MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄວາມໝາຍຄວາມສໍາຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳ ເລັດ ຂອງການຢ້ຽມຢາມທາງການ ສປປ ລາວ ຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

ຄວາມໝາຍຄວາມສໍາຄັນ ແລະ ຄວາມຄາດຫວັງຕໍ່ຜົນສຳ ເລັດ ຂອງການຢ້ຽມຢາມທາງການ ສປປ ລາວ ຂອງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ

kaling
ເຜີຍແຜ່: 7 ຕຸລາ 2026, 11:23
ປັບປຸງຫຼ້າສຸດ: 7 ຕຸລາ 2026, 11:23
Copy of pele - 2026-10-07T112029.937

ໃນວັນທີ 6 ຕຸລາ ນີ້, ທີ່ກະຊວງການຕ່າງປະເທດ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນກ່ຽວກັບ “ຄວາມ ໝາຍຄວາມສໍາຄັນ ແລະ ຄວາມຄາດ ຫວັງຕໍ່ຜົນສຳເລັດຂອງການຢ້ຽມຢາມທາງການ ສປປ ລາວ ຂອງ ສະຫາຍ ເລ ມິງ ຮືງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ”, ມີລາຍລະອຽດ ຄື:
ືື ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍປະຫວັດສາດອັນຍິ່ງໃຫຍ່:ເປັນການຢ້ຽມຢາມທາງການຄັ້ງທຳອິດຂອງທ່ານ ເລ ມິງ ຮືງ ນັບຕັ້ງແຕ່ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແລະ ສຳຄັນທີ່ສຸດ,ສປປ ລາວ ເປັນປະເທດທຳອິດ ທີ່ທ່ານໄດ້ເລືອກມາເຄື່ອນໄຫວຕ່າງປະເທດ. ການເລືອກດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມຜູກພັນອັນພິເສດ ແລະ ຄວາມສຳຄັນທີ່ຝ່າຍຫວຽດນາມ ມອບໃຫ້ແກ່ສາຍພົວພັນສອງປະເທດ, ເປັນການຢືນຢັນວ່າ ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ ຈະສືບຕໍ່ຖະນຸຖະໜອມ, ເພີ່ມພູນຄູນສ້າງ ແລະ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.
ການຢ້ຽມຢາມເກີດຂຶ້ນໃນບັນຍາກາດທີ່ພິເສດ: ທັງ ສອງຝ່າຍພວມສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XII (ລາວ) ແລະ ຄັ້ງທີ XIV ( ຫວຽດ ນາມ) ເຂົ້າສູ່ປີທຳອິດແຫ່ງການປະຕິບັດ. ພ້ອມນີ້, ສປປ ລາວ ຫາກໍສຳເລັດການເລືອກຕັ້ງປະທານສະພາແຫ່ງຊາດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່ ໃນກອງປະຊຸມສະພາແຫ່ງຊາດຊຸດທີ X ສະໄໝສາມັນເທື່ອທີ 2 (5-21 ຕຸລາ 2026), ໃນຂະນະທີ່ ສສ ຫວຽດນາມ ກຳ ລັງດຳເນີນກອງປະຊຸມສູນກາງສະໄໝສາມັນເທື່ອທີ 4 ແລະ ກະກຽມກອງປະຊຸມສະພາແຫ່ງຊາດຊຸດທີ XVI. ຈັງຫວະດັ່ງກ່າວ ຈຶ່ງເຮັດໃຫ້ການຢ້ຽມຢາມມີຄວາມໝາຍຍິ່ງຕໍ່ການສານຕໍ່ເຈດຈຳນົງລວມ ແລະ ຍົກລະດັບການພົວພັນສອງຝ່າຍສູ່ລະດັບໃໝ່.
ເອກະສານຮ່ວມມືທີ່ຈະລົງນາມ ແລະ ແລກປ່ຽນ.
ພາຍຫຼັງການພົບປະສອງຝ່າຍຢ່າງເປັນທາງການ, ຄາດວ່າຈະມີການແລກປ່ຽນ ແລະ ລົງນາມໃນເອກະສານຮ່ວມມືຈະມີຫຼາຍກວ່າ 10 ສະບັບ ຊຶ່ງກວມເອົາຫຼາຍຂົງເຂດວຽກ ງານທີ່ສຳຄັນແຕ່ສູນກາງ ເຖິງທ້ອງຖິ່ນ.
ເອກະສານທັງໝົດເຫຼົ່ານີ້, ຈະເປັນພື້ນຖານອັນສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດແຜນງານຕົວຈິງລະຫວ່າງກະ ຊວງ,ຂະແໜງການ ແລະ ທ້ອງຖິ່ນຕ່າງໆຂອງສອປະເທດ , ພ້ອມທັງເປັນການກະກຽມເນື້ອໃນສຳຄັນໃຫ້ແກ່ກອງປະ ຊຸມຄະນະກຳມະການຮ່ວມມືລາວ-ຫວຽດນາມ ຄັ້ງທີ 49 ທີ່ຈະຈັດຂຶ້ນ ໃນຕົ້ນປີ 2027.
ນອກຈາກນີ້, ໃນລະຫວ່າງການຢ້ຽມຢາມຍັງຈະມີກອງປະຊຸມສົ່ງເສີມການລົງທຶນລາວ-ຫວຽດນາມ ທີ່ມີຜູ້ເຂົ້າຮ່ວມປະມານ 1.000 ຄົນ ຈາກພາກລັດ ແລະ ພາກທຸລະກິດ ຊຶ່ງຈະເປັນເວທີເຊື່ອມຕໍ່ຄວາມຕ້ອງການ ແລະ ຄວາມສາມາດຂອງສອງປະເທດໃຫ້ກາຍເປັນການຮ່ວມມືຕົວຈິງ.
ທິດທາງການຮ່ວມມືຍຸດທະສາດ- 3 ເສົາຄໍ້າຫຼັກ ຝ່າຍ ລາວ ມີຄວາມມຸ່ງຫວັງວ່າ ຜົນສຳເລັດຈາກການຢ້ຽມຢາມຄັ້ງນີ້ຈະເປັນບາດກ້າວບຸກທະລຸທີ່ສຳຄັນ ໃນການຍົກລະ ດັບການຮ່ວມມືດ້ານເສດຖະກິດໃຫ້ສົມຄູ່ກັບລະດັບການພົວພັນການເມືອງພິເສດທີ່ມີມາແຕ່ດົນນານ, ໂດຍເນັ້ນ ໜັກ 3 ດ້ານຕົ້ນຕໍ:
ເສົາຄໍ້າ 1: ການເຊື່ອມຈອດໂຄງລ່າງພື້ນຖານ ແລະ ຄົມມະນາຄົມຂົນສົ່ງ. ພວກເຮົາມຸ່ງໝັ້ນຊຸກຍູ້ໃຫ້ບັນດາໂຄງການຍຸດທະສາດດ້ານເສັ້ນທາງ, ທາງລົດໄຟ, ລະບົບສະໜອງພະລັງງານ ແລະ ນ້ຳມັນ ໃຫ້ເປັນຮູບປະທຳໄວ ຂຶ້ນ.ເປົ້າໝາຍສຳຄັນແມ່ນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນ “ສູນກາງເຊື່ອມຈອດໃນພາກພື້ນ” ຊຶ່ງຈະຊ່ວຍຫຼຸດຕົ້ນທຶນການຜະ ລິດ ແລະ ການຂົນສົ່ງ, ເພີ່ມຄວາມສາມາດແຂ່ງຂັນຂອງສິນຄ້າ ແລະ ເຊື່ອມໂຍງເສດຖະກິດສອງປະເທດເຂົ້າກັນຢ່າງແໜ້ນແຟ້ນ.
ເສົາຄໍ້າ 2: ການຊຸກຍູ້ການຄ້າ ແລະ ການລົງທຶນສອງສົ້ນ. ພວກເຮົາຄາດຫວັງວ່າຈະສ້າງກົນໄກອຳນວຍຄວາມສະດວກ ແລະ ດຶງດູດນັກລົງທຶນຫວຽດນາມເຂົ້າມາລົງ ທຶນຢູ່ລາວຫຼາຍຂຶ້ນ, ໂດຍສະເພາະ ໃນຂົງເຂດພະລັງງານສະອາດ, ກະສິກຳເຕັກໂນໂລຊີສູງ, ບໍ່ແຮ່ ແລະ ການປຸງແຕ່ງສິນຄ້າພາຍໃນ, ຈະສືບຕໍ່ແກ້ໄຂອຸປະສັກຕ່າງໆໃນການຄ້າຂາຍຂ້າມຊາຍແດນ ເພື່ອໃຫ້ຍອດມູນຄ່າການຄ້າສອງສົ້ນບັນລຸຕາມເປົ້າໝາຍທີ່ການນຳຂັ້ນສູງຂອງສອງປະເທດໄດ້ຕົກລົງກັນໄວ້.
ເສົາຄໍ້າ 3: ການຮ່ວມມືຮອບດ້ານດ້ານພະລັງງານ,ການສຶກສາ ແລະ ການທ່ອງທ່ຽວ. ສອງປະເທດ ມີທ່າແຮງບົ່ມຊ້ອນຫຼາຍດ້ານ; ພວກເຮົາຈະສົ່ງເສີມການແລກປ່ຽນ ແລະ ການຄ້າພະລັງງານໃຫ້ເລິກເຊິ່ງ, ສືບຕໍ່ກໍ່ສ້າງສະຖາບັນການສຶກສາຮ່ວມກັນ ແລະ ຮ່ວມສົ່ງເສີມການທ່ອງທ່ຽວໃນຮູບ ແບບ “ໜຶ່ງຈຸດໝາຍ ສອງປະເທດ” ເພື່ອດຶງດູດນັກທ່ອງ ທ່ຽວຈາກພາຍນອກ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນສອງຊາດ.
ຄວາມມຸ່ງມາດປາຖະໜາສູງສຸດ. ສິ່ງທີ່ຝ່າຍລາວ ມຸ່ງຫວັງຢາກຊຸກຍູ້ໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ເປັນຮູບປະທຳຫຼາຍທີ່ສຸດ ຄື: ການຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ມີລັກສະ ນະບຸກທະລຸ ແລະ ສົມຄູ່ກັບຄວາມໝາຍອັນຍິ່ງໃຫຍ່ຂອງສາຍພົວພັນການເມືອງພິເສດລະຫວ່າງສອງປະເທດ. ເພື່ອ
ບັນລຸເປົ້າໝາຍດັ່ງກ່າວ, ຈະເນັ້ນ 3 ທິດທາງປະຕິບັດ:
ເລັ່ງລັດການເຊື່ອມຈອດເສດຖະກິດມະຫາພາກ ແລະ ໂຄງລ່າງພື້ນຖານຍຸດທະສາດ: ໃຫ້ບັນດາໂຄງການເຊື່ອມຕໍ່ຄົມ ມະນາຄົມ,ພະລັງງານ ແລະ ລະບົບຂົນສົ່ງສິນຄ້າກ້າວໜ້າໄວຂຶ້ນ, ສ້າງເປັນ “ກະດູກສັນຫຼັງ” ແຫ່ງການຮ່ວມມືທີ່ໝັ້ນຄົງ ແລະ ຍືນຍົງ.
ປະຕິບັດທຸກວຽກງານດ້ວຍ: ຄວາມວ່ອງໄວ, ແທດເຖິງ, ມີປະສິດທິຜົນ, ປະຕິບັດໄດ້ຈິງ. ທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງຫັນປ່ຽນວິທີເຮັດວຽກໃຫ້ຄ່ອງຕົວ, ແກ້ໄຂບັນຫາຕິດຂັດຢ່າງທັນການ, ເພື່ອໃຫ້ນັກລົງທຶນທັງ ສອງຝ່າຍສາມາດດຳເນີນທຸລະກິດໄດ້ຢ່າງສະດວກ, ວ່ອງ ໄວ ແລະ ໝັ້ນໃຈ.
ຮັດແໜ້ນຄວາມຜູກພັນຜ່ານຄົນຮຸ່ນໜຸ່ມ: ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ພວກເຮົາຈະສົ່ງເສີມການແລກປ່ຽນຊາວໜຸ່ມ, ການສຶກສາ ແລະ ວັດທະນະທຳ ເພື່ອປູກຝັງຈິດສຳນຶກມູນເຊື້ອແຫ່ງຄວາມສາມັກຄີພິເສດໃຫ້ເລິກເຊິ່ງໃນຄົນຮຸ່ນຕໍ່ໄປ, ເນື່ອງຈາກພວກເຂົາຄື ” ຜູ້ສືບທອດ” ທີ່ຈະຖະນຸຖະໜອມ ແລະ ສືບຕໍ່ສ້າງສາຍພົວພັນອັນຫາຍາກນີ້ໃຫ້ໝັ້ນຄົງຂະໜົງແກ່ນຢູ່ຄຽງຄູ່ສອງປະເທດຕະຫຼອດໄປ.
ທ້າຍສຸດນີ້, ຂ້າພະເຈົ້າ ຂໍແຈ້ງມາຍັງບັນດາທ່ານຊາບວ່າ ໃນທ້າຍປີ 2026, ສປປ ລາວ ຈະຫຼຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາຢ່າງເປັນທາງການ ໂດຍຈະມີໄລຍະຂ້າມຜ່ານ 3 ປີ (2026-2029) ພ້ອມທັງ ກໍາລັງຈັດ ຕັ້ງປະຕິບັດນະໂຍບາຍເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ຈຶ່ງຂໍຮຽກຮ້ອງມາຍັງບັນດາປະເທດເພື່ອນມິດ ວົງຄະນະຍາດສາກົນ ສືບຕໍ່ໃຫ້ການຮ່ວມມື ແລະ ສະ ໜັບ ສປປ ລາວ ໃຫ້ສາມາດຫຼຸດພົ້ນອອກຈາກສະຖານະ ພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ຍືນຍົງ.
ຂໍຖືໂອກາດນີ້, ສະເໜີມາຍັງ ສະຫາຍ ຫວຽດນາມອ້າຍນ້ອງ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ພາຍໃຕ້ຂອບການຮ່ວມມືຕ່າງໆທີ່ການນຳຂັ້ນສູງຂອງ ສອງພັກ-ສອງລັດ ໄດ້ຕົກລົງຮ່ວມກັນໃຫ້ເກີດຜົນເປັນຈິງ.
ອີກປະການໜຶ່ງ, ຂ້າພະເຈົ້າ ຕີລາຄາສູງວ່າ ຜົນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ເລ ມິງ ຮືງ ໃນຄັ້ງນີ້ ຍັງຈະປະກອບສ່ວນສຳຄັນເຂົ້າໃນຂະ ບວນການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ- ຫວຽດນາມ, ຫວຽດນາມ-ລາວ ໃນປີ 2027 ກໍຄື ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ 5/09/1962) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ (18/7/1977) ພ້ອມທັງເປັນການຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດໃຫ້ແຕກດອກອອກຜົນ ເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູງປະຊາຊົນ ສອງຊາດ ລາວ- ຫວຽດນາມ. 

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ