ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ

ໂດຍ kaling
· 2 ເດືອນ ກ່ອນອ່ານ 1 ນາທີ28 ຄັ້ງ
ADadvertisement
ADadvertisement
ADadvertisement

ວັນທີ 12 ຕຸລາ 2026 ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ໃນລະຫວ່າງ ວັນທີ 12-15 ຕຸລາ 2026 ໂດຍການຕ້ອນຮັບ ຂອງສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກຖະມົນຕີ, ລັດຖະຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍນາຍທະຫານຂັ້ນສູງ ກອງທັບປະຊາຊົນຫວຽດນາມ.

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ

ພາຍຫລັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ ໄດ້ພົບປະສອງຝ່າຍ ເຊິ່ງເປັນການທົບທວນ ແລະ ຕີລາຄາໝາກຜົນໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະ 1 ປີຜ່ານມາ, ກອງທັບປະຊາຊົນລາວ ແລະ ຫວຽດນາມ ຍັງຄົງສືບຕໍ່ເພີ່ມທະວີໃນການຮັດແໜ້ນການຮ່ວມມືສອງຝ່າຍໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາເນື້ອໃນອະນຸສັນຍາ 5 ປີ ແລະ ແຜນການຮ່ວມມື ປະຈຳປີ 2026 ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ ເຊິ່ງໄດ້ກາຍເປັນເສົາຄ້ຳຫຼັກອັນໜັກແໜ້ນໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຂອງສອງຊາດ, ທັງສອງຝ່າຍເຫັນດີເປັນເອກະພາບສືບຕໍ່ໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ວຽກງານພັກ-ວຽກງານການເມືອງ, ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ.

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ · ຮູບທີ 2

– ໃນຂົງເຂດວຽກງານປ້ອງກັນຊາດ, ແລກປ່ຽນຄະນະຜູ້ແທນ: ສອງກອງທັບໄດ້ຈັດຕັ້ງການຢ້ຽມຢາມ, ເຮັດວຽກ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ພົບປະຮ່ວມກັນຢ່າງເປັນປົກກະຕິ ນັບແຕ່ຂັ້ນສູງຮອດທ້ອງຖິ່ນ ຢ່າງມີປະສິດທິຜົນ ແລະ ສຳເລັດຕາມແຜນການ;

ADadvertisement
ADadvertisement
ADadvertisement
ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ · ຮູບທີ 3

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່