ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງໄຊບູລີ ຈັບເປົ້າໝາຍຢາເສບຕິດ ຈຳນວນ 4 ຄົນ ພ້ອມຂອງກາງ

ໂດຍ Jenjila
· 2 ເດືອນ ກ່ອນອ່ານ 1 ນາທີ21 ຄັ້ງ
ປກສ ເມືອງໄຊບູລີ ຈັບເປົ້າໝາຍຢາເສບຕິດ ຈຳນວນ 4 ຄົນ ພ້ອມຂອງກາງ
ADadvertisement
ADadvertisement
ADadvertisement

ວັນທີ 9 ຕຸລາ 2026 ຢູ່ ເຈົ້່າໜ້າທີ່ໜ່ວຍງານສະກັດກັ້ນແລະ ຕ້ານຢາເສບຕິດ ພະແນກຕໍາຫຼວດ ກອງບັນຊາ ການປ້ອງກັນຄວາມສະຫງົບ ເມືອງໄຊບູລີ ໄດ້ສົມທົບກັບເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການປ້ອງກັນຄວາມສະ ຫງົບ ແຂວງສະຫວັນນະເຂດ ຈັບເປົ້າໝາຍພົວພັນຢາເສບຕິດປະເພດ ຄໍລາເຈັ້ນ-ກາເຟ ທີ່ປະສົມສານເສບຕິດໄດ້ 4 ຄົນ.

ປກສ ເມືອງໄຊບູລີ ຈັບເປົ້າໝາຍຢາເສບຕິດ ຈຳນວນ 4 ຄົນ ພ້ອມຂອງກາງ

ຜູ້ຖືກຫາທັງ4 ຊື່: ທ້າວ ທູນ ອາຍຸ 21 ປີ, ທ້າວ ບຸດສະດີ ອາຍຸ 24 ປີ ທັງສອງຄົນ ຢູ່ບ້ານບຶງ ເມືອງອາດສະພອນ ແຂວງສະຫວັນນະເຂດ. ທ້າວ ປົ່ນ ອາຍຸ 20 ປີ ຢູ່ບ້ານນາມ່ວງ ເມືອງໄຊບູລີ ແລະ ນາງ ນຸ້ຍ ອາຍຸ 26 ປີ ຢູ່ບ້ານນາແດງ ເມືອງໄຊບູລີ ແຂວງສະຫວັນນະເຂດ. ຂອງກາງມີ: ຄໍລາເຈັ້ນ-ກາເຟ ທີ່ປະສົມສານເສບຕິດ ຈໍານວນ 35 ຊ່ອງ, ເງິນ 20.000 ບາດ ,ລົດຈັກຍີຫໍ້ PCX ຈໍານວນ 1 ຄັນ. ລົດຈັກເວັບ TAWANG ປ້າຍທະບຽນ ຍຂ 8400 ສະຫວັນນະເຂດ, ໂທລະສັບ 4 ເຄື່ອງ.

ປກສ ເມືອງໄຊບູລີ ຈັບເປົ້າໝາຍຢາເສບຕິດ ຈຳນວນ 4 ຄົນ ພ້ອມຂອງກາງ · ຮູບທີ 2

ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊບູລີ ໄດ້ມອບຕົວຜູ້ຖືກຫາ ພ້ອມຂອງກາງທັງໝົດ ໃຫ້ເຈົ້າໜ້າທີ່ ວິຊາສະເພາະ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ນໍາຕົວໄປດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່