ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງວຽງໄຊ ສຶກສາອົບຮົມໄວໜຸ່ມ 21 ຄົນ ທີ່ຂີ່ລົດແຕ່ງ-ສ້າງສຽງດັງກວນເມືອງ

ໂດຍ kalingອັບເດດ
· 2 ເດືອນ ກ່ອນອ່ານ 1 ນາທີ22 ຄັ້ງ
ປກສ ເມືອງວຽງໄຊ ສຶກສາອົບຮົມໄວໜຸ່ມ 21 ຄົນ ທີ່ຂີ່ລົດແຕ່ງ-ສ້າງສຽງດັງກວນເມືອງ
ADadvertisement
ADadvertisement
ADadvertisement

ຂ່າວ ປກສ ແຂວງຫົວພັນລາຍງານວ່າ: ວັນທີ 9 ຕຸລາ 2026 ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ເມືອງວຽງໄຊ ແຂວງຫົວພັນ ໄດ້ນໍາເອົາກຸ່ມໄວລຸ້ນ, ເຍົາວະຊົນ ທີ່ຂັບຂີ່ລົດດັດແປງສະພາບເຕັກນິກ (ລົດແຕ່ງ) ແລະ ສ້າງສຽງດັງລົບກວນສັງຄົມ ຈຳນວນ 21 ຄົນ ເຂົ້າມາສຶກສາອົບຮົມ ແລະ ກ່າວເຕືອນ ຢູ່ທີ່ກອງບັນຊາການ ປກສ ເມືອງ.

ປກສ ເມືອງວຽງໄຊ ສຶກສາອົບຮົມໄວໜຸ່ມ 21 ຄົນ ທີ່ຂີ່ລົດແຕ່ງ-ສ້າງສຽງດັງກວນເມືອງ

ເຈົ້າໜ້າທີ່ ປກສ ເມືອງວຽງໄຊ ໄດ້ຊີ້ແຈງໃຫ້ກຸ່ມໄວລຸ້ນດັ່ງກ່າວ ເຫັນໄດ້ເຖິງຜົນເສຍ ແລະ ໄພອັນຕະລາຍ ຂອງການຂັບຂີ່ລົດດັດແປງສະພາບ, ພ້ອມທັງອະທິບາຍຂໍ້ກຳນົດກົດໝາຍ ແລະ ລະບຽບການຈະລາຈອນທາງບົກ ໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ປກສ ເມືອງວຽງໄຊ ສຶກສາອົບຮົມໄວໜຸ່ມ 21 ຄົນ ທີ່ຂີ່ລົດແຕ່ງ-ສ້າງສຽງດັງກວນເມືອງ · ຮູບທີ 2

ພ້ອມນີ້, ໄດ້ເຮັດບົດບັນທຶກຮ່ວມກັບໄວລຸ້ນ ແລະ ເຊີນຜູ້ປົກຄອງ (ພໍ່ແມ່) ເຂົ້າມາຮັບຊາບ ເພື່ອຮ່ວມກັນຕິດຕາມ, ສຶກສາອົບຮົມ ແລະ ຕັກເຕືອນລູກຫຼານບໍ່ໃຫ້ປະພຶດຕົນຄືແນວນັ້ນອີກ. ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ກໍ່ໄດ້ໃຫ້ປ່ຽນຖ່າຍອຸປະກອນທີ່ດັດແປງ (ໂດຍສະເພາະທໍ່ຄວັນສຽງດັງ) ອອກ ແລະ ປ່ຽນໃສ່ອຸປະກອນເດີມທີ່ຖືກຕ້ອງຕາມມາດຕະຖານເຕັກນິກຂອງໂຮງງານ.
ຂ່າວຈາກ: ປກສ ແຂວງຫົວພັນ

ADadvertisement
ADadvertisement
ADadvertisement

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່