ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 15:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ເມືອງຈຳປາສັກ ແກ້ໄຂເປົ້າໝາຍລັກຊັບ-ຊື້ຂາຍງົວຄວາຍເຖື່ອນ ຈັບຜູ້ຕ້ອງຫາໄດ້ 3 ຄົນ

ໂດຍ kaling
· 53 ນາທີ ກ່ອນອ່ານ 1 ນາທີ2 ຄັ້ງ
ປກສ ເມືອງຈຳປາສັກ ແກ້ໄຂເປົ້າໝາຍລັກຊັບ-ຊື້ຂາຍງົວຄວາຍເຖື່ອນ ຈັບຜູ້ຕ້ອງຫາໄດ້ 3 ຄົນ
ADadvertisement
ADadvertisement
ADadvertisement

ຈຳປາສັກ – ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ເປີດປະຕິບັດການລົງແກ້ໄຂເປົ້າໝາຍກຸ່ມຄົນລັກຊັບ ແລະ ຊື້-ຂາຍຊັບຢ່າງຜິດກົດໝາຍ (ງົວ, ຄວາຍ) ຢູ່ເຂດບ້ານທາງຄົບ ຕາແສງໜອງວຽນ ເມືອງຈຳປາສັກ ສາມາດມ້າງຄະດີ ແລະ ກັກຕົວຜູ້ຕ້ອງຫາໄດ້ທັງໝົດ 3 ຄົນ.

ການປະຕິບັດງານດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 9 – 21 ຕຸລາ 2026 ທີ່ຜ່ານມາ, ເຊິ່ງເຈົ້າໜ້າທີ່ວິຊາສະເພາະສາມາດຈັບຕົວຜູ້ຕ້ອງຫາໄດ້ດັ່ງນີ້:

  1. ທ້າວ ແສງ ພູນສະຫວັດ ອາຍຸ 55 ປີ, ອາຊີບຊາວນາ, ຢູ່ບ້ານໜອງເດີ່ນ ຕາແສງໜອງວຽນ ເມືອງຈຳປາສັກ. (ຖືກກັກຕົວໃນວັນທີ 9 ຕຸລາ 2026 ໃນຂໍ້ກ່າວຫາ: ລັກຊັບ).
  2. ທ້າວ ຈິດ ກິຄຳມະນີ ອາຍຸ 55 ປີ, ອາຊີບຊາວນາ, ຢູ່ບ້ານທາງຄົບ ຕາແສງໜອງວຽນ ເມືອງຈຳປາສັກ. (ຖືກກັກຕົວໃນວັນທີ 9 ຕຸລາ 2026 ໃນຂໍ້ກ່າວຫາ: ລັກຊັບ).
  3. ທ້າວ ແຫຼ້ ພັນທະວົງ ອາຍຸ 43 ປີ, ອາຊີບຊາວນາ, ຢູ່ບ້านນາສະຫວ່າງ ຕາແສງດອນຕະລາດ ເມືອງຈຳປາສັກ. (ຖືກກັກຕົວໃນວັນທີ 21 ຕຸລາ 2026 ໃນຂໍ້ກ່າວຫາ: ຊື້-ຂາຍຊັບຢ່າງຜິດກົດໝາຍ).

ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການດຳເນີນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ເພື່ອຂະຫຍາຍຜົນ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ, ເຫດການ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່