ກອງປະຊຸມສົ່ງເສີມການລົງທຶນລະຫວ່າງ ລາວ-ຫວຽດນາມ 2026

ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສົມທົບກັບ ຄະນະກຳມະການຮ່ວມມືລາວ-ຫວຽດ, ກະ ຊວງການເງິນ ສສ ຫວຽດນາມ, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ,ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງ ຊາດລາວ ແລະ ສະມາຄົມທຸລະກິດຫວຽດນາມ ປະຈໍາລາວ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດ ນາມ ໃນວັນທີ 8 ຕຸລາ 2026 ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ, ເປັນປະທານຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເເລະ ທ່ານ ເລ ມິງ ຮື ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ,ມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດລາວ- ຫວຽດນາມ ຈໍານວນ 500 ທ່ານ.

ກອງປະຊຸມ ສົ່ງເສີມການລົງທຶນ ລາວ-ຫວຽດນາມ ຖືເປັນເວທີແຫ່ງການເສີມຂະຫຍາຍສາຍພົວພັນ, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໂດຍສະເພາະແມ່ນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 65 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ແລະ ປະກອບສ່ວນໃຫ້ແກ່ການກະກຽມການ ສະຫຼອງວັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2027 ທີ່ຈະມາເຖິງນີ້ ໃຫ້ມີເນື້ອໃນຄວາມໝາຍເລິກເຊິ່ງ ແລະ ສົມກຽດ.
ກອງປະຊຸມ ໄດ້ເປີດໂອກາດໃຫ້ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ສະມາຄົມນັກທຸລະກິດຫວຽດນາມ ປະຈຳລາວ, ວິສາຫະກິດ ລາວ ແລະ ຫວຽດ ນາມ ໄດ້ລາຍງານ ກ່ຽວກັບສະພາບການລົງທຶນຂອງຕົນ ເອງ ແລະ ຂໍສະເໜີຕ່າງໆ ເຊິງໂດຍລວມ ວິສາຫະກິດຂອງ ທັງ 2 ປະເທດ ໄດ້ມີຄວາມເຊື່ອໝັ້ນສູງຕໍ່ ນະໂຍບາຍຂອງພາກລັດໃນການສົ່ງເສີມການລົງທຶນຂອງເອກະຊົນ ເຮັດໃຫ້ທຸລະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສະເໜີຂໍໃຫ້ລັດຖະບານ ສືບຕໍ່ປັບປຸງບັນດາຂອດຂັ້ນ ແລະ ກົນ ໄກ ຂອງພາກລັດທີກ່ຽວຂ້ອງກັບການດຳເນີນທຸລະກິດ ແລະ ການລົງທຶນ ໃຫ້ມີຄວາມສະດວກ ແລະ ວ່ອງໄວຂຶ້ນກວ່າເກົ່າ.

ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ຢືນຢັນຕໍ່ກອງປະຊຸມວ່າ: ລັດຖະບານ ສປປ ລາວ ໄດ້ຖືສຳຄັນການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ແລະ ໃຫ້ບູລິມະສິດສູງສຸດຕໍ່ການປັບປຸງສະພາບແວດລ້ອມການດຳເນີນທຸລະ ກິດ ແລະ ການລົງທຶນໃຫ້ດີຂຶ້ນ, ອັນພົ້ນເດັ່ນ ແມ່ນໄດ້ສ້າງຕັ້ງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ເພື່ອເປັນເສນທິການໃຫ້ແກ່ລັດຖະບານໃນການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຕາມທິດລວມສູນ ແລະ ປະຕູດຽວ ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານນາຍົກລັດຖະ ມົນຕີ.

ທ່ານນາຍົກລັດຖະມົນຕີ ຍັງໄດ້ຍ້ອງຍໍຊົມເຊີຍ ວິສາ ຫະກິດ ລາວ ແລະ ຫວຽດນາມ ທີ່ໄດ້ປະກອບສ່ວນສຳຄັນ ໃນການລົງທຶນເຂົ້າໃນບັນດາຂະແໜງການບູລິມະສິດ ເຮັດໃຫ້ມູນຄ່າການລົງທຶນຂອງພາກເອກະຊົນ ສາມາດບັນລຸເກີນແຜນທີ່ກຳນົດໄວ້ ແລະ ສະເພາະ 9 ເດືອນ ປີ 2026 ລັດຖະບານໄດ້ອະນຸມັດການລົງທຶນໃນກິດຈະການຄວບ ຄຸມ ແລະ ສໍາປະທານ 45 ໂຄງການ, ມູນຄ່າອະນຸມັດ 8,57 ຕື້ໂດລາສະຫະລັດ, ໃນນັ້ນການລົງທຶນຂອງ ສສ ຫວຽດນາມ ມີມູນຄ່າຫຼາຍກວ່າໝູ່ ( 4,7 ຕື້ ໂດລາສະຫະ ລັດ ).
ເພື່ອໃຫ້ການຮ່ວມມື ເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສອງ ຊາດ ລາວ-ຫວຽດນາມ ສົມຄູ່ກັບການພົວພັນຮ່ວມມືທາງດ້ານການເມືອງ, ທ່ານ ເລ ມີງ ຮື ນາຍົກລັດຖະມົນຕີ ເເຫ່ງ ສສ ຫວຽດນາມ ໄດ້ຮຽກຮ້ອງໃຫ້ວິສາຫະກິດຫວຽດນາມ ຂະຫຍາຍການລົງທຶນຢູ່ໃນ ສປປ ລາວ ໃຫ້ຫຼາຍຂຶ້ນ ໂດຍສະເພາະໃນບັນດາຂະແໜງການບູລິມະສິດ ທີ່ 2 ລັດຖະບານຊຸກຍູ້ສົ່ງເສີມ ເປັນຕົ້ນ ຂະແໜງກະສິກຳທີນຳໃຊ້ເຕັກໂນໂລຊີສູງ,ການປຸງແຕ່ງແຮ່ທາດ, ພະລັງງານສະອາດ, ທະນາຄານ-ການເງີນ, ໂລຈິດສະຕິກ,ການທ້ອງທ່ຽວ ແລະ ການຫັນເປັນດີຈີຕອນ ແລະ ເຊີນຊວນ ວິສາຫະກິດລາວ ໃຫ້ສຶກສາກາລະໂອກາດ ໃນການເຂົ້າມາລົງທຶນຢູ່ ຫວຽດນາມໃຫ້ຫຼາຍຂຶ້ນ.
ໃນກອງປະຊຸມ, ຍັງໄດ້ມີການມອບ-ຮັບ ແລະ ແລກ ປ່ຽນເອກະສານວຽກງານລົງທຶນ ທັງໝົດ 18 ລາຍການ ເຊິ່ງເປັນສັນຍາລັກອັນເປັນຮູບປະທຳໃຫ້ແກ່ການເສີມຂະ ຫຍາຍການຮ່ວມມືດ້ານການລົງທຶນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.





