ວັນພຸດ ທີ 4 ພະຈິກ 2026ອັບເດດລ່າສຸດ 15:03ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດແຫ່ງ ສສ ມຽນມາ ພ້ອມຮ່ວມກັນສອງກອງທັບ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນຫາຕາມຊາຍແດນ.

ໂດຍ Jenjila
· 57 ນາທີ ກ່ອນອ່ານ 1 ນາທີ2 ຄັ້ງ
ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດແຫ່ງ ສສ ມຽນມາ ພ້ອມຮ່ວມກັນສອງກອງທັບ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນຫາຕາມຊາຍແດນ.
ADadvertisement
ADadvertisement
ADadvertisement

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ, ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 03-06 ພະຈິກ 2026.

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດແຫ່ງ ສສ ມຽນມາ ພ້ອມຮ່ວມກັນສອງກອງທັບ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນຫາຕາມຊາຍແດນ.

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ພົນເອກ ແຢ ວິນ ອູ ພ້ອມດ້ວຍຄະນະ, ເຊິ່ງເປັນການຮັດແໜ້ນສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຂອງສອງຊາດ, ສອງກອງທັບ ລາວ-ມຽນ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ທັງສະແດງຄວາມຍີນດີ ແລະ ຊົມເຊີຍ ຕໍ່ທ່ານ ພົນເອກ ແຢ ວິນ ອູ ທີ່ໄດ້ຮັບຕໍາແໜ່ງເປັນຜູ້ບັນຊາການທະຫານສູງສຸດຄົນໃໝ່ ແຫ່ງ ສສ ມຽນມາ ແລະ ສະເໜີໃຫ້ສອງກອງທັບ ລາວ-ມຽນມາ ສືບຕໍ່ປະສານສົມທົບກັນ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນການລັກລອບເຂົ້າເມືອງຜິດກົດໝາຍ, ອາຊະຍາກໍາຂ້າມຊາດ, ອາຊະຍາກໍາທາງໂທລະຄົມມະນາຄົມ, ການຄ້າຂາຍເຖື່ອນ, ການຂົນສົ່ງຢາເສບຕິດ, ລວມທັງ ການນຳໃຊ້ແຮງງານ ທີ່ບໍ່ຖືກຕ້ອງ ຕາມບໍລິເວນຊາຍແດນ ລາວ-ມຽນມາ ໂດຍຜ່ານກົນໄກທີ່ສອງຝ່າຍມີຮ່ວມກັນ ໃຫ້ໄດ້ຮັບຜົນດີ.

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດແຫ່ງ ສສ ມຽນມາ ພ້ອມຮ່ວມກັນສອງກອງທັບ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນຫາຕາມຊາຍແດນ. · ຮູບທີ 2

ທ່ານ ພົນເອກ ແຢ ວິນ ອູ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທ່ານ ນາຍົກລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜັບສະໜູນຊ່ວຍເຫຼືອ ສສ ມຽນມາ ຕະຫຼອດໄລຍະຜ່ານມາ, ພ້ອມທັງ ສະເໜີຝ່າຍ ສປປ ລາວ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສສ ມຽນມາ ໃນເວທີພາກພື້ນ ແລະ ສາກົນ ກໍ່ຄືຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ບັນຊາການທະຫານສູງສຸດແຫ່ງ ສສ ມຽນມາ ພ້ອມຮ່ວມກັນສອງກອງທັບ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນຫາຕາມຊາຍແດນ. · ຮູບທີ 3

ຂ່າວ-ພາບ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 4 ພະຈິກ 2026 · ແຮມ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່