MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງໄປຢ້ຽມຢາມທາງການ ທີ່ ສາທາລະນະລັດ ອາແຊັກໄບຊານ ໃນວັນທີ 13-14 ຕຸລາ 2026.

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຈະເດີນທາງໄປຢ້ຽມຢາມທາງການ ທີ່ ສາທາລະນະລັດ ອາແຊັກໄບຊານ ໃນວັນທີ 13-14 ຕຸລາ 2026.

Jenjila
ເຜີຍແຜ່: 12 ຕຸລາ 2026, 14:20
ປັບປຸງຫຼ້າສຸດ: 12 ຕຸລາ 2026, 14:20
Jen - Mahasan Post (11)

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ອີວຮາມ ອາລີເຢບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະນໍາພາຄະນະຜູ້ແທນຂັ້ນສູງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປຢ້ຽມຢາມທາງການ ທີ່ ສາທາລະນະລັດ ອາແຊັກໄບຊານ ໃນວັນທີ 13-14 ຕຸລາ 2026 ທີ່ບາກູ.

ຫຼັງຈາກນັ້ນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະສືບຕໍ່ນຳພາຄະນະ ເຂົ້າຮ່ວມກອງປະຊຸມສຸດຍອດອົງການສົ່ງເສີມການສ້າງມາດຕະການ ເພື່ອຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ຄັ້ງທີ 7 (CICA) ໃນວັນທີ 15-16 ຕຸລາ 2026 ທີ່ ບາກູ ສາທາລະນະລັດ ອາແຊັກໄບຊານ.

ໂຄສະນາ
Sample ad inarticle
Sample ad inarticle
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ