ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ພົບປະກັບ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ຫວຽດນາມ

ໃນວັນທີ 8 ຕຸລາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026 ແລະ ເປັນປະ ທານຮ່ວມໃນກອງປະຊຸມສົ່ງເສີມການລົງທຶນລາວ-ຫວຽດ ນາມ ໃນວັນທີ 8 ຕຸລາ 2026 ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດພົບປະກັບ ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ຊຶ່ງເປັນການເຄື່ອນໄຫວຢ້ຽມຢາມຕ່າງປະເທດຢ່າງເປັນທາງການຄັ້ງທຳອິດ ພາຍ ຫລັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດ ໃນການຢ້ຽມຢາມຕ່າງປະ ເທດ. ສິ່ງດັ່ງກ່າວ, ເປັນການສະແດງໃຫ້ເຫັນເຖິງ ການຖືສຳຄັນ ແລະ ບຸລິມະສິດຕົ້ນຕໍ ໃນການເສີມຂະຫຍາຍສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ.
ນອກຈາກນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມໄປຍັງບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດຫວຽດນາມ ໂດຍສະ ເພາະແມ່ນ ສະຫາຍ ປະທານສະພາແຫ່ງຊາດ ເຈິ່ນ ແທັງ ເໝີ້ນ, ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງການພົບປະສອງຝ່າຍ ລະຫວ່າງ ສອງນາ ຍົກລັດຖະມົນຕີ ລາວ-ຫວຽດນາມ ລວມທັງການເຂົ້າຢ້ຽມຂໍ່ານັບສະຫາຍເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ກອງປະຊຸມສົ່ງເສີມການລົງທຶນ ລາວ- ຫວຽດນາມ.

ໃນໂອກາດນີ້, ສະຫາຍ ປະທານສະພາແຫ່ງຊາດລາວ ຍັງໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນເປັນຢ່າງສູງ ຕໍ່ການສະໜັບສະໜູນ, ຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໃນໄລຍະຜ່ານມາ ໂດຍສະເພາະຕໍ່ການຊ່ວຍເຫລືອຂອງສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ສະພາແຫ່ງຊາດລາວ ແລະ ຫວັງເປັນຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການສະ ໜັບສະໜູນຕໍ່ໄປ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ, ຮອບດ້ານ ທີ່ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ໃນໄລຍະຜ່ານມາ ພາຍໃຕ້ການນໍາພາອັນຖືກຕ້ອງ, ສະຫລາດສ່ອງໃສຂອງພັກກອມມູນິດຫວຽດ ນາມ ອັນມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້າ, ມີການບໍລິຫານທີ່ມີປະສິດທິພາບຂອງລັດຖະບານ ແລະ ການຕິດຕາມຢ່າງໃກ້ຊິດຂອງສະພາແຫ່ງຊາດ, ເຮັດໃຫ້ຫວຽດນາມ ສາມາດຮັກສາຈັງຫວະການພັດທະນາເສດຖະກິດ-ສັງຄົມ ໃນລະດັບສູງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມເຂັ້ມແຂງ, ການພົວພັນຮ່ວມມືກັບຕ່າງປະເທດໄດ້ຮັບການເປີດກວ້າງ, ເຮັດໃຫ້ຊື່ສຽງ ແລະ ບົດບາດອິດທິພົນ ຂອງຫວຽດນາມ ນັບມື້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ພ້ອມດຽວກັນນັ້ນ, ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນ ແລະ ຮ່ວມກັນແລກປ່ຽນຄໍາຄິດຄໍາເຫັນຕໍ່ການພົວພັນຮ່ວມມືຂອງສອງປະເທດ ກໍຄືຂອງສອງອົງການນິຕິບັນຍັດໃນໄລຍະຜ່ານມາ ຊຶ່ງເຫັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງໄວວາ, ສັບສົນ, ແຕ່ສາຍພົວພັນລະຫວ່າງສອງປະເທດ ໂດຍແມ່ນ ປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ ຮ່ວມກັບ ປະ ທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ເປັນຜູ້ກໍ່ຕັ້ງ ໄດ້ຮັບການຖະນຸຖະໜອມ, ເພີ່ມພູນຄູນສ້າງ, ແຕກດອກອອກຜົນ ແລະ ໄດ້ຮັບການຍົກລະດັບຂຶ້ນເປັນ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່,ຄວາມສາມັກຄີພິເສດ,ການ ຮ່ວມມືຮອບດ້ານແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດ ນາມ ແລະ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນທຸກໆຂົງເຂດວຽກງານ ໂດຍສະເພາະແມ່ນ ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃນການຮ່ວມ ກັນ ຕິດຕາມ ແລະ ຊຸກຍູ້ຢ່າງໃກ້ຊິດ ການຈັດຕັ້ງຜັນຂະ ຫຍາຍ ບັນດາຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄື ແຜນການຮ່ວມມື ລະຫວ່າງ ສອງລັດຖະບານ ໂດຍສະເພາະແມ່ນ ຜົນສຳເລັດການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ຂອງສະຫາຍເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປປ ລາວ ເມື່ອບໍ່ດົນມານີ້ ແລະ ການຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້ ໃຫ້ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ເປັນຮູບປະທໍາຍິ່ງໆຂຶ້ນ.
ໃນຂະນະດຽວກັນ, ສະຫາຍ ເລ ມິງ ຮຶງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະແດງຍິນດີ ແລະ ຊົມເຊີຍສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນຈາກສະຫາຍ ປະທານສະພາແຫ່ງຊາດຫວຽດນາມ ເຈິ່ນ ແທັງ ເໝີ້ນ ເຖິງສະຫາຍ ປະທານສະພາແຫ່ງຊາດລາວ, ພ້ອມທັງໄດ້ສະ ແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຫວຽດນາມ-ລາວ ທີ່ຍາດມາໄດ້ ໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.





