ສະເທືອນໃຈ! ສາວລາວໄປຮຽນຢູ່ຫວຽດນາມ ຖືກແຟນໜຸ່ມແທງເສຍຊີວິດ ຫຼັງຂໍເລີກກັນ
kaling
ເຜີຍແຜ່: 14 October 2026, 09:22
ປັບປຸງຫຼ້າສຸດ: 14 October 2026, 09:22
ອ່ານ 57 ຄັ້ງ

ເກີດເຫດໂສກເສົ້າສະຫຼົດໃຈ ຄືນວັນທີ 12 ຕຸລາ 2026 ເວລາປະມານ 21:30 ໂມງ ນັກສຶກສາສາວລາວ ມາຈາກປາກເຊ, ແຂວງຈຳປາສັກ ທີ່ໄປຮຽນຕໍ່ຢູ່ຫວຽດນາມ ຖືກແຟນໜຸ່ມຊາວຫວຽດນາມ ບຸກແທງເສຍຊີວິດຄາຫໍພັກມະຫາວິທະຍາໄລ ໃນແຂວງຢາລາຍ (Gia Lai) ປະເທດຫວຽດນາມ.
- ສາເຫດ: ທັງສອງຄົບຫາກັນມາແຕ່ປີ 2024 ແຕ່ໄລຍະຫຼັງມີປາກສຽງກັນເລື້ອຍໆ ຈົນຝ່າຍຍິງຂໍເລີກ. ຝ່າຍຊາຍເກີດຄວາມຫຶງຫວງ ແລະ ລະແວງວ່າຝ່າຍຍິງມີຄົນໃໝ່.
- ພຶດຕິກຳກໍ່ເຫດ: ຫຼັງຈາກຝ່າຍຊາຍໄປດື່ມເຫຼົ້າມາ ໄດ້ບຸກໄປຫາຝ່າຍຍິງຢູ່ຫໍພັກ ພົບວ່າປະຕູລັອກ ຈຶ່ງໃຊ້ດິນຈີ່ທຸບກະຈົກປະຕູເຂົ້າໄປ ແລ້ວໃຊ້ມີດແທງຝ່າຍຍິງຫຼາຍຄັ້ງ ຈົນເສຍຊີວິດຢູ່ໂຮງໝໍ.
- ຄວາມຄືບໜ້າ: ຫຼັງກໍ່ເຫດ ຜູ້ກໍ່ເຫດໄດ້ເຂົ້າມອບຕົວຕໍ່ຕຳຫຼວດຫວຽດນາມ ແລະ ຖືກຄວບຄຸມຕົວເພື່ອດຳເນີນຄະດີຕາມກົດໝາຍ.
ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວຜູ້ເສຍຊີວິດ.
ແຫຼ່ງຂ່າວ: ໜັງສືພິມ Báo Gia La
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

