ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫ້າມເດັດຂາດ! ນະຄອນຫຼວງວຽງຈັນ ສັ່ງຫ້າມຜະລິດ, ນຳເຂົ້າ, ຊື້-ຂາຍ ແລະ ຈຸດໝາກກະໂພກ-ບັ້ງໄຟດອກ ໃນໄລຍະບຸນປະເພນີ ປີໃໝ່ສາກົນ ກຸດຈີນ-ເຕັດຫວຽດ ພົບເຫັນຈະຖືກປັບໃໝດຳເນີນຄະດີ

ໂດຍ kaling
· 2 ເດືອນ ກ່ອນອ່ານ 2 ນາທີ47 ຄັ້ງ
ຫ້າມເດັດຂາດ! ນະຄອນຫຼວງວຽງຈັນ ສັ່ງຫ້າມຜະລິດ, ນຳເຂົ້າ, ຊື້-ຂາຍ ແລະ ຈຸດໝາກກະໂພກ-ບັ້ງໄຟດອກ ໃນໄລຍະບຸນປະເພນີ ປີໃໝ່ສາກົນ ກຸດຈີນ-ເຕັດຫວຽດ ພົບເຫັນຈະຖືກປັບໃໝດຳເນີນຄະດີ
ADadvertisement
ADadvertisement
ADadvertisement

ອີງຕາມແຈ້ງການຂອງພະແນກ ອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 12 ຕຸລາ 2026 ກ່ຽວກັບ ຫ້າມຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈຸດ ຫຼື ຍິງໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກ ໃນນະຄອນຫຼວງວຽງຈັນ.

1. ຫ້າມຢ່າງເດັດຂາດ ບໍ່ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ ນະຄອນຫຼວງວຽງຈັນ ຜະລິດ, ນໍາເຂົ້າ, ຂົນສົ່ງ, ຊື້-ຂາຍ, ມີໄວ້ໃນຄອບຄອງ, ຈູດ ຫຼື ຍິງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກ ໃນນະຄອນຫຼວງວຽງຈັນ, ໂດຍສະເພາະໃນງານສະເຫຼີມສະຫຼອງ ແລະ ເບີກບານມ່ວນຊື່ນຕ້ອນຮັບປີໃຫມ່ສາກົນ, ປີໃຫມ່ລາວ, ປີໃຫມ່ຊົນເຜົ່າຕ່າງໆ, ປີໃຫມ່ຈີນ (ຕຸດຈີນ), ປີໃໝ່ຫວຽດນາມ (ເຕັດຫວຽດ), ງານເປີດບໍລິສັດ, ຫ້າງຮ້ານ ແລະ ງານບຸນປະເພນີຕ່າງໆຂອງຊາດ.

2. ຖ້າພົບເຫັນກໍລະນີຜູ້ລະເມີດຂໍ້ຫ້າມຂອງແຈ້ງການສະບັບນີ້ ໂດຍບໍ່ໄດ້ຮັບການອະນຸຍາດຈາກພາກສ່ວນທີ່ ກ່ຽວຂ້ອງ ແມ່ນໃຫ້ປະຕິບັດມາດຕະການປັບໃໝ ດັ່ງນີ້:
– ບຸກຄົນ ມີໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກ ໄວ້ໃນຄອບຄອງ ຈະຖືກຢຶດ ແລະ ປັບໃໝ 100.000 ກີບຕໍ່ 100 ກຣາມ, ຖ້າຈຸດ ຫຼື ກໍ່ສຽງແຕກ ຈະຖືກປັບໃໝ 500.000 ກີບຕໍ່ລູກ ຫຼື ຕໍ່ໜ່ວຍ ຫຼື ຕໍ່ອັນ;
– ນິຕິບຸກຄົນ ແລະ ການຈັດຕັ້ງ ມີໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກ ໄວ້ໃນຄອບຄອງ ຈະຖືກຢຶດ ແລະ ປັບໃຫມ 500.000 ກີບຕໍ່ 100 ກຣາມ, ຖ້າຈຸດ ຫຼື ກໍ່ສຽງແດກ ຈະຖືກປັບໃໝ 1.000.000 ກີບຕໍ່ລູກ ຫຼື ຕໍ່ໜ່ວຍ ຫຼື ຕໍ່ອັນ;
– ສໍາລັບການລັກລອບຜະລິດ ຫຼື ນໍາເຂົ້າ ແລະ ຂົນສົ່ງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກ ແມ່ນໃຫ້ດໍາເນີນມາດຕະການຕາມກົດຫມາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດເດັດຂາດ;

ADadvertisement
ADadvertisement
ADadvertisement

3. ມອບໃຫ້ຫ້ອງການ ອຸດສາຫະກໍາ ແລະ ການຄ້າ 09 ຕົວເມືອງ ແລະ ຂະແໜງ ການຄ້າພາຍໃນ, ພະແນກ ອຸດ ສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຕິດຕາມ ແລະ ກວດກາ ດໍາເນີນມາດຕະການຕາມກົດຫມາຍ ແລະ ລະບຽບການ ທີ່ກ່ຽວຂ້ອງຢ່າງເຂັ້ມງວດ.

ຫ້າມເດັດຂາດ! ນະຄອນຫຼວງວຽງຈັນ ສັ່ງຫ້າມຜະລິດ, ນຳເຂົ້າ, ຊື້-ຂາຍ ແລະ ຈຸດໝາກກະໂພກ-ບັ້ງໄຟດອກ ໃນໄລຍະບຸນປະເພນີ ປີໃໝ່ສາກົນ ກຸດຈີນ-ເຕັດຫວຽດ ພົບເຫັນຈະຖືກປັບໃໝດຳເນີນຄະດີ
ຫ້າມເດັດຂາດ! ນະຄອນຫຼວງວຽງຈັນ ສັ່ງຫ້າມຜະລິດ, ນຳເຂົ້າ, ຊື້-ຂາຍ ແລະ ຈຸດໝາກກະໂພກ-ບັ້ງໄຟດອກ ໃນໄລຍະບຸນປະເພນີ ປີໃໝ່ສາກົນ ກຸດຈີນ-ເຕັດຫວຽດ ພົບເຫັນຈະຖືກປັບໃໝດຳເນີນຄະດີ · ຮູບທີ 2

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່