
ອົງການກວດສອບແຫ່ງລັດ ສະຫຼຸບຜົນງານ 5 ປີ (2021-2025) ວາງທິດທາງແຜນການໃໝ່ 2026-2030 ພ້ອມມອບໃບຍ້ອງຍໍໃຫ້ພະນັກງານ 425 ທ່ານ.

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ (2026-2030) ໄດ້ຈັດຂຶ້ນໃນວັນທີ 4 ຕຸລານີ້ ທີ່ອົງການກວດສອບແຫ່ງລັດ, ໂດຍການເປັນປະທານ ຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະກົມ, ຄະນະນໍາອົງການກວດສອບປະຈຳພາກ ແລະ ພະນັກງານເຂົ້າຮ່ວມ.

ໃນພິທີ, ສະຫາຍ ສີຕານ ໄຊຍະວົງເພັດ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງ ໄດ້ຜ່ານບົດ ສະຫຼຸບຕີລາຄາວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການກວດສອບແຫ່ງລັດ ໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການໃນ 5 ປີຕໍ່ໜ້າ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ຕໍ່ວຽກງານຈັດຕັ້ງຂອງອົງການໃນຕໍ່ໜ້າ.
ໃນກອງປະຊຸມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມເອກະສານເປັນຕົ້ນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ບົດ ໂອ້ລົມຂອງ ສະຫາຍ ເລຂາທິການໃຫຍ່ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII, ເຜີຍແຜ່ ໂດຍ ສະຫາຍ ຕ້ອຍ ພົນທິລາດ ຮອງເລຂາຄະນະພັກ ຮອງປະທານອົງການກວດສອບແຫ່ງລັດ, ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ (ເລກທີ 64/ກມສພ), ເຜີຍແຜ່ໂດຍ ສະຫາຍ ບຸນເລີດ ເທບວົງສາ ຄະນະປະຈຳພັກ ປະທານຄະນະກວດກາພັກ ຮອງປະທານອົງການກວດສອບແຫ່ງລັດ ແລະ ມະຕິວ່າດ້ວຍການເພີ່ມທະວີ ວຽກງານແຂ່ງຂັນຍ້ອງຍໍໃນໄລຍະໃໝ່ (ເລກທີ 61/ກມສພ), ເຜີຍແຜ່ ໂດຍ ສະຫາຍ ນາງ ຕຸລາວັນ ພິມມະສອນ ກຳມະການຄະນະພັກ ຮອງປະທານອົງການກວດສອບແຫ່ງລັດ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ. ໃນນັ້ນຍັງໄດ້ຈັດພິທີມອບໃບຍ້ອງຍໍໃຫ້ພະນັກງານພາຍໃນອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈຳພາກ ປະຈຳປີຈຳນວນທັງໝົດ 425 ທ່ານ ຍິງ 150 ທ່ານ. ໃນນັ້ນ, ປະເພດດີເດັ່ນ ຈໍານວນ 170 ທ່ານ ຍິງ 58 ທ່ານ, ປະເພດດີ ຈໍານວນ 245 ທ່ານ ຍິງ 92 ທ່ານ ແລະ ຊົມເຊີຍ ຈໍານວນ 10 ທ່ານ ຍິງ 1 ທ່ານ.

ໃນໂອກາດດັ່ງກ່າວ, ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາ, ຄະນະກົມ, ສະມາຊິກພັກ, ພະນັກງານຂອງອົງການກວດສອບແຫ່ງລັດ ຈົ່ງພ້ອມກັນເສີມຂະຫຍາຍມູນ ເຊື້ອອັນດີງາມໃນການຈັດຕັ້ງປະຕິບັດວຽກງານຈັດຕັ້ງໃນໄລຍະຜ່ານມາ ແລະ ໄດ້ເນັ້ນໜັກໃຫ້ເປັນແບບ ຢ່າງໃນການນໍາພາ ແລະ ເສຍສະຫຼະເພື່ອສ່ວນລວມຢ່າງສູງສົ່ງ ເພື່ອຮັບປະກັນປະສິດທິພາບໃນການປະ ຕິບັດໜ້າທີ່ວຽກງານ ກໍຄືການຜັນຂະຫຍາຍມະຕິປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ແລະ ຈັດຕັ້ງຜັນຂະຫຍາຍວຽກງານຈັດຕັ້ງ ແລະ ການປົກຄອງ ຂອງອົງການການກວດສອບແຫ່ງລັດ ຕາມທິດທາງແຜນການໃນ 5 ປີ ຕໍ່ໜ້າ (2026-2030) ໃຫ້ປະກົດຜົນເປັນຈິງ.
ຂ່າວ: ອົງການກວດສອບແຫ່ງລັດ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






