
ລາວ-ຫວຽດນາມ ຮ່ວມມືວຽກງານຄຸ້ມຄອງຊັບສິນແຫ່ງລັດ

ກອງປະຊຸມຮ່ວມມືທາງດ້ານວິຊາການລະຫວ່າງ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ແຫ່ງ ສສ ຫວຽດ ນາມ ຈັດຂຶ້ນໃນວັນທີ 3 ພະຈິກ 2026, ຝ່າຍລາວ ນໍາໂດຍ ທ່ານ ທໍາມະລົດ ຣາຊະພົນ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ຫງວ້ຽນ ເຕີນ ທິ້ງ ຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ ຫວຽກນາມ, ມີຄະນະຮັບຜິດຊອບ ກ່ຽວ ຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອຍົກລະດັບ ແລະ ຜັນຂະຫຍາຍວຽກງານຮ່ວມມືດ້ານວິຊາການ ໃນຂົງເຂດການຄຸ້ມຄອງຊັບສິນແຫ່ງລັດ ຊຶ່ງສອງຝ່າຍໄດ້ໃຫ້ຄວາມສຳຄັນ ໃນການແລກປ່ຽນບົດຮຽນ ແລະ ປະສົບການຕົວຈິງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ການສ້າງ ແລະ ປັບປຸງນິຕິກຳກ່ຽວຂ້ອງ ເພື່ອຮັບປະກັນໃຫ້ການຄຸ້ມຄອງ, ຕິດຕາມ ແລະ ບໍາລຸງຮັກສາຊັບສິນຂອງລັດ ໃຫ້ມີປະສິທິພາບ, ໂປ່ງໃສ, ປະຢັດ ແລະ ມີປະສິດທິຜົນ. ພ້ອມກັນນັ້ນ, ຍັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ການຮ່ວມມືອັນໃກ້ຊິດລະຫວ່າງ ສອງກະຊວງການເງິນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ກອງປະຊຸມດັ່ງກ່າວ, ບໍ່ພຽງແຕ່ເປັນການແລກປ່ຽນດ້ານວິຊາການເທົ່ານັ້ນ, ແຕ່ຍັງເປັນຂີດໝາຍສຳຄັນໃນການກະກຽມ ແລະ ຜັນຂະ ຫຍາຍແຜນງານຮ່ວມມືໄລຍະຍາວ ລະຫວ່າງບັນດາກົມທີ່ກ່ຽວຂ້ອງກະຊວງ ໃຫ້ມີຄວາມໜັກແໜ້ນ, ທັນສະໄໝ ແລະ ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການໃນຍຸກການຫັນເປັນດີຈິຕອນ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່.

ໃນຕອນທ້າຍຂອງກອງປະຊຸມ, ຄະນະວິຊາການທັງສອງປະເທດ ໄດ້ສົນທະນາປະກອບຄໍາຄິດເຫັນຮ່ວມກັນກ່ຽວກັບ ແຜນການຮ່ວມມືສອງຝ່າຍໃນປີ 2027, ພ້ອມທັງກະກຽມເນື້ອໃນ ໄປສູ່ການຮ່າງ ແລະ ລົງນາມໃນບົດບັນທຶກຊ່ວຍຈໍາ (MOU) ເພື່ອເປັນບ່ອນອີງໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານການຄຸ້ມຄອງຊັບສິນແຫ່ງລັດຂອງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງຍິ່ງໆຂຶ້ນ.

ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






