ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ການຝຶກຊ້ອມໃຫຍ່ ກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3.

ໂດຍ kalingອັບເດດ
· 2 ເດືອນ ກ່ອນອ່ານ 2 ນາທີ31 ຄັ້ງ
ການຝຶກຊ້ອມໃຫຍ່ ກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3.
ADadvertisement
ADadvertisement
ADadvertisement

ໃນວັນທີ 12 ຕຸລາ 2026, ຢູ່ທີ່ສູນຝຶກຊ້ອມກອງພົນນ້ອຍຊ່າງແສງຂ້າມຜ່ານ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດການຝຶກຊ້ອມໃຫຍ່ ໃນການກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ ຄັ້ງທີ 3, ໂດຍມີ ສະຫາຍ ພົນໂທ ເລ່ກວາງດ້າວ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນ ຫວຽດນາມ, ມີ ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ສະຫາຍ ພັນເອກ ຫຼົ໋ງກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ມີບັນດາສະຫາຍ ຫົວໜ້າຄະນະຜູ້ແທນ, ຄະນະບັນຊາການຝຶກຊ້ອມ ພ້ອມດ້ວຍກໍາລັງກອບກູ້ຈາກ 3 ກອງທັບ ເຂົ້າຮ່ວມ.

ການຝຶກຊ້ອມໃຫຍ່ ກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3.

ການຝຶກຊ້ອມໃຫຍ່ຄັ້ງນີ້ ເປັນການກວດກາຄືນຄວາມຮຽບຮ້ອຍ, ປັບປຸງດ້ານວິທີການ ແລະ ກຽມພ້ອມຮອບດ້ານຄັ້ງສຸດທ້າຍ ເພື່ອເຮັດໃຫ້ການສະແດງການກອບກູ້ໄພພິບັດຕົວຈິງໃຫ້ ລັດຖະມົນຕີກະຊວງປ້ອງກັນປະເທດ 3 ຊາດ ລາວ – ຫວຽດນາມ – ກຳປູເຈຍ ໄດ້ຮັບຊົມ ໃນວັນທີ 14 ຕຸລາ 2026 ທີ່ຈະມາເຖິງ ໃຫ້ມີຄວາມສົມບູນແບບ, ຮັບປະກັນຄວາມຄ່ອງແຄ້ວ, ປອດໄພ ແລະ ປະສົບຜົນສຳເລັດຢ່າງຈົບງາມ.

ການຝຶກຊ້ອມໃຫຍ່ ກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3. · ຮູບທີ 2

ສະຫາຍ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ການຝຶກຊ້ອມໃນຄັ້ງນີ້ໂດຍມີ 3 ຈຸດປະສົງມີ ຄື 1. ປະຕິບັດຕາມບົດບັນທຶກພົບປະລະຫວ່າງ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນຄັ້ງວັນທີ 25/10/2025 ກ່ຽວກັບການຜັດປ່ຽນກັນເປັນເຈົ້າພາບ ການຈັດຕັ້ງກອບກູ້ໄພພິບັດ. 2. ເພື່ອຊ້ອມໃຫ້ກໍາລັງຂອງ 3 ກອງທັບມີຄວາມຊຳນິຊຳນານ, ມີໄຫວພິກ, ມີຄວາມອົດທົນໃນການປະຕິບັດໜ້າທີ່ຕົວຈິງ ຫາກສະພາບໄພພິບັດເກີດຂື້ນ. 3. ເພື່ອສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນລະຫວ່າງ 3 ກອງທັບໃຫ້ນັບມື້ດີຂຶ້ນ. ໃນນັ້ນມີເນື້ອໃນການຝຶກຊ້ອມດັ່ງນີ້: 1. ກອບກູ້ຜູ້ປະສົບໄພຈາກນໍ້າຖ້ວມ. 2. ກອບກູ້ ແລະ ຊ່ວຍຜູ້ປະສົບໄພຈາກຕຶກອາຄານທະຫຼົ່ມ. 3. ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພຈາກເຄມີຮົ່ວໄຫຼ. 4. ການປະຕິບັດໜ້າທີ່ດ້ານການແພດຂອງໂຮງໝໍສະໜາມຂັ້ນ 2.

ADadvertisement
ADadvertisement
ADadvertisement

ການຝຶກຊ້ອມໃນຄັ້ງນີ້ ແມ່ນແນໃສ່ຍົກສູງຄວາມສາມາດໃນການບັນຊາ, ການປະສານງານ ແລະ ການຮ່ວມມືຢ່າງກົມກ່ຽວ ລະຫວ່າງ ກອງທັບ 3 ປະເທດ ໃນການຮັບມືກັບໄພພິບັດທາງທໍາມະຊາດ, ການກູ້ໄພ ແລະ ການຊ່ວຍເຫຼືອມະນຸດສະທໍາຢ່າງທັນທ່ວງທີ, ປະກອບສ່ວນຫຼຸດຜ່ອນຄວາມເສຍຫາຍຕໍ່ຊີວິດ, ສຸຂະພາບ ແລະ ຊັບສິນຂອງປະຊາຊົນ ໃຫ້ຢູ່ໃນລະດັບຕໍ່າທີສຸດ. ນີ້ກໍແມ່ນໂອກາດສໍາຄັນ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຮັດໃຫ້ສາຍພົວພັນມູນເຊື້ອຄວາມສາມັກຄີ, ມິດຕະພາບອັນດີງາມ ລະຫວ່າງ 3 ປະເທດ ລາວ- ຫວຽດນາມ – ກໍາປູເຈຍ ນັບມື້ເພີ່ມພູນຄູນສ້າງ ແລະ ເລິກເຊິ່ງຍິ່ງໆຂຶ້ນ.

ການຝຶກຊ້ອມໃຫຍ່ ກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3. · ຮູບທີ 3

ທີ່ມາ: ຮ້ອຍໂທ ໄກ່ນ໋ອດ ເລັດນະຄອນວິທະຍຸກະຈາຍສຽງກອງທັບປະຊາຊົນລາວ FM 99,7 MHz

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່