ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 13:42ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ

ໂດຍ Mahaxan
· 1 ຊົ່ວໂມງ ກ່ອນອ່ານ 2 ນາທີ1 ຄັ້ງ
ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ
ADadvertisement
ADadvertisement
ADadvertisement

ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ຍົກໃຫ້ເຫັນຜົນສຳເລັດຂອງກອງປະຊຸມຄົບຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII, ພ້ອມທັງຍົກໃຫ້ເຫັນບາງເນື້ອໃນສຳຄັນ ຂອງຮ່າງມະຕິວ່າດ້ວຍການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຮ່າງມະຕິວ່າດ້ວຍການຊຸກຍູ້, ສ່ົງເສີມ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະ ຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງການພັດທະນາໃນເງື່ອນໄຂໃໝ່. ໃນນັ້ນ, ຮ່າງມະຕິວ່າດ້ວຍການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກອງປະຊຸມເນັ້ນວ່າການສ້າງທ່າສະໜາມປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕ້ອງຕິດພັນກັບການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ, ຖືປະຊາຊົນເປັນກົກ ແລະ ຖືການພັດທະນາເປັນພື້ນຖານຄ້ຳປະກັນຄວາມໝັ້ນຄົງ.

    ພ້ອມກັນນັ້ນ, ໃຫ້ເສີມສ້າງກຳລັງ ປກຊ-ປກສ ໃຫ້ເຂັ້ມແຂງ, ພັດທະນາຊົນນະບົດ, ຫລຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງກັບຊົນນະບົດ ແລະ ປຸກລະດົມປະຊາຊົນໃຫ້ເຂົ້າຮ່ວມສ້າງຄວາມສະຫງົບ ແລະ ຄວາມໝັ້ນຄົງຈາກຮາກຖານ. ສ່ວນຮ່າງມະຕິວ່າດ້ວຍການຊຸກຍູ້, ສ່ົງເສີມ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ໄດ້ຕີລາຄາວ່າ ບັນດາພາກສ່ວນເສດຖະກິດເປັນອົງປະກອບສຳຄັນຂອງເສດຖະກິດແຫ່ງຊາດ, ແຕ່ຍັງຈຳເປັນຕ້ອງປັບປຸງການຄຸ້ມຄອງ, ສົ່ງເສີມ ແລະ ພັດທະນາຫົວໜ່ວຍທຸລະກິດໃຫ້ມີປະສິດທິຜົນ, ໂປ່ງໃສ, ຖືກຕ້ອງຕາມກົດໝາຍ ແລະ ສາມາດແຂ່ງຂັນໄດ້. ເປົ້າໝາຍແມ່ນສ້າງພື້ນຖານເສດຖະກິດໃຫ້ສາມາດເພິ່ງຕົນເອງ, ຢືນໄດ້ດ້ວຍລຳແຂ່ງຂອງຕົນ ແລະ ເຊື່ອມໂຍງກັບເສດຖະກິດພາກພື້ນ-ສາກົນຢ່າງເປັນເຈົ້າການ. ສຳລັບຮ່າງມະຕິວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ກອງປະຊຸມໄດ້ໃຫ້ທິດຊີ້ນໍາ ເພື່ອກຳນົດທິດທາງ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ຈະແຈ້ງຂຶ້ນຕື່ມ ໂດຍເລັ່ງໃສ່ພັດທະນາຊັບພະຍາກອນມະນຸດ ທັງຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ມີລະດັບການສຶກສາ, ມີຄຸນສົມບັດສິນທໍາປະຕິວັດ, ຄວາມຮູ້ຄວາມສາມາດ, ສີມືແຮງງານ ແລະ ວິຊາສະເພາະທີ່ມີຄວາມສາມາດແຂ່ງຂັນສູງ, ຮັບປະກັນຄຸນນະພາບ ແລະ ປະລິມານໃຫ້ດຸນດ່ຽງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາ; ສ້າງຄວາມເຂັ້ມແຂງໃຫ້ຄົນລາວທາງດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ, ມີຄວາມເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເສີມຂະຫຍາຍ, ຕໍ່ຍອດພູມປັນຍາ, ວັດທະນະທໍາທີ່ເປັນເອກະລັກ, ເປັນມູນເຊື້ອ ແລະ ກ້າວໜ້າຂອງຄົນລາວໃຫ້ຍືນຍົງ ແລະ ຊົງຄຸນຄ່າຄຽງຄູກັບຍຸກສະໄໝ.

   ການຈັດຕັ້ງເຜີຍແຜ່ໃນຄັ້ງນີ້, ແນໃສ່ໃຫ້ບັນດາຜູ້ເຂົ້າຮ່ວມຮັບຮູ້, ເຂົ້າໃຈເລິກເຊິ່ງເນື້ອໃນສຳຄັນຂອງມະຕິ, ກຳແໜ້ນເປົ້າໝາຍ, ໜ້າທີ່ ແລະ ທິດທາງການຜັນຂະຫຍາຍ, ພ້ອມທັງນຳໄປເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດໃນພາກສ່ວນຂອງຕົນໃຫ້ເກີດຜົນເປັນ ຮູບປະທຳ.

ເຜີຍແຜ່ມະຕິກອງປະຊຸມຄົຍຄະນະສະໄໝວິສາມັນ ຄັ້ງທີ 1 ຂອງຄະນະບໍລິຫານງານສູນກາງພັກ

   ໃນໂອກາດດຽວກັນນ້ີ, ຍັງໄດ້ປະກາດການຈັດຕັ້ງຂັ້ນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໂດຍໄດ້ແຕ່ງຕັ້ງ ທ່ານ ຄຳກອງ ທຳມະເທວາ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. 

ຂ່າວ-ພາບ: ທະນູທອງ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່