
ສະເທືອນໃຈ! ເກີດອຸບັດຕິເຫດ ລົດເມໂດຍສານຕຳຊ້າງປ່າ ທີ່ເມືອງຫີນບູນ ເຮັດໃຫ້ມີຜູ້ບາດເຈັບຫຼາຍສົມຄວນ ສ່ວນອາການຊ້າງປ່າຍັງຕ້ອງລໍຖ້າຂໍ້ມູນຢືນຢັນຈາກເຈົ້າໜ້າທີ່.

ເວລາປະມານ 20:40 ໂມງ ຂອງວັນທີ 5 ພະຈິກ 2026, ເກີດອຸບັດຕິບັດລົດເມໂດຍສານວຽງຈັນ-ປາກເຊ ຕຳຊ້າງປ່າຢູ່ຂອບເຂດບ້ານໂພນໄຊ ເມືອງຫີນບູນ ແຂວງຄຳມ່ວນ ເຮັດໃຫ້ລົດເມເສຍຫຼັກປີ້ນ ມີຜູ້ໂດຍສານໄດ້ຮັບບາດເຈັບຫຼາຍສົມຄວນ.

ຂໍ້ມູນເບື້ອງຕົ້ນ, ພະແນກຕຳຫຼວດ ປກສ ເມືອງ ຫີນບູນ ລາຍງານໃຫ້ຮູ້ວ່າ: ລົດເມໂດຍສານຄັນດັ່ງກ່າວ ປ້າຍທະບຽນ ບຂ 6499 ຂັບຂີ່ ໂດຍທ້າວ ສີທົນ ອາຍຸ 46 ປີ ອາຊີບຂັບລົດ ສັນຊາດລາວ ປັດຈຸບັນຢູ່ບ້ານນາພູລາວ ເມືອງຄົງເຊໂດນ ແຂວງສາລະວັນ ຂັບຂີ່ມາຈາກນະຄອນຫຼວງວຽງຈັນ ຈຸດປະສົງຈະມຸ່ງໜ້າໄປແຂວງຈຳປາສັກ ໂດຍມີຄົນໂດຍສານມານຳກັນທັງໝົດ 26 ຄົນ, ຄົນຕ່າງປະເທດ 2 ຄົນ ຍິງ1 ຄົນ , ພໍຂັບຂີ່ມາຮອດຂອບເຂດບ້ານໂພນໄຊ ເມືອງຫີນບູນ ແຂວງຄຳມ່ວນ ໄດ້ເກີດອຸບັດຕິເຫດຕຳຊ້າງປ່າ ເຮັດໃຫ້ລົດເສຍຫຼັກປີ້ນລົງແຄມທາງ ມີຄົນບາດເຈັບສາຫັດ 1 ຄົນ, ບາດເຈັບສົມຄວນ 7 ຄົນ, ບາດເຈັບເລັກໜ້ອຍ 19 ຄົນ ແລະ ຊ້າງໄດ້ຮັບບາດເຈັບຫຼາຍສົມຄວນ.



ພາຍຫຼັງເກີດອຸບັດຕິບັດ ທາງເຈົ້າໜ້າທີ່ວິຊາສະເພາະໄດ້ກວດກາຕາມຫຼັກວິຊາສະເພາະ, ພ້ອມທັງກັກຕົວຜູ້ຂັບຂີ່ມາສືບສວນ-ສອບສວນ ຢູ່ກອງບັນຊາການ ປກສ ເມືອງຫີນບູນ, ສ່ວນລົດເມໂດຍສານແມ່ນຍັງບໍ່ສາມາດເຄື່ອນຍ້າຍໄດ້.
ຂ່າວ: ຄວາມສະຫງົບ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







