ວັນສຸກ ທີ 30 ຕຸລາ 2026ອັບເດດລ່າສຸດ 16:18ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ0 ຄັ້ງ
no-name-5
ADadvertisement
ADadvertisement
ADadvertisement

ລະບົບສະໜັບສະໜູນຄູແບບໃໝ່ທີ່ສ້າງຂຶ້ນໂດຍກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກແຜນງານບີຄວາ ຊ່ວຍໃຫ້ຄູສາມາດປັບປຸງວິທີການສອນຂອງຕົນ ຜ່ານຄຳແນະນຳຢ່າງຕໍ່ເນື່ອງຈາກຄູທີ່ມີປະສົບການ ແລະ ຜູ້ອຳນວຍການໂຮງຮຽນ. ຜູ້ໃຫ້ຄຳແນະນຳຈະຊ່ວຍເຫຼືອຄູຜ່ານການສັງເກດການສອນ, ໃຫ້ຄຳແນະນຳກ່ຽວກັບການແຕ່ງບົດສອນ, ການສອນເປັນຄູ່ ແລະ ການໃຫ້ຄຳຄິດເຫັນເພື່ອການປັບປຸງ. ນອກຈາກນີ້, ເຂົາເຈົ້າຍັງຊ່ວຍໃຫ້ຄູໄດ້ແລກປ່ຽນແນວຄວາມຄິດ ແລະ ຮ່ວມມືກັນແກ້ໄຂສິ່ງທ້າທາຍຕ່າງໆທີ່ພົບໃນຫ້ອງຮຽນ. ການຊ່ວຍເຫຼືອຄູໃນການປັບປຸງວິທີການສອນນີ້ ຖືເປັນການປະກອບສ່ວນສຳຄັນໃນການສ້າງປະສົບການການຮຽນຮູ້ທີ່ດີຂຶ້ນໃຫ້ແກ່ນັກຮຽນ.

ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ເອກະສານຝຶກອົບຮົມຈະມີປະໂຫຍດສູງສຸດ ກໍຕໍ່ເມື່ອມີຄວາມຊັດເຈນ, ສາມາດນຳໄປປະຕິບັດໄດ້ຈິງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງຄູ ແລະ ໂຮງຮຽນຕ່າງໆໃນ ສປປ ລາວ. ຜ່ານການສຳມະນານີ້, ສະຖາບັນສ້າງຄູກຳລັງມີບົດບາດເປັນເຈົ້າການຫຼາຍຂຶ້ນໃນການຈັດເຮັດເນື້ອໃນສຳລັບການຝຶກອົບຮົມ ແລະ ການສະໜັບສະໜູນຄູ. ເຂົາເຈົ້າກຳລັງນຳໃຊ້ຄວາມຮູ້ທາງດ້ານວິຊາການ, ປະສົບການຈາກການຈັດກອງປະຊຸມຝຶກອົບຮົມທີ່ຜ່ານມາ ແລະ ຄວາມເຂົ້າໃຈກ່ຽວກັບຄວາມຕ້ອງການໃນການສະໜັບສະໜູນຄູໃນທ້ອງຖິ່ນ ເພື່ອພັດທະນາ ແລະ ປັບປຸງເອກະສານດັ່ງກ່າວໃຫ້ດີຂຶ້ນ. ນີ້ຖືເປັນບາດກ້າວທີ່ສຳຄັນ ທີ່ຈະກ້າວໄປສູ່ລະບົບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ທີ່ມີຄວາມຍືນຍົງ, ພ້ອມທັງເປັນການສົ່ງເສີມບົດບາດໄລຍະຍາວຂອງສະຖາບັນສ້າງຄູໃນຖານະຄູ່ຮ່ວມງານທາງດ້ານວິຊາການ ເພື່ອຮັບປະກັນຄຸນນະພາບການຮຽນ-ການສອນ.

ທ່ານ ໄມໂຄ ຄາຣີ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການສະໜັບສະໜູນທີມງານຝຶກອົບຮົມຄູໃຫ້ສາມາດພັດທະນາເອກະສານຝຶກອົບຮົມດ້ວຍຕົນເອງນັ້ນ ຖືເປັນການລົງທຶນທີ່ຍືນຍົງເພື່ອອະນາຄົດຂອງຄູ ແລະ ນັກຮຽນທົ່ວປະເທດລາວ. ເມື່ອເອກະສານເຫຼົ່ານີ້ຖືກພັດທະນາໂດຍຜູ້ຊ່ຽວຊານດ້ານການສຶກສາທີ່ມີຄວາມເຂົ້າໃຈກ່ຽວກັບໂຮງຮຽນ ແລະ ຊຸມຊົນໃນທ້ອງຖິ່ນ, ເອກະສານຈະມີຄວາມສອດຄ່ອງກັບປະສົບການປະຈຳວັນຂອງຄູຫຼາຍຂຶ້ນ ແລະ ໃຫ້ແນວຄວາມຄິດທີ່ສາມາດນຳໄປປະຕິບັດຕົວຈິງໃນຫ້ອງຮຽນໄດ້. ການສ້າງຄວາມຊ່ຽວຊານ ແລະ ຄວາມເປັນເຈົ້າການໃນທ້ອງຖິ່ນຄືດັ່ງກ່າວ ຈະຊ່ວຍຮັບປະກັນວ່າຄູຈະໄດ້ຮັບການສະໜັບສະໜູນທີ່ຈຳເປັນຢ່າງຕໍ່ເນື່ອງ ໃນຂະນະທີ່ບຸລິມະສິດດ້ານການສຶກສາມີການປ່ຽນແປງ.

ພາບ-ຂ່າວ: ແຜນງານບີຄວາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 30 ຕຸລາ 2026 · ແຮມ 4 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່