ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 12:30ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສີລັງກາ ຈະຂະຫຍາຍເງິນອຸດໜູນປູກພືດ ເພີ່ມຂຶ້ນ 12 ຊະນິດ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ສີລັງກາ ຈະຂະຫຍາຍເງິນອຸດໜູນປູກພືດ ເພີ່ມຂຶ້ນ 12 ຊະນິດ
ADadvertisement
ADadvertisement
ADadvertisement
ສີລັງກາ ຈະຂະຫຍາຍເງິນອຸດໜູນປູກພືດ ເພີ່ມຂຶ້ນ 12 ຊະນິດ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້,  ທ່ານ ນາມັລ ກາຣູນາຣັດເນ (Namal Karunaratne) ຮອງລັດຖະມົນຕີ ກະຊວງ ກະສິກຳ ແລະ ສັດຕະວະແພດ ຂອງ ສີລັງກາ ໄດ້ເປີດເຜີຍ ແຜນການຂະຫຍາຍ ຂອບເຂດ ເງິນອຸດໜູນ ການປູກຝັງ ໃຫ້ແກ່ ຊາວກະສິກອນ ທີ່ປູກພືດ ອາຫານ 12 ຊະນິດ ໃນເນື້ອທີ່ນາ ເປັນຄັ້ງທຳອິດ ໃນປະຫວັດສາດ ຂອງ ສີລັງກາ ທີ່ ຊາວກະສິກອນ ປູກພືດຜົນຊະນິດອື່ນ ນອກຈາກເຂົ້າ, ຊຶ່ງຈະໄດ້ຮັບເງິນອຸດໜູນ ທຽບເທົ່າກັບ ຊາວກະສິກອນ ຜູ້ປູກເຂົ້າ ໃນປັດຈຸບັນ.

ນອກຈາກນີ້ ສີລັງກາ ໄດ້ເລີ່ມ ຈ່າຍເງິນ ອຸດໜູນ ການປູກຝັງ ເພີ່ມຂຶ້ນ ເປັນສອງເທົ່າ ຈາກ ອັດຕາເດີມ ໂດຍກ່ອນໜ້ານີ້ ຄະນະ ລັດຖະມົນຕີ ສີລັງກາ ໄດ້ອະນຸມັດເງິນ ອຸດໜູນ 30.000 ຣູປີ ຕໍ່ເຮັກຕາ ສຳລັບ ເຂົ້າ ແລະ ພືດໄຮ່ຊະນິດອື່ນໆ ທີ່ປູກ ຢູ່ໃນເນື້ອທີ່ນາ ໃນລະດູການ ປູກຝັງມະຫາ (Maha) ໃນສົກປີ 2026-2027 ແຕ່ສູງສຸດ ບໍ່ເກີນ 2 ເຮັກຕາ ຕໍ່ຊາວກະສິກອນໜຶ່ງຄົນ ເຊິ່ງຄາດວ່າ ຈະຕ້ອງ ໃຊ້ງົບປະມານ 1,6 ໝື່ນລ້ານຣູປີ. ຕໍ່ມາ ທ່ານ ກາຣູນາຣັດຕະນະ ໄດ້ປະກາດ ປັບເພີ່ມເງິນ ອຸດໜູນ ຂຶ້ນເປັນ 60.000 ຣູປີ ຕໍ່ເຮັກຕາ ສຳລັບ ພືດຜົນ 13 ຊະນິດ (ລວມທັງເຂົ້າ)./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່