MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງບໍລິຄໍາໄຊ ມ້າງກຸ່ມແກ້ງລັກຊັບພົນລະເມືອງ ສາມາດກັກຕົວຜູ້ຖືກຫາ 11 ຄົນ ມາດໍາເນີນຄະດີຕາມລະບຽບກົດໝາຍ

ປກສ ແຂວງບໍລິຄໍາໄຊ ມ້າງກຸ່ມແກ້ງລັກຊັບພົນລະເມືອງ ສາມາດກັກຕົວຜູ້ຖືກຫາ 11 ຄົນ ມາດໍາເນີນຄະດີຕາມລະບຽບກົດໝາຍ

kaling
ເຜີຍແຜ່: 12 ຕຸລາ 2026, 10:22
ປັບປຸງຫຼ້າສຸດ: 12 ຕຸລາ 2026, 10:23
ອ່ານ 12 ຄັ້ງ
ປກສ ແຂວງບໍລິຄໍາໄຊ ມ້າງກຸ່ມແກ້ງລັກຊັບພົນລະເມືອງ ສາມາດກັກຕົວຜູ້ຖືກຫາ 11 ຄົນ ມາດໍາເນີນຄະດີຕາມລະບຽບກົດໝາຍ

ໃນປັດຈຸບັນ ຄະດີລັກຊັບພົນລະເມືອງ ໄດ້ສ້າງຄວາມເສຍຫາຍ, ຄວາມບໍ່ສະຫງົບໃຫ້ແກ່ພໍ່ແມ່ປະຊາຊົນ ແລະ ສັງຄົມ ໂດຍສະເພາະຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ບັນຫາການລັກຊັບພົນລະເມືອງ ຍັງມີລັກສະນະພົ້ນເດັ່ນ ແລະ ເກີດຂື້ນຫຼາຍ; ສະນັັ້ນ ເພື່ອແກ້ໄຂບັນຫາດັ່ງກ່າວ ກອງບັນຊາການ ປກສ ແຂວງບໍລິຄຳໄຊ ຈື່ງໄດ້ອອກຂໍໍ້ຕົກລົງ ເລກທີ 4577/ປກສ.ບຊ ວ່າດ້ວຍການແຕ່ງຕັ້ງ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ, ເຈົ້າທີ່ພະແນກນິຕິວິທະຍາ ຫ້ອງຕໍາຫຼວດ ປກສ ແຂວງບໍລິູຄໍາໄຊ ລົງສົມທົບກັບ ໜ່ວຍງານອາຍາເສດຖະກິດ ພະແນກຕໍາຫຼວດ ປກສ ເມືອງປາກຊັນ ຂື້ນບັນຊີຕິດຕາມເປົ້າໝາຍ ຕາມຫຼັກການວິຊາສະເພາະ ຜ່ານການລົງຕິດຕາມ, ກວດກາ ແລະ ຄັດຈ້ອນບັນດາກຸ່ມເປົ້າໝາຍ ໃນໄລຍະເດືອນມິຖຸນາ ຫາ ກັນຍາ 2026 ເກີດເຫດລັກຊັບຂອງພົນລະເມືອງຫຼາຍຄັ້ງໃນເຂດເມືອງປາກຊັນ ແຂວງບໍລິຄຳໄຊ, ໂດຍຊັບສິນທີ່ຖືກລັກສ່ວນໃຫຍ່ແມ່ນສາຍໄຟຟ້າຈາກເຮືອນທີ່ບໍ່ມີຄົນອາໄສຢູ່, ສະຖານທີ່ກໍ່ສ້າງ, ເຮືອນພັກ, ຮ້ານບັນເທິງ ແລະ ສະຖານທີ່ອື່ນໆ ເຊີ່ງສ້າງຄວາມເສຍຫາຍແກ່ປະຊາຊົນ ແລະ ກະທົບຕໍ່ຄວາມສະຫງົບປອດໄພໃນສັງຄົມ ຈື່ງສາມາດພົບເຫັນ ແລະ ກັກຕົວຜູ້ກະທໍາຜິດໄດ້ ຈໍານວນ 11 ຄົນ ມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບສວນ: ກຸ່ມທີ່ 01 ທ້າວ ສົມສະນິດ ( ອ້ົນ ) ອາຍຸ 36 ປີ ອາຊີບກໍາມະກອນ ປະຈຸບັນຢູ່ບ້ານຊະນະໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໃຫ້ການຮັບສາລະພາບວ່າ: ໃນໄລຍະເດືອນ ມິຖຸນາ ຫາເດືອນກັນຍາ 2026 ໄດ້ກໍ່ເຫດລັກຊັບພົນລະເມືອງ ປະເພດສາຍໄຟ ຈາກເຮືອນ ແລະ ສະຖານທີ່ກໍ່ສ້າງມາແລ້ວ 09 ຄັ້ງ, ພາຍຫຼັງໄດ້ສາຍໄຟມາແລ້ວກໍານໍາມາປອກເປືອກເພື່ອແຍກເອົາທອງແດງໄປຂາຍ ແລ້ວນໍາເງີນມາໃຊ້ຈ່າຍຫຼີ້ນກີນຟຸມເຟືອຍຈົນໝົດ ຜ່ານມາຜູ້ກ່ຽວຍັງເຄີຍຖືກດໍາເນີນດີມາແລ້ວ 03 ຄັ້ງ ຂໍ້ຫາລັກຊັບພົນລະເມືອງ ແລະ ຖືກຝາກດັດມາແລ້ວເຖິງ 05 ຄັ້ງ; ທ້າວ ເທບພະກອນ ( ມາມີ່ ) ອາຍູ 32 ປີ ອາຊີບກຳມະກອນ ປະຈຸບັນຢູ່ບ້ານອານຸສອນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ ໃນໄລຍະເດືອນ ກໍລະກົດ ຫາ ເດືອນ ສິງຫາ ປີ 2026 ຕົນເອງໄດ້ລັກສາຍໄຟຟ້າເຮືອນປະຊາຊົນ 03 ຫຼັງ ແລະ ລົງມືກໍ່ເຫດມາແລ້ວຫຼາຍຄັ້ງ ພໍໄດ້ສາຍໄຟຟ້າແລ້ວ ກໍ່ນໍາມາປອກເປືອກນໍາເອົາທອງແດງໄປຂາຍ ມາໃຊ້ຈ່າຍຫຼີ້ນກີນຈົນໝົດ ຕໍ່ມາຈື່ງຖືກເຈົ້າ ໜ້າທີ່ກັກຕົວມາດໍາເນີນຄະດີ. ກຸ່ມທີ່ 2 ປະກອບມີ: ທ້າວ ສຸກສະຫວັດ ( ໝໍ້ ) ອາຍຸ 33 ປີ ອາຊີບ ກຳມະກອນ ປະຈຸບັນຢູ່ບ້ານ ໂພນໄຊ ເມືອງປາກຊັນ, ທ້າວ ທັດສະວົງ ( ເລັກ ) ອາຍຸ 27 ປີ, ອາຊີບ ກໍາມະກອນ ປະຈຸບັນ ຢູ່ບ້ານໂພນໄຊເໜືອ, ທ້າວ ສຸກກະເສີມ ( ກົບ ) ອາຍຸ 31 ປີ, ອາຊີບ ກຳມະກອນ ປະຈຸບັນຢູ່ບ້ານ ໂພນໄຊເໜືອ, ທ້າວ ຄໍາປະເສີດ ( ຂຽດ) ອາຍຸ 30ປີ ອາຊີບ ກຳມະກອນ ປະຈຸບັນ ຢູ່ບ້ານ ໂພນໄຊເໜືອ, ທ້າວ ອຸ່ນສົມບັດ ( ອຸ່ນ ) ອາຍຸ 32 ປີ, ອາຊີບ ກຳມະກອນ ປະຈຸບັນຢູ່ບ້ານ ທົ່ງນ້ອຍ ແລະ ທ້າວ ສີວິໄລ ( ປຸ່ນ ) ອາຍຸ 46 ປີ ອາຊີບກໍາມະກອນ ປະຈຸບັນຢູ່ບ້ານສີມຸງຄຸນ ທັງ 06 ຄົນ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ພວກກ່ຽວ ທັງ 06 ໄດ້ໃຫ້ການຮັບສາລະພາບວ່າ: ໃນໄລຍະເດືອນ ມິຖຸນາ ຫາ ເດືອນ ກັນຍາ ປີ 2026 ໄດ້ຮ່ວມກັນລັກຊັບພົນລະເມືອງມາແລ້ວ 11 ຄັ້ງ ເຊີ່ງພວກກ່ຽວທັງ 06 ຄົນ ໄດ້ລົງມືຕັດເອົາສາຍໄຟຂອງພໍ່ແມ່ປະຊາຊົນ ຢູ່ພາຍໃນເມືອງປາກຊັນ ມາແລ້ວຫຼາຍຄັ້ງ ເພື່ອນໍາມາປອກເປືອກ ແລ້ວນໍາໄປຂາຍນໍາເງີນມາແບ່ງປັນກັນໃຊ້ຈ່າຍຫຼີ້ນກີນຈົນໝົດ ການກະທໍາດັ່ງກ່າວໄດ້ສ້າງຜົນເສຍຫາຍຢ່າງຫຼວງຫຼາຍ ຕໍ່ຊັບສີນຂອງຜູ້ອື່ນ ສ້າງຄວາມບໍ່ສະຫງົບ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ກຸ່ມທີ່ 3 ແມ່ນ ທ້າວ ໄກ່ ອາຍຸ 28 ປີ ອາຊີບ ຫວ່າງງານ ປະຈຸບັນຢູ່ບ້ານໂພສີ ເມືອງປາກຊັນ, ທ້າວ ຄົມ ອາຍຸ 15 ປີ ອາຊີບກໍາມະກອນ ແລະ ທ້າວ ສັນ ອາຍຸ 23 ປີ ອາຊີບ ກຳມະກອນ ປະຈຸບັນທັງ 2 ຄົນຢູ່ບ້ານໂພສີ ເມືອງປາກຊັນ ແຂວງບໍລິຄໍາໄຊ, ທ້າວ ໄກ່ ໃຫ້ການຮັບສາລະພາບວ່າ: ໃນໄລຍະ ເດືອນ ກໍລະກົດ ຫາ ສິງຫາ 2026 ໄດ້ກໍ່ເຫດລັກຊັບພົນລະເມືອງມາແລ້ວ 09 ຄັ້ງ ເຊີ່ງໄດ້ອອກເຄື່ອນໄຫວລັກຊັບໃນເວລາກາງຄືນ ຢູ່ຕາມຖຽງນາ, ຄອກສັດ, ເຮືອນຄົວ, ຫໍພັກ. ສະຖານທີ່ບັນເທິງ ແລະ ເຮືອນປະຊາຊົນ ສ່ວນຫຼາຍແມ່ນການລັກຕັດສາຍໄຟຟ້າ ແລ້ວນຳໄປປອກເປືອກຄັດແຍກເອົາທອງແດງໄປຂາຍ. ສ່ວນທ້າວ ສັນ ແລະ ທ້າວ ຄົມ ໄດ້ຮັບສາລະພາບວ່າ ໄດ້ຮ່ວມກັນກໍ່ເຫດລັກສາຍໄຟຟ້າ ຈໍານວນ10 ຄັ້ງ ຢູ່ຕາມເຮືອນປະຊາຊົນ, ຖຽງນາ, ສວນຢາງພາລາ, ໂຮງຮຽນ ເພື່ອນໍາເອົາສາຍໄຟຟ້າໄປປອກເປືອກເອົາທອງແດງໄປຂາຍ ນໍາເງີນມາໃຊ້ຈ່າຍຫຼີ້ນກີນຟຸມເຟືອຍຈົນໝົດຕໍ່ມາຈື່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ, ສ່ວນຂອງກາງຄະດີທີ່ສາມາດເກັບກູ້ຄືນມາໄດ້ມີ ສາຍທອງປອກ ຈໍານວນ 37,1 ກິໂລກຼາມ ແລະ ສາຍໄຟຟ້າທີ່ບໍ່ທັນປອກ ຈໍານວນ 08 ກິໂລກຼາມ. ພາຍຫຼັງ ສືບສວນ-ສອບສວນ ແລະ ເກັບກໍາບັນດາຫຼັກຖານ ລະອຽດ, ຄົບຖ້ວນ ພາວະວິໄສ, ມາໃນວັນທີ ວັນທີ 7 ຕຸລາ 2026 ທາງເຈົ້າໜ້າທີ່ຈື່ງໄດ້ນໍາຕົວພວກກ່ຽວທັງ 11 ຄົນ ໄປທົດສະກໍາຄືນພາກເຫດການ ໃນການລົງມືກະທໍາຜິດກໍ່ເຫດລັກຊັບ ຢູ່ແຕ່ລະຈຸດ ແຕ່ລະສະຖານທີ່ ເພື່ອກວດກາລຳດັບເຫດການ, ຫຼັກຖານປະກອບຄະດີ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ຕໍ່ກັບພຶດຕິກໍາດັ່ງກ່າວ ຂອງພວກກ່ຽວທັງ 11 ຄົນ ໄດ້ກະທໍາຜິດຖານລັກຊັບພົນລະເມືອງ ຜິດຕໍ່ມາດຕາ 231 ປະມວນກົດໝາຍອາຍາ ສະບັບປັບປຸງ ປີ 2017 ແລະ ປະຈຸບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສະຫຼຸບສັງລວມສໍານວນຄະດີ ສົ່ງໃຫ້ອົງການໄອຍະການປະຊາຊົນ ສັ່ງຟ້ອງສານຕັດສີນຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ໂອກາດດຽວກັນ ເຈົ້າໜ້າທີ່ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ໃຫ້ເພີ່ມສະຕິລະວັງຕົວ ເອົາໃຈໃສ່ປົກປັກຮັກສາຊັບສິນຂອງຕົນ ໂດຍສະເພາະເຮືອນ, ຮ້ານຄ້າ, ສະຖານທີ່ບັນເທິງ, ສະຖານທີ່ກໍ່ສ້າງ, ເຮືອນພັກ ແລະ ຈຸດທີ່ບໍ່ມີຜູ້ເຝົ້າ, ຫາກພົບບຸກຄົນ, ພາຫະນະ ຫຼື ພຶດຕິກຳທີ່ຕ້ອງສົງໄສ ລວມເຖິງການຕັດ, ຮື້ຖອນ ຫຼື ຂົນຍ້າຍຊັບສິນທີ່ບໍ່ຊັດເຈນ ໃຫ້ຮີບແຈ້ງໃຫ້ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງທັນທີ ເພາະການຮ່ວມມື ແລະ ການເປັນຫູເປັນຕາຂອງປະຊາຊົນ ຈະເປັນສ່ວນສຳຄັນໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາລັກຊັບພົນລະເມືອງໃຫ້ຫຼຸດໜ້ອຍຖອຍລົງ ແນ່ໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.
ທີ່ມາ: ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ