ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະເໜີປັບກົດໝາຍຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ກຳນົດເວລາຂາຍ ເວລາ 16:00 – 23:00 ໂມງ ແລະ ເດັດຂາດຫ້າມຂາຍໃຫ້ເດັກຕ່ຳກວ່າ 18 ປີ

ໂດຍ kaling
· 1 ເດືອນ ກ່ອນອ່ານ 2 ນາທີ13 ຄັ້ງ
ສະເໜີປັບກົດໝາຍຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ກຳນົດເວລາຂາຍ ເວລາ 16:00 – 23:00 ໂມງ ແລະ ເດັດຂາດຫ້າມຂາຍໃຫ້ເດັກຕ່ຳກວ່າ 18 ປີ
ADadvertisement
ADadvertisement
ADadvertisement

ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ສະເໜີຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ເພື່ອໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ ແລະ ພິຈາລະນາ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ວັນທີ 14 ຕຸລາ 2026 ນີ້ວ່າ: ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ໃນປັດຈຸບັນ. ເນື່ອງຈາກກົດໝາຍສະບັບເກົ່າ (ປີ 2014) ໄດ້ນຳໃຊ້ຫຼາຍກວ່າ 12 ປີ ແຕ່ຍັງມີຊ່ອງຫວ່າງໃນການຄຸ້ມຄອງການຜະລິດ, ການໂຄສະນາ ແລະ ການຈຳໜ່າຍ, ສົ່ງຜົນໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ເຊັ່ນ: ອຸບັດຕິເຫດຕາມທ້ອງຖະໜົນ, ບັນຫາສຸຂະພາບຈາກການບໍລິໂພກເຫຼົ້າທີ່ບໍ່ໄດ້ມາດຕະຖານ, ແລະ ການສູນເສຍທາງເສດຖະກິດ-ສັງຄົມຢ່າງມະຫາສານ.

ຮ່າງກົດໝາຍສະບັບນີ້ ປະກອບມີ 12 ພາກ, 9 ໝວດ, 99 ມາດຕາ, ໃນນີ້ ແມ່ນໄດ້ເພີ່ມໃໝ່ 2 ພາກ, 1 ໝວດ, 32 ມາດຕາ, ໄດ້ຕັດອອກ 1 ພາກ, ໄດ້ປັບປຸງ 64 ມາດຕາ ແລະ ຮັກສາເດີມ 3 ມາດຕາ.

ສຳລັບເນື້ອໃນສຳຄັນຂອງຮ່າງກົດໝາຍສະບັບປັບປຸງ ມີດັ່ງນີ້:

ADadvertisement
ADadvertisement
ADadvertisement

– ມາດຕາ 40: ເຄື່ອງດື່ມທີ່ມີທາດເຫຼົ້າ ອະນຸຍາດໃຫ້ຂາຍຍ່ອຍໄດ້ສະເພາະແຕ່ເວລາ 16:00 – 23:00 ໂມງ.

– ມາດຕາ 41: ສຳລັບການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າຜ່ານສື່ເອເລັກໂຕຣນິກ ເປັນຕົ້ນ: ລາຍການວິທະຍຸ, ໂທລະພາບ, ປ້າຍເອເລັກໂຕຣນິກ ສາມາດເຮັດໄດ້ສະເພາະໄລຍະເວລາ 22:00 – 02:00 ໂມງ ເທົ່ານັ້ນ.

– ມາດຕາ 67: ກຳນົດຫ້າມບໍລິໂພກ, ຊື້-ຂາຍ ຫຼື ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ໃຫ້ຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ ເພື່ອປ້ອງກັນສຸຂະພາບ ແລະ ປ້ອງກັນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະກະທົບຕໍ່ເຍົາວະຊົນ ແລະ ຊາວໜຸ່ມທີ່ຢູ່ໃນເກນອາຍຸຮໍ່າຮຽນ ເພື່ອຮັບປະກັນການພັດທະນາຊັບພະຍາກອນມະນຸດຂອງຊາດທີ່ມີຄຸນນະພາບໃນອະນາຄົດ.

– ມາດຕາ 6 ວັກ 3: ກຳນົດໃຫ້ພົນລະເມືອງທຸກຄົນ ປະຕິບັດຫຼັກການ “ດື່ມບໍ່ຂັບ”, ຊຶ່ງຜູ້ຂັບຂີ່ຍານພາຫະນະ ແລະ ນຳໃຊ້ກົນຈັກໜັກ ຕ້ອງບໍ່ດື່ມ ແລະ ບໍ່ໃຫ້ມີປະລິມານທາດເຫຼົ້າໃນລົມຫາຍໃຈ, ໃນເລືອດ ແລະ ໃນປັດສະວະ (ລະດັບປະລິມານທາດເຫຼົ້າໃນຮ່າງກາຍເປັນສູນ).

ນອກຈາກນັ້ນ ຮ່າງກົດໝາຍຍັງໄດ້ເພີ່ມມາດຕະການທາງອາຍາ (ມາດຕາ 86–96) ຕໍ່ຜູ້ລະເມີດ ເຊັ່ນ: ການຜະລິດ-ນຳເຂົ້າ-ຈຳໜ່າຍໂດຍບໍ່ມີອະນຸຍາດ, ການຂັບຂີ່ໃນເວລາມຶນເມົາ, ແລະ ການປະສົມສານເຄມີອັນຕະລາຍ. ພ້ອມກັນນີ້ ຍັງໄດ້ກຳນົດສ້າງຕັ້ງ “ກອງທຶນຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ” ໂດຍເກັບຈາກອາກອນກຳໄລ 2% ແລະ ອາກອນຊົມໃຊ້, ພ້ອມທັງກຳນົດໃຫ້ ວັນທີ 19 ທັນວາ ຂອງທຸກປີ ເປັນ “ວັນງົດການບໍລິໂພກ ແລະ ຈຳໜ່າຍເຄື່ອງດື່ມທີ່ມີທາດເຫຼົ້າແຫ່ງຊາດ”.

ທ່ານລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ຕື່ມວ່າ: ພາຍຫຼັງຮ່າງກົດໝາຍສະບັບປັບປຸງນີ້ຖືກຮັບຮອງ ແລະ ປະກາດໃຊ້ ຈະຊ່ວຍໃຫ້ການຄຸ້ມຄອງ, ຕິດຕາມ ແລະ ກວດກາທຸລະກິດເຄື່ອງດື່ມທີ່ມີທາດເຫຼົ້າ ມີຄວາມເປັນລະບົບ, ມີປະສິດທິພາບ, ຊ່ວຍຫຼຸດຜ່ອນອຸບັດຕິເຫດ ແລະ ສົ່ງເສີມສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນ.

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່