ທ່ານນາຍົກລັດຖະມົນຕີ ຊີ້ນຳກະຊວງ ຍທຂ ໃຫ້ເລັ່ງປັບປຸງເສັ້ນທາງ ຫລວງແຫ່ງຊາດ ເລກ 13 ເໜືອ-ໃຕ້ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030)

ໃນວັນທີ 13 ຕຸລານີ້ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ, ຢ້ຽມຢາມ ແລະ ພົບປະ ພະນັກງານການນໍາຫຼັກແຫຼ່ງກະຊວງ ຍທຂ ໂດຍໃຫ້ການຕ້ອນຮັບຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂະແໜງໂຍທາທິການ ແລະ ຂົນສົ່ງ ຕິດພັນກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 9 ເດືອນຕົ້ນປີ, ທິດທາງແຜນການ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ກໍໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ, ຄວາມເປັນຫ່ວງເປັນໃຍ ແລະ ຄວາມສາມັກຄີຮັກແພງອັນອົບອຸ່ນ ມາຍັງບັນດາສະຫາຍຄະນະນໍາຂອງກະຊວງ ຍທຂ, ຕະຫຼອດຮອດບັນດາພະນັກງານຫຼັກແຫຼ່ງທັງໝົດໃນທົ່ວກະຊວງ ຍທຂ. ເພື່ອສືບຕໍ່ເສີມຂະຫຍາຍຈຸດດີ ແລະ ບຸກບືນສູ້ຊົນ ແກ້ໄຂຈຸດອ່ອນຂໍ້ຄົງຄ້າງໃຫ້ມີບາດກ້າວໃໝ່, ທັງເປັນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ກໍຄືບັນດາທິດທາງແຜນການ, ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030) ໃຫ້ມີຜົນສໍາເລັດນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ບັນດາສະຫາຍການນໍາ ກໍຄືພະນັກງານຫຼັກແຫຼ່ງຂອງກະຊວງ ຍທຂ ເອົາໃຈໃສ່ໃນການເສີມຂະຫຍາຍການນໍາພາ ດ້ວຍຄວາມເປັນແບບຢ່າງທີ່ດີ, ມີຄວາມຫ້າວຫັນ, ເຮັດແທ້ທໍາຈິງ, ມີຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ ແລະ ພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ, ມີຄວາມເສຍສະຫຼະເພື່ອຜົນປະໂຫຍດລວມຂອງຊາດ ແລະ ຂອງປະຊາຊົນ, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ, ແບບແຜນນໍາພາ, ແບບແຜນການດໍາລົງຊີວິດ ໃຫ້ມີການຫັນປ່ຽນໃໝ່ທີ່ດີຂຶ້ນກວ່າເກົ່າ; ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ເຂັ້ມແຂງ, ນໍາພາປະເທດຊາດ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຢ່າງໂລ່ງລ່ຽນ ແລະ ຍືນຍົງ ຕາມທິດຊີ້ນໍາຂອງພັກເຮົາ; ຮຸູ້ນໍາໃຊ້ທ່າແຮງທີ່ມີໃນການສ້າງລາຍຮັບໃຫ້ແກ່ປະເທດຊາດ; ເປັນເຈົ້າການລົງເລິກນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ກໍຄືແຜນພັດທະນາ 5 ປີ 2026-2030 ຂອງຂະແໜງ ຍທຂ; ສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ຍາດແຍ່ງ ດຶງດູດເອົາການຊ່ວຍເຫຼືອ, ຮ່ວມມື ແລະ ລົງທຶນຈາກບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ ກໍຄືອົງການຈັດຕັ້ງຕ່າງໆ, ທຸກພາກສ່ວນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນ ຕິດພັນກັບການແກ້ໄຂບັນດາຂອດຂັ້ນຂອງການບໍລິການ, ການເອື້ອອໍານວຍຄວາມສະດວກ ແລະ ບັນດານະໂຍບາຍຕ່າງໆໃຫ້ເໝາະສົມ, ແນໃສ່ສ້າງກຳລັງແຮງໃນການຈັດຕັ້ງປະຕິບັດແຜນພັດທະນາຂອງກະຊວງ ຍທຂ ໃນການນໍາໃຊ້ຈຸດພິເສດທີ່ຕັ້ງ ແລະ ນະໂຍບາຍເຊື່ອມໂຍງ-ເຊື່ອມຈອດ ດ້ານເສດຖະກິດ ຂອງ ສປປ ລາວ ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້.

ພ້ອມກັນນັ້ນ, ກໍເພີ່ມທະວີການຄຸ້ມຄອງການນໍາໃຊ້ທຶນກູ້ຢືມເຂົ້າໃນການພັດທະນາໂຄງລ່າງພື້ນຖານຂອງກະຊວງ ຍທຂ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ; ຍົກສູງຂອດການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ປະຕິບັດລະບອບການປະສານງານສາຍຕັ້ງ-ສາຍຂວາງ ໃນການຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ໃຫ້ມີຄວາມເຂັ້ມແຂງ ແລະ ຢຶດໝັ້ນຈັນຍາບັນ-ຈັນຍາທຳຂອງພະນັກງານ-ລັດຖະກອນຂອງພວກເຮົາ ໂດຍສະເພາະຂະແໜງໂຍທາທິການ ແລະ ຂົນສົ່ງ ແມ່ນຂະແໜງທີ່ຫຼໍ່ແຫຼມ. ສະນັ້ນ, ພວກເຮົາຕ້ອງພ້ອມກັນຮັກສາໄດ້ຈັນຍາບັນ-ຈັນຍາທໍາ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ຖ້າພວກເຮົາພ້ອມກັນເຮັດໄດ້ ແນ່ນອນຈະເປັນກໍາລັງແຮງໜຶ່ງທີ່ເປັນສິ່ງຢືນຢັນເຖິງຄວາມເຂັ້ມແຂງໃນການບໍລິຫານລັດ ກໍຄືຄວາມເຂັ້ມແຂງຂອງການນໍາພາ-ຊີ້ນໍາ ຂອງພັກເຮົາ.
ຂ່າວ-ພາບ: ຍຸພິນທອງ-ຈີນ້າ


