ມູນຈາກ AdImpact ເຊິ່ງຕິດຕາມການໃຊ້ຈ່າຍດ້ານໂຄສະນາ ລະບຸວ່າ ລັດຖະບານສະຫະລັດຯ ໃຊ້ງົບສຳລັບໂຄສະນາຊຸດນີ້ແລ້ວຢ່າງໜ້ອຍ 2.5 ລ້ານດອນລາ ຂະນະທີ່ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມໄດ້ຈັດສັນງົບປະມານໄວ້ 20 ລ້ານດອນລາສຳລັບໂຄງການດັ່ງກ່າວ ໂດຍຕົວເລກຄ່າໃຊ້ຈ່າຍຈິງອາດສູງກວ່ານີ້ ຂຶ້ນຢູ່ກັບການຈັດປະເພດໂຄສະນາຂອງເຄືອຂ່າຍໂທລະພາບ.

ກ່ອນໜ້ານີ້, ຮອງປະທານາທິບໍດີ ເຈດີ ແວນຊ໌ (JD Vance) ອອກມາປົກປ້ອງການໃຊ້ເງິນພາສີປະຊາຊົນ ໂດຍລະບຸວ່າໂຄສະນາເຫຼົ່ານີ້ເປັນ “ປະກາດບໍລິການສາທາລະນະ” (PSA) ແລະບໍ່ໄດ້ສະໜັບສະໜູນຜູ້ສະໝັກຄົນໃດໂດຍສະເພາະ ຂະນະທີ່ທຳນຽບຂາວເວົ້າວ່າ ລັດຖະບານທັງຈາກພັກຣີພັບບລິກັນແລະເດໂມແຄຣັດເຄີຍໃຊ້ປະກາດບໍລິການສາທາລະນະເພື່ອອະທິບາຍນະໂຍບາຍແລະທິດທາງຂອງປະເທດມາແລ້ວ.

ຢ່າງໃດກໍຕາມ, ກຸ່ມເຝົ້າລະວັງດ້ານຈັນຍາບັນ, ສະມາຊິກສະພາຄອງເກຣສຈາກພັກເດໂມແຄຣັດ ລວມເຖິງສະມາຊິກພັກຣີພັບບລິກັນບາງສ່ວນ ວິຈານວ່າໂຄສະນາດັ່ງກ່າວບໍ່ເໝາະສົມ ແລະຜູ້ຊ່ຽວຊານດ້ານກົດໝາຍບາງຄົນຕັ້ງຂໍ້ສັງເກດວ່າອາດຂັດຕໍ່ກົດໝາຍລັດຖະບານກາງທີ່ຫ້າມນຳເງິນງົບປະມານທີ່ລັດສະພາອະນຸມັດໄປໃຊ້ເພື່ອ “ການປະຊາສຳພັນຫຼືໂຄສະນາຊວນເຊື່ອ” ລວມເຖິງກົດໝາຍທີ່ຈຳກັດກິດຈະກຳທາງການເມືອງຂອງເຈົ້າໜ້າທີ່ລັດຖະບານ.

ການປ່ຽນແປງທ່າທີຂອງ ທຣຳ ເກີດຂຶ້ນໃນຊ່ວງກ່ອນການເລືອກຕັ້ງກາງສະໄໝ ເຊິ່ງລາວໄດ້ຮຽກຮ້ອງໃຫ້ຜູ້ສະໜັບສະໜູນພັກຣີພັບບລິກັນ “ເຮັດຄືວ່າ” ລາວຢູ່ໃນບັດເລືອກຕັ້ງ ເພື່ອກະຕຸ້ນໃຫ້ຜູ້ມີສິດເລືອກຕັ້ງອອກມາໃຊ້ສິດແລະສະໜັບສະໜູນຜູ້ສະໝັກຈາກພັກຣີພັບບລິກັນໃນການເລືອກຕັ້ງເດືອນພະຈິກ.

ທີ່ມາ: Associated Press / ABC

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ