ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດມຽນມາ ປະຈຳລາວ

ໃນຕອນເຊົ້າວັນທີ 7 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະ ມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອ່ອງ ໂກ (Aung Ko) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ປະຈໍາ ສປປ ລາວ ທີ່ໄດ້ຕາງໜ້າ ທ່ານປະທານາທິບໍດີ ກໍຄືລັດຖະບານ ແຫ່ງ ສສ ມຽນມາ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

ທ່ານ ອ່ອງ ໂກ ຕາງໜ້າລັດຖະບານ ແຫ່ງ ສສ ມຽນ ມາ ໄດ້ກ່າວສະແດງຄວາມຍິນດີ, ຊົມເຊີຍ ແລະ ນຳເອົາສານອວຍພອນ ຈາກທ່ານ ປະທານາທິບໍດີ ແຫ່ງ ສສ ມຽນ ມາ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຈາກສະພາແຫ່ງຊາດ ແລະ ປະ ຊາຊົນລາວ ໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ ແລະ ປະສົບການຂອງທ່ານ ສະ ເຫຼີມໄຊ ກົມມະສິດ ຈະສາມາດຜ່ານຜ່າສິ່ງທ້າທາຍຕ່າງໆ ແລະ ນຳພາປະເທດຊາດ ພັດທະນາສູ່ຄວາມຈະເລີນຮຸ່ງເຮືອງ ຕາມຄາດໝາຍທີ່ກຳນົດໄວ້ ໃນແຕ່ລະໄລຍະ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄຳອວຍພອນອັນຈົບງາມຈາກທ່ານ ປະທານາທິບໍດີ ກໍຄື ລັດຖະບານ ແລະ ປະຊາຊົນມຽນມາ,ລວມທັງການໃຫ້ຄວາມຮ່ວມມື, ສະໜັບສະໜູນ ຊ່ວຍເຫຼືອ ຂອງຝ່າຍມຽນມາ ໃນຕະຫຼອດໄລຍະທີ່ຜ່ານມາ, ເຊິ່ງບັນດາໝາກຜົນດັ່ງກ່າວ ຖືເປັນຂີດໝາຍສຳຄັນ ຕໍ່ການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ລັດຖະບານ ແລະ ປະຊາຊົນສອງປະ ເທດ ລາວ-ມຽນມາ, ພ້ອມທັງ ສະເໜີສອງຝ່າຍ ສືບຕໍ່ສົ່ງ ເສີມການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງ ທຶນ,ການສຶກສາ,ສາທາລະນະສຸກ, ການປ້ອງກັນຊາດ ແລະອື່ນໆ ໃຫ້ມີການຂະຫຍາຍຕົວສູ່ບາດກ້າວໃໝ່.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.





