MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງເລຂາພັກແຂວງໄຊຍະບູລີ ຕ້ອນຮັບ ຮອງປະທານສະຫະພັນນັກຮົບເກົ່າແຂວງເຊິນລາ

ຮອງເລຂາພັກແຂວງໄຊຍະບູລີ ຕ້ອນຮັບ ຮອງປະທານສະຫະພັນນັກຮົບເກົ່າແຂວງເຊິນລາ

kaling
ເຜີຍແຜ່: 13 October 2026, 10:34
ປັບປຸງຫຼ້າສຸດ: 13 October 2026, 10:34
ອ່ານ 4 ຄັ້ງ
Copy of pele - 2026-10-13T103152.869

ຂປລ. ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ ໄດ້ຕ້ອນຮັບ ທ່ານ ດິງ ມິງທາຍ ຮອງປະທານສະຫະພັນນັກຮົບເກົ່າແຂວງ ເຊິນລາ ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການແຂວງໄຊຍະບູລີ.

ທ່ານ ດິງ ມິງທາຍ ໄດ້ແຈ້ງຈຸດປະສົງທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ໂດຍສະເພາະ ເພື່ອເຂົ້າຮ່ວມກອງປະຊຸມ ພົບປະແລກປ່ຽນບົດຮຽນ ລະຫວ່າງ ແຂວງເຊິນລາ ແລະ ແຂວງໄຊຍະບູລີ, ພ້ອມດຽວກັນຍັງຈະໄດ້ຮ່ວມກັນເຮັດບົດບັນທຶກການຮ່ວມມືຮອບດ້ານ ໃນຂົງເຂດວຽກງານ ສະຫະພັນນັກຮົບເກົ່າຂອງທັງສອງແຂວງຕື່ມອີກ.

ໂອກາດດັ່ງກ່າວ, ທ່ານ ດວງຕາ ໄຊວຸດ ກໍໄດ້ສະແດງຄວາມຍິນດີຕ້ອນຮັບຄະນະຜູ້ແທນຂອງແຂວງເຊິນລາ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ໄຊຍະບູລີ ໃນຄັ້ງນີ້, ພ້ອມທັງລາຍງານສະພາບການພັດທະນາດ້ານເສດຖະກີດ, ທີ່ຕັ້ງ ແລະ ພູມສັນຖານຂອງແຂວງໃຫ້ທີມງານຮອງປະທານສະຫະພັນນັກຮົບເກົ່າແຂວງເຊິນລາ ໄດ້ຮັບຊາບ, ໂດຍລວມແລ້ວເສດຖະກິດຂອງແຂວງໄຊຍະບູລີ ແມ່ນໄດ້ອາໄສ 3 ເສົາຄໍ້າຄື: ການຜະລິດກະສິກໍາຕິດພັນກັບການປຸງແຕ່ງເພື່ອສົ່ງອອກເປັນສິນຄ້າ, ການຜະລິດອຸດສາຫະກໍາ ພະລັງງານໄຟຟ້າ ແລະ ການບໍລິການທາງຜ່ານຕິດພັນກັບການຄ້າຊາຍແດນ, ເສດຖະກິດຂອງແຂວງເຕີບໂຕສະເລ່ຍ 4,5% ຕໍ່ປີ, ລວມຍອດຜະລິດພາຍໃນບັນລຸ 24,108 ຕື້ກີບ, ສະເລ່ຍໃສ່ຫົວຄົນໄດ້ 2.567 ໂດລາສະຫະລັດ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ