ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຊບັ້ງໄຟ ເລັ່ງຟື້ນຟູຫຼັງນ້ຳຖ້ວມ ຕັ້ງເປົ້າສ້ອມແປງ 4 ເສັ້ນທາງສຳຄັນ ແລະ ຊົນລະປະທານ ໃຫ້ທັນການຜະລິດລະດູແລ້ງ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 3 ນາທີ34 ຄັ້ງ
ເຊບັ້ງໄຟ ເລັ່ງຟື້ນຟູຫຼັງນ້ຳຖ້ວມ ຕັ້ງເປົ້າສ້ອມແປງ 4 ເສັ້ນທາງສຳຄັນ ແລະ ຊົນລະປະທານ ໃຫ້ທັນການຜະລິດລະດູແລ້ງ
ADadvertisement
ADadvertisement
ADadvertisement

ຜົນການສຳຫຼວດຄວາມເສຍຫາຍຈາກໄພນ້ຳຖ້ວມໃນເມືອງເຊບັ້ງໄຟ ແຂວງຄໍາມ່ວນ ພົບວ່າ ມີພື້ນທີ່ການຜະລິດຖືກກະທົບຫຼາຍກວ່າ 3,667 ເຮັກຕາ, ສັດປີກຕາຍ 3,085 ໂຕ, ໜອງລ້ຽງປາເສຍຫາຍ 256 ໜອງ ແລະ ເສັ້ນທາງຫຼາຍສາຍຖືກຕັດຂາດ ຫຼື ເປ່ເພ. ມູນຄ່າຄວາມເສຍຫາຍເບື້ອງຕົ້ນດ້ານກະສິກຳຢູ່ທີ່ 102,73 ຕື້ກີບ ແລະ ດ້ານເສັ້ນທາງປະມານ 500 ລ້ານກີບ. ຂະນະທີ່ທາງການເມືອງກໍານົດແຜນຟື້ນຟູໂຄງລ່າງພື້ນຖານ ໂດຍເລັ່ງແກ້ໄຂເສັ້ນທາງ ແລະ ລະບົບຊົນລະປະທານ ໃຫ້ທັນຕໍ່ການຜະລິດໃນລະດູແລ້ງປີ 2026-2027 ນີ້.

ເຊບັ້ງໄຟ ເລັ່ງຟື້ນຟູຫຼັງນ້ຳຖ້ວມ ຕັ້ງເປົ້າສ້ອມແປງ 4 ເສັ້ນທາງສຳຄັນ ແລະ ຊົນລະປະທານ ໃຫ້ທັນການຜະລິດລະດູແລ້ງ

ທ່ານ ອຶ່ງສິດ ນິມິດບັນຊາ ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ໃຫ້ຂໍ້ມູນວ່າ: ປັດຈຸບັນທາງເມືອງໄດ້ສຳຫຼວດ ແລະ ປະເມີນຄວາມເສຍຫາຍຈາກນ້ຳຖ້ວມສຳເລັດແລ້ວ ໂດຍພົບວ່າ ພາກກະສິກຳເປັນຂະແໜງທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ໃນຈຳນວນພື້ນທີ່ຖືກກະທົບ ແລະ ເສຍຫາຍທັງໝົດ 3,667 ເຮັກຕາ, ໃນນັ້ນ ນາເຂົ້າເສຍຫາຍ 3,247 ເຮັກຕາ, ພື້ນທີ່ປູກພືດເສຍຫາຍ 410 ເຮັກຕາ ແລະ ສວນຢາງພາລາເສຍຫາຍ 10 ເຮັກຕາ. ນອກຈາກນີ້ ຍັງມີສັດປີກຕາຍ 3,085 ໂຕ, ໜອງລ້ຽງປາເສຍຫາຍ 256 ໜອງ ແລະ ລູກປາທີ່ຊື້ມາປ່ອຍລ້ຽງເສຍຫາຍ 275,750 ໂຕ. ສ່ວນລະບົບຊົນລະປະທານທົ່ວເມືອງມີ 10 ໂຄງການທີ່ຖືກກະທົບ.

ເຊບັ້ງໄຟ ເລັ່ງຟື້ນຟູຫຼັງນ້ຳຖ້ວມ ຕັ້ງເປົ້າສ້ອມແປງ 4 ເສັ້ນທາງສຳຄັນ ແລະ ຊົນລະປະທານ ໃຫ້ທັນການຜະລິດລະດູແລ້ງ · ຮູບທີ 2

ສຳລັບໂຄງລ່າງດ້ານຄົມມະນາຄົມ ພົບວ່າ ເສັ້ນທາງຫຼາຍສາຍໄດ້ຮັບຄວາມເສຍຫາຍ ເຮັດໃຫ້ການສັນຈອນໄປ-ມາຫຍຸ້ງຍາກ ແລະ ບາງຈຸດຖືກຕັດຂາດ ເຊັ່ນ: ເສັ້ນທາງຈາກບ້ານຫາດເພັກ ຫາ ບ້ານນາຊອຍ ຕໍ່ໄປຫາບ້ານຜາໂຄ້ງ ເມືອງໄຊບົວທອງ, ເສັ້ນທາງຈາກບ້ານນາຊອຍ ຫາ ບ້ານກະພະ ຕໍ່ໄປຫາບ້ານນາວະລາ ເມືອງມະຫາໄຊ ແລະ ເສັ້ນທາງຈາກບ້ານທ່າຄໍ້ ຫາ ບ້ານທ່າຫາດ. ນອກນັ້ນ ເສັ້ນທາງຈາກບ້ານນາພອກ ຫາ ບ້ານຫາດຄຳຮຽງ ຍັງຖືກນ້ຳເຊາະເຈື່ອນຈົນບາງສ່ວນຂາດ, ດ້ານສະຖານສຶກສາ ກໍາແພງໂຮງຮຽນ ມສ ຍາງຄໍາ ແລະ ໂຮງຮຽນປະຖົມບ້ານຫາດຄໍາຮຽງ ກໍໄດ້ຮັບຄວາມເສຍຫາຍ.

ADadvertisement
ADadvertisement
ADadvertisement
ເຊບັ້ງໄຟ ເລັ່ງຟື້ນຟູຫຼັງນ້ຳຖ້ວມ ຕັ້ງເປົ້າສ້ອມແປງ 4 ເສັ້ນທາງສຳຄັນ ແລະ ຊົນລະປະທານ ໃຫ້ທັນການຜະລິດລະດູແລ້ງ · ຮູບທີ 3

ທ່ານ ອຶ່ງສິດ ກ່າວຕື່ມວ່າ: ທາງເມືອງໄດ້ວາງແຜນຟື້ນຟູໂຄງລ່າງພື້ນຖານ ໂດຍຈະເລັ່ງສ້ອມແປງເສັ້ນທາງທີ່ເສຍຫາຍໜັກ 4 ເສັ້ນ ໃຫ້ສຳເລັດພາຍໃນເດືອນຕຸລາ 2026 ເພື່ອຟື້ນຟູການສັນຈອນໃຫ້ກັບຄືນສູ່ສະພາບປົກກະຕິພ້ອມກັນນັ້ນ ຈະສ້ອມແປງໂຄງການຊົນລະປະທານວັງວຽງພິ ລວມທັງໂຄງການຂະໜາດກາງ ແລະ ຂະໜາດນ້ອຍ ໃຫ້ທັນໃນກາງເດືອນພະຈິກ 2026 ເພື່ອສະໜອງນ້ຳໃຫ້ປະຊາຊົນສາມາດກັບຄືນມາຜະລິດໃນລະດູແລ້ງໄດ້ທັນເວລາ. ນອກນີ້ ຍັງມີແຜນຈັດຫາແນວພັນເຂົ້າ ແລະ ແນວພັນພືດ ເພື່ອຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບ. ສ່ວນດ້ານງົບປະມານ ທາງເມືອງໄດ້ສະເໜີຂໍການສະໜັບສະໜູນຈາກຂັ້ນແຂວງ ເພື່ອສ້ອມແປງເສັ້ນທາງ ແລະ ລະບົບຊົນລະປະທານທີ່ເສຍຫາຍໜັກ. ຂະນະດຽວກັນ ຈະລະດົມແຮງງານຈາກປະຊາຊົນທີ່ເຮັດການຜະລິດ ເຂົ້າຮ່ວມອະນາໄມຄອງຊົນລະປະທານ ແລະ ຟື້ນຟູລະບົບສົ່ງນ້ຳໃຫ້ສາມາດນຳໃຊ້ໄດ້ຢ່າງມີປະສິດທິຜົນ.

ເຊບັ້ງໄຟ ເລັ່ງຟື້ນຟູຫຼັງນ້ຳຖ້ວມ ຕັ້ງເປົ້າສ້ອມແປງ 4 ເສັ້ນທາງສຳຄັນ ແລະ ຊົນລະປະທານ ໃຫ້ທັນການຜະລິດລະດູແລ້ງ · ຮູບທີ 4

ນອກຈາກການແກ້ໄຂສະເພາະໜ້າແລ້ວ ເມືອງຍັງມີແຜນປັບປຸງໂຄງລ່າງໃນໄລຍະຍາວ ເພື່ອຫຼຸດຜ່ອນຄວາມເສຍຫາຍຈາກນ້ຳຖ້ວມໃນອະນາຄົດ ເຊິ່ງແຜນງານສຳຄັນປະກອບມີ: ການຍົກລະດັບເສັ້ນທາງບາງສາຍໃຫ້ສູງຂຶ້ນ ເພື່ອສ້າງເປັນຄູກັນນ້ຳ, ປັບປຸງຈຸດອ່ອນຂອງລະບົບຊົນລະປະທານທີ່ມັກຖືກນ້ຳເຊາະເຈື່ອນ ພ້ອມທັງປັບປຸງໂຮງຮຽນ ແລະ ສຸກສາລາບາງແຫ່ງ ໂດຍສະເພາະສຸກສາລາບ້ານຖ້ຳລາຍ ແລະ ບ້ານຍາງຄຳ ໃຫ້ມີການຍົກພື້ນອາຄານໃຫ້ສູງຂຶ້ນ. ທັງນີ້ ການຟື້ນຟູພາຍຫຼັງນ້ຳຖ້ວມຈະເປັນບາດກ້າວສຳຄັນໃນການຊ່ວຍໃຫ້ປະຊາຊົນກັບຄືນສູ່ການຜະລິດ, ຟື້ນຟູລາຍຮັບ ແລະ ປັບປຸງຄວາມພ້ອມຂອງເມືອງໃນການຮັບມືກັບໄພພິບັດທີ່ອາດເກີດຂຶ້ນອີກໃນອະນາຄົດ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່