
ກວດຢຶດ ໃບກະທ່ອມ ແລະ ນໍ້າຢາດີໄອ ຢູ່ລົດບັນທຸກ 22 ລໍ້ ພ້ອມກັກຕົວຜູ້ຮ່ວມຂະບວນການໄດ້ 3 ຄົນ

ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຮັບແຫລ່ງຂ່າວຈາກພົນລະເມືອງດີ ວ່າ ມີກຸ່ມຄົນຈໍານວນໜຶ່ງທີ່ເຄື່ອນໄຫວ ຄ້າ-ຂາຍ ແລະ ຂົນສົ່ງພືດທີ່ໃຫ້ສານເສບຕິດ ທີ່ອອກລິດຕໍ່ຈິດປະສາດ (ໃບກະທ່ອມ ແລະ ນໍ້າຢາດີໄອ) ໂດຍໃຊ້ລົດບັນທຸກ 22 ລໍ້ ສີຂາວ-ແດງ ເພື່ອໃຊ້ໃນການຂົນສົ່ງ. ຈາກນັ້ນ, ກອງບັນຊາການ ປກສ ເມືອງປາກກະດິງ ຈຶ່ງໄດ້ລົງຕິດຕາມ
ມາຮອດເວລາປະມານ 07:00 ໂມງ ຂອງວັນດຽວກັນ ເຈົ້າໜ້າທີ່ຈຶ່ງພົບເຫັນລົດຄັນດັ່ງກ່າວ ຂັບຂີ່ມາແຕ່ ແຂວງສະຫວັນນະເຂດ ຕາມເສັ້ນທາງເລກ 13 ໃຕ້ ມຸ່ງໜ້າໄປນະຄອນຫລວງວຽງຈັນ. ພໍຮອດເຂດ ບ້ານໂພນຈະເລີນ ເມືອງປາກກະດິງ ເຈົ້າໜ້າທີວິຊາສະເພາະຈຶ່ງໄດ້ລັດລົດຄັນດັ່ງກ່າວ ເຂົ້າກວດກາ ຈຶ່ງພົບເຫັນເຄື່ອງຂອງກາງ ປະເພດຢາເສບຕິດ (ຢາບ້າ) ຈໍານວນ 12 ເມັດ, ໃບກະທ່ອມຈຳນວນ 13 ເປົາ ແລະ 4 ຖົງດໍານ້ອຍ ລວມນໍ້າໜັກໄດ້ 144 ກິໂລ ແລະ ນໍ້າຢາດີໄອຈໍານວນ 2,900 ແກ້ວ ແລະ ຈັບກຸມເປົ້າໝາຍ ຊື່ ທ້າວ ພຸດສະດີ (ກີ້) ຄໍາພະຈັນ ອາຍຸ 33 ປີ, ອາຊີບກຳມະກອນ ຢູ່ບ້ານເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ (ໂຊເຟີລົດບັນທຸກ).

ຈາກນັ້ນ, ເຈົ້າໜ້າວິຊາສະເພາະຈຶ່ງໄດ້ຂະຫຍາຍຜົນຫາກຸ່ມແກ້ງພັກພວກຮ່ວມຂະບວນການດຽວກັນ ທີ່ສັ່ງຊື້ພືດທີ່ໃຫ້ສານເສບຕິດ (ໃບກະທ່ອມ ແລະ ນໍ້າຢາດີໄອ) ຈຶ່ງສາມາດກັກຕົວຜູ້ຮ່ວມຂະບວນການໄດ້ອີກຈໍານວນ 2 ຄົນຄື: ທ້າວ ເຕ່ ສີບຸນເຮືອງ ອາຍຸ 18 ປີ, ອາຊີບ ເຮັດນາ ຢູ່ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ແລະ ທ້າວ ລີໂອ ອິນທອງທິລາດ ອາຍຸ 23 ປີ ອາຊີບ ເຮັດນາ ບ້ານປາກ ສາ ເມືອງປາກກະດິງ ແຂວງບໍລິຄຳໄຊ ໃນຂໍ້ກ່າວຫາ ການ ຄ້າ-ຂາຍ ພືດທີ່ໃຫ້ສານເສບຕິດອອກລິດຕໍ່ຈິດປະສາດ (ໃບກະທ່ອມ ແລະ ນໍ້າຢາດີໄອ).
ປັດຈຸບັນ, ເຈົ້າໜ້າທີ່ ໄດ້ກັກຕົວພວກກ່ຽວທັງ 3 ຄົນໄວ້ ເພື່ອສືບສວນ-ສອບສວນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







