ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເມືອງຕົ້ນເຜິ້ງ ຮື້ຖອນປ້າຍໂຄສະນາ ບໍ່ມີພາສາລາວ ບໍ່ຖືກຕ້ອງຕາມລະບຽບການ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ38 ຄັ້ງ
ເມືອງຕົ້ນເຜິ້ງ ຮື້ຖອນປ້າຍໂຄສະນາ ບໍ່ມີພາສາລາວ ບໍ່ຖືກຕ້ອງຕາມລະບຽບການ
ADadvertisement
ADadvertisement
ADadvertisement

ໜັງສືພິມບໍ່ແກ້ວ ລາຍງານວ່າ: ໃນລະຫວ່າງວັນທີ 9-12 ຕຸລາ 2026 ຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ ຕົ້ນເຜິ້ງ ແຂວງບໍ່ແກ້ວ, ນໍາໂດຍ ທ່ານ ແສງເງິນ ອຳພອນໄຊ ຮອງຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ ໄດ້ລົງຮື້ຖອນປ້າຍວິສາຫະກິດ ແລະ ປ້າຍໂຄສະນາທີ່ບໍ່ຖືກຕ້ອງຕາມລະບຽບວັດທະນະທໍາຢູ່ພາຍໃນເມືອງ ເພື່ອເຮັດໃຫ້ເມືອງຕົ້ນເຜິ້ງມີຄວາມເປັນລະບຽບຮຽບຮ້ອຍ ການຕິດຕັ້ງປ້າຍຖືກຕ້ອງຕາມລະບຽບການ ແລະ ມີລັກສະນະຊາດ.

ເມືອງຕົ້ນເຜິ້ງ ຮື້ຖອນປ້າຍໂຄສະນາ ບໍ່ມີພາສາລາວ ບໍ່ຖືກຕ້ອງຕາມລະບຽບການ

ການລົງຮື້ຖອນຄັ້ງນີ້, ມີປ້າຍທີ່ຖືກຮື້ຖອນ ທັງໝົດ 76 ປ້າຍ ເຊັ່ນ: ປ້າຍທີ່ບໍ່ມີພາສາລາວ, ປ້າຍທີ່ມີພາສາຕ່າງປະເທດຢູ່ເທີງພາສາລາວ, ປ້າຍທີ່ຂະໜາດຂອງລາວພາສາລາວນ້ອຍກວ່າພາສາຕ່າງປະເທດ, ປ້າຍທີ່ສີພື້ນ ແລະ ສີຕົວໜັງສືບໍ່ຖືກຕ້ອງຕາມລະບຽບການທີ່ກະຊວງວັດທະນະທຳ ແລະ ທ່ອງທ່ຽວ (ວທ) ກຳນົດໄວ້, ປ້າຍທີ່ຕິດຕັ້ງກວມເອົາເຂດສະຫງວນທາງຫລວງ, ຢູ່ຕິດຂອບທາງ ຫລື ຫ່າງຈາກຂອບທາງບໍ່ເຖິງ 6 ແມັດ, ເຊິ່ງເຮັດໃຫ້ບັງປ້າຍເຄື່ອງໝາຍຈະລາຈອນ ຫລື ກີດຂວາງໄລຍະການເບິ່ງເຫັນໃນເວລາຂັບຂີ່ ແລະ ປ້າຍທີ່ມີຮູບພາບ ລາມົກອານາຈານ ບໍ່ສອດຄ່ອງກັບວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ ແລະ ອື່ນໆ.

ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່