ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ໄປບໍ່ລອດ ລັກງັດຕູ້ເຊັບ ທີ່ເມືອງສົບເບົາ ແຂວງຫົວພັນ ເຈົ້າໜ້າທີ່ສາມາດຈັບຕົວຄົນຮ້າຍ ໄດ້ແລ້ວ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ39 ຄັ້ງ
ໄປບໍ່ລອດ ລັກງັດຕູ້ເຊັບ ທີ່ເມືອງສົບເບົາ ແຂວງຫົວພັນ ເຈົ້າໜ້າທີ່ສາມາດຈັບຕົວຄົນຮ້າຍ ໄດ້ແລ້ວ
ADadvertisement
ADadvertisement
ADadvertisement

ນຮ້າຍກໍ່ເຫດ ທີ່ບ້ານສົບເບົາ ເມືອງສົບເບົາ ແຂວງຫົວພັນ ໃນຕອນເຊົ້າວັນທີ 3 ຕຸລາ 2026 ເວລາປະມານ 2:00-4:00, ມາຮອດ ເວລາປະມານ 5:00-6:00 ໂມງເຊົ້າ ເຈົ້າຂອງເຮືອນຈຶ່ງຮູ້ວ່າເຮືອນຊັ້ນ 1 ຂອງຕົນ ຖືກງັດແງະ ແລະ ຕູ້ເຊັບເກັບເງິນ ຈຳນວນ 2 ໜ່ວຍ ຖືກມ້າງເປ່ເພ ເອົາຊັບສິນ ແລະ ເງິນສົດໄປທັງໝົດ, ຄິດເປັນມູນຄ່າຫຼາຍຮ້ອຍລ້ານກີບ ພ້ອມເງິນຕາຕ່າງປະເທດອີກຈຳນວນໜຶ່ງ.

ຈາກນັ້ນ ເຈົ້າຂອງເຮືອນໄດ້ແຈ້ງເຈົ້າໜ້າທີ່ຕຳຫລວດຢ່າງຮີບດ່ວນ ເຊິ່ງເຈົ້າໜ້າທີ່ກໍເລັ່ງແກະຮອຍຄົນຮ້າຍດ້ວຍຄວາມຊຳນານ ມາຮອດເວລາ 12:00 ໂມງຂອງວັນດຽວກັນ, ເຈົ້າໜ້າທີ່ສາມາດກັກຕົວຜູ້ກະທຳຜິດພ້ອມຂອງກາງ ໄດ້ຢູ່ປ້ອມຕຳຫຼວດຈະລາຈອນ ຈຸດກວດກາສົບເລົ້າ ( ເສັ້ນທາງເລກ 6 ) ເຊິ່ງເປັນເຂດຊາຍແດນລະຫວ່າງ ແຂວງຫົວພັນ ແລະ ແຂວງຊຽງຂວາງ.

ພັທ ທອນມີ ແກ້ວຈິນດາ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ: ຜູ້ກະທຳຜິດຊື່ ທ້າວ ສອນສັກດາ (ຫຼື ສຸກ) ອາຍຸ 53 ປີ ປັດຈຸບັນ ຢູ່ບ້ານສີວິໄລ ເມືອງປາກຊັນ ແຂວງບໍລິຄຳໄຊ. ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຜູ້ກ່ຽວມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ADadvertisement
ADadvertisement
ADadvertisement

ຂໍໃຫ້ພີ່ນ້ອງ ຈົ່ງເພີ່ມຄວາມເອົາໃຈໃສ່ໃນການປົກປັກຮັກສາຊັບສິນທີ່ມີຄ່າຂອງຕົນ ຫຼື ເກັບມ້ຽນໄວ້ໃນບ່ອນທີ່ປອດໄພ ເພື່ອຫຼີກລ່ຽງການຕົກເປັນເປົ້າໝາຍຂອງກຸ່ມຄົນບໍ່ດີ.

ທີ່ມາ: ປກສ ແຂວງຫົວພັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່