ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 16:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງບໍລິຄໍາໄຊ ທົດສະກຳຄືນຄະດີຄາດຕະກໍາ ພ້ອມກັກຕົວຜູ້ຖືກຫາ 03 ຄົນມາດໍາເນີນຄະດີຕາມລະບຽບກົດໝາຍ

ໂດຍ Jenjila
· 47 ນາທີ ກ່ອນອ່ານ 5 ນາທີ3 ຄັ້ງ
ປກສ ແຂວງບໍລິຄໍາໄຊ ທົດສະກຳຄືນຄະດີຄາດຕະກໍາ ພ້ອມກັກຕົວຜູ້ຖືກຫາ 03 ຄົນມາດໍາເນີນຄະດີຕາມລະບຽບກົດໝາຍ
ADadvertisement
ADadvertisement
ADadvertisement

ວັນທີ 03 ພະຈິກ 2026 ນີ້, ຫ້ອງຕໍາຫຼວດ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ສົມທົບກັບ ພະແນກ ຕໍາຫຼວດ ປກສ ເມືອງປາກຊັນ ລົງທົດສະກໍາຄືນຄະດີຄາດຕະກໍາ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ແຂວງບໍລິຄໍາໄຊ ພ້ອມດ້ວຍຜູ້ຖືກຫາ 03 ຄົນ ມາດໍາເນີນຄະດີຕາມລະບຽບກົດໝາຍ; ໂດຍການນໍາພາຂອງທ່ານ ພັທ ບຸນ ອິນທິລາດ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງ, ມີທ່ານ ພັທ ຮັກ ເທວາ ຮອງຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ມີຄະນະພະແນກສືບສວນ-ສອບສວນ ປກສ ແຂວງ, ຄະນະພະແນກຕໍາຫຼວດ ປກສ ເມືອງ ປາກຊັນ, ມີອໍານາດການປົກຄອງບ້ານ, ກຳລັງ ປກຊ-ປກສ ບ້ານ, ປກສ ກຸ່ມບ້ານ ຕະຫຼອດຮອດເຈົ້າໜ້າທີ່ ໜ່ວຍງານອາຍາ-ເສດຖະກິດ ປກສ ເມືອງປາກຊັນ ເຂົ້າຮ່ວມ.

ປກສ ແຂວງບໍລິຄໍາໄຊ ທົດສະກຳຄືນຄະດີຄາດຕະກໍາ ພ້ອມກັກຕົວຜູ້ຖືກຫາ 03 ຄົນມາດໍາເນີນຄະດີຕາມລະບຽບກົດໝາຍ

ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ-ເສດຖະກິດ ໄດ້ໃຫ້ຮູ້ວ່າ ໃນຄັ້ງວັນທີ 09 ຕຸລາ 2026 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ໄດ້ມີທ້າວ ອິນທະວາ ຫຼື ຈ່ອຍ ພັກເຊົາຢູ່ບ້ານນາສົ້ມມໍ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຖືກຄົນຮ້າຍ ບໍ່ຮູ້ຊື່ ແລະ ທີ່ຢູ່ ໃຊ້ອາວຸດປືນບໍ່ຮູ້ຊະນິດ ຍິງໃສ່ຂະມັບເບື້ອງຂວາຂອງ ທ້າວ ອິນທະວາ ຫຼື ຈ່ອຍ ຢູ່ສວນຢາງພາລາ.

ພາຍຫຼັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ວິຊາສະເພາະ ຈື່ງໄດ້ລົງກວດກາ ແລະ ຊັນນະສູດແຫຼ່ງຂ່າວ ເຫັນວ່າມີມູນຄວາມຈິງແທ້ ຕົກມາຮອດວັນທີ 22 ຕຸລາ 2026 ຈື່ງສາມາດກັກຕົວຜູ້ຖືກຫາ 03 ຄົນ ຄື : ທ້າວ ສົນທະລາ ຫຼື ໂກ້, ນາງຂັນແກ້ວ ແລະ ທ້າວ ຄໍາແພງ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນສອບ-ສອບສວນ: ທ້າວ ສົນທະລາ ຫຼື ໂກ້ ອາຍຸ 30 ປີ, ອາຊີບກຳມະກອນ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ໃຫ້ການຮັບສາລະພາບວ່າ ໃນໄລຍະເດືອນ ມິຖຸນາ ປີ 2026 ຜູ້ກ່ຽວໄດ້ໄປໄລ່ງົວ ໃຫ້ຜູ້ເປັນນ້າສາວ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ໄດ້ຖືກທ້າວ ອິນທະວາ ຫຼື ຈ່ອຍ ຜູ້ເສຍຊີວິດ ລັດເອົາມິດປາດຄໍ ແລະ ໃຊ້ໄມ້ຄ້ອນຕີຫົວຜູ້ກ່ຽວຢູ່ຄອກງົວ ເຊີ່ງໄດ້ຮັບບາດເຈັບ ແລະ ຫຍິບ 8 ເຂັມ ເພາະຜ່ານມາ ທ້າວ ອິນທະວາ ຫຼື ຈ່ອຍ ມັກອາລະວາດ ໂວຍວາຍໃສ່ຜູ້ກ່ຽວ ແລະ ເຄີຍມີບັນຫາຜິດຖຽງກັນຫຼາຍຄັ້ງ, ຕົກມາຮອດ ວັນທີ 08 ຕຸລາ 2026 ເວລາປະມານ 05:00 ໂມງ ຜູ້ກ່ຽວໄດ້ຂີ່ລົດຈັກມາແຕ່ເຮືອນຜູ້ເປັນເມຍ ແລ້ວໄປແວ່ເຮືອນຜູ້ເປັນແມ່ ຊື່ ນາງຂັນແກ້ວ ພາຍຫຼັງໄປຮອດຜູ້ກ່ຽວໄດ້ເຫັນທ້າວ ອິນທະວາ ຫຼື ຈ່ອຍ ຜູ້ເສຍຊີວິດ ກຳລັງກິດຢາງພາລາ ຢູ່ສວນຂອງ ຜູ້ເປັນນ້າສາວ ຈື່ງເກີດມີແນວຄິດບໍ່ພໍໃຈ ໃຫ້ກັບຜູ້ເສຍຊີວິດ ທີ່ເຄີຍເອົາມິດປາດຄໍ ໃຊ້ໄມ້ຄ້ອນຕີຫົວ ແລະ ມັກໂວຍວາຍໃສ່ຜູ້ກ່ຽວຕະຫຼອດ.

ຫຼັງຈາກນັ້ນ ຕົນເອງຈື່ງຂື້ນໄປເທິງຖຽງເພື່ອຈັບເອົາປືນປະດິດທີ່ໃຊ້ລູກດອກ ເປັນປືນທີ່ຜູ້ກ່ຽວເຮັດຂື້ນເອງ ຢູ່ຖຽງໃກ້ກັບເຮືອນຂອງແມ່, ເລັ່ງ ແລະ ຍິງໃສ່ທ້າວ ອິນທະວາ ຫຼື ຈ່ອຍ ທີ່ກຳລັງກິດຢາງພາລາຢູ່ ຈໍານວນ 01 ຄັ້ງ ເຂົ້າບໍລິເວນຂະໝັບເບື້ອງຂວາຂອງຜູ້ເສຍຊີວິດ ຈື່ງເຮັດໃຫ້ຜູ້ເສຍຊີວິດລົ້ມລົງກັບທີ່; ຕໍ່ມາທ້າວ ສົນທະລາ ຫຼື ໂກ້ ຈື່ງໄດ້ຂື້ນໄປເທິງຖຽງແລ້ວເອົາປືນຖິ້ມລົງປ່ອງຢ້ຽມ ແລ້ວໜີໄປເຮືອນຂອງຜູ້ເປັນເມຍ ຢູ່ບ້ານຊະນະໄຊ ເມືອງປາກຊັນ, ຕົກມາຮອດ ວັນ 22 ຕຸລາ 2026 ເວລາປະມານ 13:00 ໂມງ ຜູ້ກ່ຽວຈື່ງໄປມອບຕົວຕໍ່ເຈົ້າໜ້າທີ່ ປກສ ເມືອງປາກຊັນ ແລະ ຖືກກັກຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ສ່ວນ ນາງ ຂັນແກ້ວ ອາຍຸ 47 ປີ ອາຊິບ ເຮັດນາ ຜູ້ເປັນແມ່ ແລະ ທ້າວ ຄໍາແພງ ອາຍຸ 40 ປີ ຜູ້ເປັນພໍ່ນ້າ ທັງ 02 ຄົນ ຢູ່ບ້ານນາສົ້ມມໍ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ໃຫ້ການຮັບສາລະພາບວ່າ: ໃນຄັ້ງວັນທີ 08 ຕຸລາ 2026 ເວລາປະມານ 05:30 ນາທີ ໄດ້ມີລຸກຊາຍຜູ້ກໍ່ເຫດຄາດຕະກໍາ ມາຮ້ອງປຸກພວກຕົນທີ່ກຳລັງນອນຢູ່ເຮືອນ ພວກກ່ຽວໄດ້ຍິງສຽງຈື່ງລຸກອອກມາ ແລະ ສົນທະນາກັບທ້າວ ສົນທະລາ ຫຼື ໂກ້ ປະມານ 05 ນາທີ ຈື່ງຮູ້ວ່າທ້າວ ສົນທະລາ ຫຼື ໂກ້ ໄດ້ລົງມືກໍ່ເຫດຄາດຕະກຳ ທ້າວ ອິນທະວາ ຫຼື ຈ່ອຍ ໂດຍການໃຊ້ປືນປະດິດ ຍິງໃສ່ບໍລິເວນຂະໝັ້ບເບທ້ອງຂວາຜູ້ເສຍຊີວິດ ແລະ ເຮັດໃຫ້ຜູ້ຖືກເຄາະຮ້າຍລົ້ມລົງກັບທີ່, ຕໍ່ມາທ້າວ ຄໍາແພງ ຈື່ງໄດ້ໄປຈັບເອົາປືນທີ່ລູກຊາຍໃຊ້ກໍ່ເຫດຄາດຕະກໍາ ໄປຖີ້ມລົງໜອງທີ່ຫ່າງຈາກເຮືອນປະມານ 50 ແມັດ, ຕົກມາຮອດເວລາປະມານ 08:00 ໂມງຂອງວັນດຽວກັນ ນາງຂັນແກ້ວ ຈື່ງໄດ້ໂທຫາ ຜູ້ເປັນນ້າສາວ ແລະ ອໍານາດການປົກຄອງບ້ານມາເບີ່ງ ແລ້ວນໍາຕົວທ້າວ ອິນທະວາ ຫຼື ຈ່ອຍ ສົ່ງໂຮງໝໍເພື່ອປີ່ນປົວ ແລະ ເສຍຊີວິດໃນເວລາຕໍ່ມາ,ໃນເບື້ອງຕົ້ນ ນາງ ຂັນແກ້ວ ແລະ ທ້າວ ຄໍາແພງ ໄດ້ໃຫ້ການປະຕິເສດວ່າບໍ່ຮູ້ບໍ່ເຫັນ ເພື່ອປິດບັງການກະທໍາຜິດຂອງລູກຊາຍ, ຜ່ານການລົງເກັບກໍາຂໍ້ມູນຫຼັກຖານ ຕາມຫຼັກການວິຊາສະເພາະ, ພາວະວິໄສ ແລະ ມີຂໍ້ມູນຫຼັກຖານຜູກມັດ ຕົກມາຮອດ ວັນທີ 22 ຕຸລາ 2026 ພວກກ່ຽວທັງ 02 ຈື່ງໃຫ້ການຍອມຮັບສາລະພາບວ່າໄດ້ເຈດຕະນາປິດບັງການກະທໍາຜິດຈິງແທ້ ຈື່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີຕາມຂັ້ນຕອນກົດໝາຍກໍານົດໄວ້.

ເຈົ້າໜ້າທີ່ຍັງໃຫ້ຮູ້ອິກວ່າ ຜ່ານການສືບສວນ-ສອບສວນ, ເກັບກໍາຂໍ້ມູນ, ຫຼັກຖານ, ພະຍານ ແລະ ຄໍາໃຫ້ການ ສາມາດສັງເກດຕີລາຄາວ່າ: ທ້າວ ສົນທະລາ ຫຼື ໂກ້ ແມ່ນມີເຈດຕະນາ ຄາດຕະກໍາແທ້ ເຊີ່ງສະແດງອອກ ໃນການໃຊ້ອາວຸດປືນ ຍິງໃສ່ຜູ້ເຄາະຮ້າຍຈົນເສຍຊີວິດ ການກະທໍາດັ່ງກ່າວໄດ້ເຮັດໃຫ້ບຸກຄົນອື່ນເສຍຊີວິດ, ສັງຄົມບໍ່ມີຄວາມສະຫງົບ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ເຊີ່ງຜິດໃນປະມວນກົດໝາຍອາຍາສະບັບ ປັບປຸງ ປີ 2017 ມາດຕາ 188 ເປັນການກະທໍາຜິດໃນສະຖານການຄາດຕະກໍາ; ສ່ວນ ນາງ ຂັນແກ້ວ ແລະ ທ້າວ ຄໍາແພງ ແມ່ນຜິດໃນຂໍ້ຫາ ປິດບັງການກຳທໍາຜິດ ມາດຕາມ 380 ຂອງປະມວນກົດໝາຍອາຍາ ສະບັບປັບປຸງ ປີ 2017 ເຊີ່ງສະແດງອອກ ພວກກ່ຽວໄດ້ເອົາປືນທີ່ຜູ້ກໍ່ເຫດໃຊ້ຄາດຕະກໍາ ໄປຖິ້ມລົງໜອງ ແລະ ຍັງບໍ່ໃຫ້ການທີ່ເປັນຂໍ້ມູນຄວາມຈິງກັບເຈົ້າໜ້າທີ່ ປະຈຸບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນສະຫຼຸບສໍານວນຄະດີ ເພື່ອສົ່ງໃຫ້ອົງການໄອຍະການປະຊາຊົນ ສັ່ງຟ້ອງສານຕັດສີນຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ທີ່ມາ: ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່