ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລັດຖະບານຍີ່ປຸ່ນ ມອບກະແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ41 ຄັ້ງ
ລັດຖະບານຍີ່ປຸ່ນ ມອບກະແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ
ADadvertisement
ADadvertisement
ADadvertisement
ລັດຖະບານຍີ່ປຸ່ນ ມອບກະແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ

ພິທີເຊັນສັນຍາມອບ-ຮັບກຸນແຈເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ລະຫວ່າງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ທ່ານ Matsuyama ປະທານບໍລິສັດທີ່ປຶກສາ Asuza Sekkei ແລະ ທ່ານ Yamada ຫົວໜ້າບໍລິສັດ Hazama Ando-Toa Road JV ຜູ້ຮັບເໝົາ ຝ່າຍໂຄງການກໍ່ສ້າງຂອງປະເທດຍີ່ປຸ່ນ

ຈັດຂຶ້ນໃນວັນທີ 12 ຕຸລາ 2026 ທີ່ອາຄານຊັ້ນໜຶ່ງ ສະໜາມກິລາເຈົ້າອະນຸວົງ ນະຄອນຫຼວງວຽງຈັນ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ລັດຖະບານຍີ່ປຸ່ນ ມອບກະແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ · ຮູບທີ 2

ໂຄງການນີ້ ໄດ້ເລີ່ມຕົ້ນລົງມືກໍ່ສ້າງ ແລະ ປັບປຸງໃນຕົ້ນປີ 2025 ຈົນມາຮອດປັດຈຸບັນ ກໍສາມາດກໍ່ສ້າງສຳເລັດຢ່າງສົມບູນແບບ, ໃນນັ້ນ ກໍມີບ່ອນນັ່ງ ທີ່ສາມາດບັນຈຸຜູ້ເຂົ້າຊົມໄດ້ເຖິງ 2.800 ຄົນ, ໜ້າບ່ອນວີໄອພີນັ່ງຊົມ ບັນຈຸໄດ້ 1.300 ຄົນ ແລະ ບ່ອນນັ່ງເບື້ອງທີ່ຕິດກັບຫ້ອງການຄະນະກຳມະການໂອແລມປີກແຫ່ງຊາດລາວ ສາມາດບັນຈຸໄດ້ 1.500 ຄົນ ເຊິ່ງສະໜາມດັ່ງກ່າວ ສາມາດນຳໃຊ້ຮອງຮັບໄດ້ທັງນັກກິລາຄົນປົກກະຕິ ແລະ ຄົນພິການ ຖືກອອກແບບມາເປັນພິເສດ, ໃນນັ້ນ ກໍຍັງມີຫ້ອງການ, ຫ້ອງປະຊຸມ, ຫ້ອງສື່ມວນຊົນ, ຫ້ອງນໍ້າ, ຫ້ອງອາຫານ ທີ່ສາມາດຮອງຮັບເຖິງ 100 ຄົນ, ຫ້ອງອອກກຳລັງກາຍ ຫຼື ຟິດເນັດ, ຫ້ອງເກັບມ້ຽນອຸປະກອນ ແລະ ຫ້ອງອື່ນໆອີກດ້ວຍ.

ADadvertisement
ADadvertisement
ADadvertisement
ລັດຖະບານຍີ່ປຸ່ນ ມອບກະແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ · ຮູບທີ 3
ລັດຖະບານຍີ່ປຸ່ນ ມອບກະແຈ ເພື່ອດູແລ ແລະ ຮັກສາຄວາມປອດໄພ ສະໜາມກິລາເຈົ້າອະນຸວົງ ໃຫ້ ສປປ ລາວ ຢ່າງເປັນທາງການ · ຮູບທີ 4

ພາບ-ຂ່າວໂດຍ: ສົງການ ພັນແພງດີ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່