ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກວດພົບຈຸດລັກລອບຂຸດຄົ້ນແຮ່ຄຳ 12 ຈຸດ ຢູ່ເມືອງສັງທອງ ຢຶດລົດຈົກ 23 ຄັນ ແລະ ອຸປະກອນຫຼາຍລາຍການແຕ່ບໍ່ພົບຄົນກະທຳຜິດ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ46 ຄັ້ງ
ກວດພົບຈຸດລັກລອບຂຸດຄົ້ນແຮ່ຄຳ 12 ຈຸດ ຢູ່ເມືອງສັງທອງ ຢຶດລົດຈົກ 23 ຄັນ ແລະ ອຸປະກອນຫຼາຍລາຍການແຕ່ບໍ່ພົບຄົນກະທຳຜິດ
ADadvertisement
ADadvertisement
ADadvertisement

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ລາຍງານວ່າ: ໃນລະຫວ່າງ ວັນທີ 23-26 ກັນຍາ 2026 ແລະ ລະຫວ່າງວັນທີ 9-11 ຕຸລາ 2026 ຄະນະສະເພາະກິດ ຂັ້ນສູນກາງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາສະກັດກັ້ນ ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ຄຳ) ຕາມຄຳສັ່ງ ສະບັບເລກທີ 06/ນຍ, ສະບັບເລກທີ 46/ນຍ ແລະ ສະບັບເລກທີ 11/ຄລພສ ຢູ່ເຂດບ້ານຊໍ້ ແລະ ບ້ານວັງມ້າ, ເມືອງສັງທອງ, ນະຄອນຫລວງວຽງຈັນ, ຊຶ່ງໄດ້ລົງແກ້ໄຂ 2 ຄັ້ງ.

ກວດພົບຈຸດລັກລອບຂຸດຄົ້ນແຮ່ຄຳ 12 ຈຸດ ຢູ່ເມືອງສັງທອງ ຢຶດລົດຈົກ 23 ຄັນ ແລະ ອຸປະກອນຫຼາຍລາຍການແຕ່ບໍ່ພົບຄົນກະທຳຜິດ

– ຄັ້ງທີ 1: ຢູ່ເຂດບ້ານຊໍ້, ເມືອງສັງທອງ, ນະຄອນຫລວງວຽງຈັນ ມີ 10 ຈຸດ, ສາມາດຢຶດລົດຈົກໄດ້ 23 ຄັນ, ຕະແກງຮ່ອນຄໍາ 7 ອັນ, ຈັກປັ່ນໄຟຟ້າໃຫຍ່ 1 ເຄື່ອງ ແລະ ຂະໜາດນ້ອຍ 2 ເຄື່ອງ, ລົດກະບະ ຍີ່ຫໍ້ Ford ຈໍານວນ 1 ຄັນ ແລະ ລົດຊິ້ງ 1 ຄັນ, ຕູ້ຄອນເທນເນີ້ ພ້ອມແອ ຈໍານວນ 3 ຕູ້ ແລະ ຜ້າພົມສະກັດແຮ່ຄໍາ 127 ຜືນ.

– ຄັ້ງທີ 2: ຢູ່ເຂດບ້ານວັງມ້າ, ເມືອງສັງທອງ, ນະຄອນຫລວງວຽງຈັນ ພົບເຫັນມີຮ່ອງຮອຍການລັກລອບຂຸດຄົ້ນ 2 ຈຸດ ໃກ້ກັບເຂດທ່ອງທ່ຽວນໍ້າຕົກຕາດວັງມ້າ, ພົບເຫັນກົນຈັກອຸປະກອນຂຸດຄົ້ນຄົບຊຸດ ຈໍານວນໜຶ່ງ.

ADadvertisement
ADadvertisement
ADadvertisement

ປັດຈຸບັນ, ຄະນະສະເພາະກິດ ກໍາລັງຕິດຕາມສືບສວນ-ສອບສວນ ຊອກຫາຜູ້ກະທໍາຜິດ ແລະ ຜູ້ໃຫ້ການຮ່ວມມື ເພື່ອນໍາມາດໍາເນີນມາດຕະການ ຢ່າງເຂັ້ມງວດ.

ກວດພົບຈຸດລັກລອບຂຸດຄົ້ນແຮ່ຄຳ 12 ຈຸດ ຢູ່ເມືອງສັງທອງ ຢຶດລົດຈົກ 23 ຄັນ ແລະ ອຸປະກອນຫຼາຍລາຍການແຕ່ບໍ່ພົບຄົນກະທຳຜິດ · ຮູບທີ 2
ກວດພົບຈຸດລັກລອບຂຸດຄົ້ນແຮ່ຄຳ 12 ຈຸດ ຢູ່ເມືອງສັງທອງ ຢຶດລົດຈົກ 23 ຄັນ ແລະ ອຸປະກອນຫຼາຍລາຍການແຕ່ບໍ່ພົບຄົນກະທຳຜິດ · ຮູບທີ 3

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່