ສືບຕໍ່ເອົາໃຈໃສ່ເຂັ້ມງວດ ເພີ່ມທະວີການສະກັດກັ້ນກວດລ້າງແກ໊ງສະແກມເມີ ແລະ ການພະນັນອອນລາຍ

ວັນທີ 24 ກັນຍາ 2026 ກະຊວງປ້ອງກັນຄວາມສະຫງົບ, ອອກແຈ້ງການໃຫ້ສືບຕໍ່ເອົາໃຈໃສ່ໃນການເພີ່ມທະວີ ການສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກຳ ທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ. ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໃນນາມກອງເລຂາ ແຈ້ງການມາຍັງທຸກພາກສ່ວນທີ່ ກ່ຽວຂ້ອງ ໃຫ້ສືບຕໍ່ເອົາໃຈໃສ່ ເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ດັ່ງນີ້:
– ອີງຕາມ ຄໍາສັ່ງວ່າດ້ວຍການເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງດ້ານອິນເຕີເນັດ, ພະນັນ ອອນລາຍ ສະບັບເລກທີ 32/ນຍ, ລົງວັນທີ 12 ທັນວາ 2025;
– ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1689/ປກສ, ລົງວັນທີ 17 ກັນຍາ 2021;
– ອີງຕາມ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງກອງເລຂາຊ່ວຍວຽກຄະນະຮັບຜິດຊອບແກ້ໄຂບັນຫາສະແກມເມີ ແລະ ການພະນັນອອນລາຍ ສະບັບເລກທີ 1444/ປກສ, ລົງວັນທີ 18 ພຶດສະພາ 2026;
– ອີງຕາມ ແຈ້ງການ ສະບັບເລກທີ 308/ປກສ, ລົງວັນທີ 15 ກໍລະກົດ 2026 ການຈັດຕັ້ງປະຕິບັດຄໍາສັ່ງ ສະບັບ ເລກທີ 32/ນຍ ແລະ ແຈ້ງການເພີ່ມເຕີມ ສະບັບເລກທີ 280/ຫວກ, ວັນທີ 23 ກໍລະກົດ 2026 ກ່ຽວກັບ ການເພີ່ມທະວີການສະກັດກັ້ນ ແລະ ການແກ້ອາຊະຍາກຳທາງດ້ານອິນເຕີເນັດ, ການພະນັນອອນລາຍ ແລະ ສະແກມເມີ.
ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ໃນນາມກອງເລຂາ ຂໍຖືເປັນກຽດ ແຈ້ງການມາຍັງທຸກພາກສ່ວນທີ່ ກ່ຽວຂ້ອງ ໃຫ້ສືບຕໍ່ເອົາໃຈໃສ່ ເພີ່ມທະວີການສະກັດກັ້ນ ແລະ ແກ້ໄຂບັນຫາອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ດັ່ງນີ້:
1. ສະພາບການຈັດຕັ້ງປະຕິບັດ ແກ້ໄຂອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ໃນໄລຍະຜ່ານ ມາ ຈົນເຖິງປະຈຸບັນ ຍ້ອນ ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ, ຫົວໜ່ວຍທຸລະກິດ, ຕະຫຼອດຮອດ ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ເປັນເຈົ້າການ ເອົາໃຈໃສ່ໃນການປະກອບສ່ວນໃຫ້ການຮ່ວມມື ແຈ້ງ ຫຼື ສະໜອງ ຂໍ້ມູນ, ເບາະແສຕ່າງໆ ເປັນຢ່າງດີ ໃຫ້ແກ່ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບພວກເຮົາ ສາມາດສະກັດກັ້ນ ແລະ ແກ້ໄຂອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ໄດ້ເປັນຢ່າງດີ ໃນໂອກາດອັນດີນີ້ ໃນນາມຫ້ອງວ່າການກະຊວງປ້ອງກັນ ຄວາມສະຫງົບ ກໍ່ຄື ຄະນະພັກ ຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ ຂໍສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ໄດ້ ປະກອບສ່ວນດັ່ງກ່າວ;
2. ຂໍຮຽກຮ້ອງມາຍັງ ເຈົ້າຂອງເຄຫະສະຖານ: ເຮືອນສ່ວນຕົວ, ເຮືອນເຊົ່າ, ຫ້ອງແຖວ, ເຮືອນພັກ, ໂຮງແຮມ, ອາພາດເມັ້ນ, ຕຶກອາຄານ ແລະ ອື່ນໆ ທີ່ໄດ້ໃຫ້ ບຸກຄົນ, ນິຕິບຸກຄົນ ລວມທັງພົນລະເມືອງລາວ ຄົນຕ່າງດ້າວ, ຄົນ ຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ເຊົ່າ ຕ້ອງໄດ້ເອົາໃຈໃສ່ຕິດຕາມ ກວດກາ ການນໍາໃຊ້ເຄຫາສະຖານ ທີ່ຕົນໃຫ້ເຊົ່າ ນັ້ນ ເພື່ອກຳໃຫ້ໄດ້ການເຄື່ອນໄຫວຂອງບຸກຄົນດັ່ງກ່າວ ວ່າບໍ່ມີພຶດຕິກຳທີ່ເປັນການລະເມີດ ກົດໝາຍ ແລະ ລະບຽບ ການ ຖ້າຫາກພົບເຫັນກໍ່ຕ້ອງໄດ້ແຈ້ງໃຫ້ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແຂວງ, ເມືອງ, ຕາແສງ, ປກສ ບ້ານ ບ່ອນທີ່ ຕົນອາໄສຢູ່ ຫຼື ບ່ອນທີ່ໃກ້ທີ່ສຸດ ຢ່າງທັນການ;
3. ກໍລະນີ ເຈົ້າຂອງເຄຫະສະຖານ: ເຮືອນສ່ວນຕົວ, ເຮືອນເຊົ່າ, ຫ້ອງແຖວ, ເຮືອນພັກ, ໂຮງແຮມ, ອາພາດ ເມັ້ນ, ຕຶກອາຄານ, ສະຖານທີ່ພັກເຊົາດັ່ງກ່າວ ແລະ ບັນດາຫົວໜ່ວຍບໍລິສັດຕ່າງໆ ຫາກພົບເຫັນ ບຸກຄົນ, ນິຕິບຸກຄົນ ທີ່ ເຄື່ອນໄຫວກໍ່ອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ແຕ່ມີການປິດບັງເຊື່ອງອຳ ຫຼື ສົມຮູ້ຮ່ວມຄິດ ບໍ່ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ຈະຖືກສຶກສາອົບຮົມ, ກ່າວເຕືອນ, ປັບໃໝ, ສໍາລັບເຄຫະສະຖານທີ່ເປັນ ຫ້ອງແຖວ, ເຮືອນພັກ, ໂຮງແຮມ, ອາພາດເມັ້ນ, ຕຶກອາຄານ ແລະ ບັນດາຫົວໜ່ວຍບໍລິສັດຕ່າງໆ ຖ້າກໍລະນີກ່າວເຕືອນ ສອງຄັ້ງ ແລ້ວ ຍັງມີການລະເມີດ ຈະຖືກຢຸດໂຈະ ຫຼື ຖອນ ໃບອະນຸຍາດດໍາເນີນທຸລະກິດ ຫຼື ດໍາເນີນຄະດີ ຕາມກົດໝາຍ ເເລະ ລະບຽບການ;
4. ໃຫ້ເອົາໃຈໃສ່ ປະຕິບັດຕາມແຈ້ງການ ສະບັບເລກທີ 280/ຫວກ, ລົງວັນທີ 23 ກໍລະກົດ 2026 ໃນກໍລະນີ ສະຖານທີ່ພັກເຊົາດັ່ງກ່າວ ທີ່ມີສັນຍາເຊົ່າ ກັບກຸ່ມແກ້ງກໍ່ອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ທີ່ ໄດ້ຈ່າຍເງິນມັດຈໍາ ຫຼື ເງິນຄ່າເຊົ່າລ່ວງໜ້ານັ້ນ ເຈົ້າໜ້າທີ່ຕ້ອງໄດ້ເກັບກູ້ຈຳນວນເງິນດັ່ງກ່າວ; ຖ້າມີຄວາມຈຳເປັນ ໃຫ້ຄຸມ ຕົວຜູ້ຮ່ວມຂະບວນການກໍ່ອາຊະຍາກໍາດັ່ງກ່າວ ເພື່ອກັກໂຕໄວ້ກັບທີ່ຊົ່ວຄາວໃນສະຖານທີ່ໃນເຄຫະສະຖານນັ້ນເລີຍ ແລະ ຖ້າເຈົ້າຂອງເຄຫະສະຖານ ມີສ່ວນຮ່ວມໂດຍກົງ ໃຫ້ຮັບຜິດຊອບການກິນຢູ່ພັກເຊົາ ຈົນກວ່າຈະສໍາເລັດຂັ້ນຕອນ ວຽກງານສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕຳຫຼວດ ແລະ ເເກ້ໄຂ ຕາມກົດໝາຍ ແລະ ລະບຽບການ;
5. ຮຽກຮ້ອງມາຍັງ ບັນດາ ສຳນັກງານ, ອົງການ, ການຈັດຕັ້ງ, ເຂດເສດຖະກິດພິເສດ, ວິສາຫະກິດກາຊີໂນ, ເຈົ້າ ຂອງເຄຫະສະຖານ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ ໃຫ້ສືບຕໍ່ເອົາໃຈໃສ່ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈ, ກໍໄດ້ສະພາບປະກົດການຫຍໍ້ທໍ້ໃນ ປັດຈຸບັນ ກ່ຽວກັບ ບັນດາເລ່ຫຼ່ຽມ, ການຖືກຕົວະຍົວະ, ຫຼອກລວງ ແລະ ການສໍ້ໂກງຊັບ ຂອງພວກກໍ່ອາຊະຍາກຳທາງ ດ້ານອິນເຕີເນັດ ແລະ ການພະນັນອອນລາຍ ເພື່ອເປັນເຈົ້າການມີສະຕິລະວັງຕົວ ແລະ ປະກອບສ່ວນ, ໃຫ້ການຮ່ວມມື ໃນການແກ້ໄຂອາຊະຍາກໍາດັ່ງກ່າວ ດ້ວຍການແຈ້ງຂໍ້ມູນ, ເບາະແສ, ຫຼັກຖານ, ສະໜອງຂໍ້ມູນອື່ນໆ ຫຼື ຊ່ວຍຈັບກຸມຜູ້ ກະທໍາຜິດເຊິ່ງໜ້າ ໃນການສະກັດກັ້ນ ແລະ ສາມາດແກ້ໄຂໄດ້ທັນເວລາ.
ດັ່ງນັ້ນ,ຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ຈຶ່ງອອກແຈ້ງການສະບັບນີ້ ມາຍັງທຸກພາກສ່ວນທີ່ກ່ຽວ ຂ້ອງ ໃນຂອບເຂດທົ່ວປະເທດ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດດ້ວຍ.







