
ຊີ້ແຈງແລ້ວ!! ກໍລະນີເຫດການອ່າງສານເຄມີຮົ່ວໄຫຼລົງນ້ຳແວ່ນ ຄວາມຈິງແລ້ວເປັນພຽງນ້ຳທີ່ນຳໃຊ້ເຂົ້າໃນການຜະລິດ ແຕ່ເກີດຝົນຕົກໜັກເຮັດໃຫ້ນ້ຳໄຫຼຊຸອອກ.

ໃນວັນທີ 04/11/2026 ຄະນະນຳແຂວງຫົວພັນລົງຕິດຕາມຈຸດເກີດເຫດ ແລະ ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາ ອ່າງເກັບນ້ຳຂອງ ບໍລິສັດ ລາວ-ຈີນ ພັດທະນາ ແຮ່ຫາຍາກ ພາກເໜືອ 2 ຈຳກັດ ຕາມການລາຍງານເບື້ອງຕົ້ນລະບຸວ່າ: ເຫດການເກີດຂຶ້ນໃນຊ່ວງເຊົ້າມືດ ຂອງວັນທີ 2 ພະຈິກ 2026 ເປັນເຫດສຸດວິໃສ ເນື່ອງຈາກຝົນຕົກໜັກຢູ່ເຂດ ພູສົງຊັນ ສະພາບດິນຊາຍເກີດຍຸບໂຕ ແລະ ໄຫຼຊຸ ລົງສູ່ອ່າງເກັບນ້ຳ

ທຳມະຊາດ ເຊິ່ງເປັນຫ້ວຍນ້ຳທີ່ບໍລິສັດເຮັດຂັ້ນຄູກັນໄວ້ ເພື່ອດູດນ້ຳໃຊ້ເຂົ້າໃນການຜະລິດ ບໍ່ແມ່ນອ່າງເຄມີ ຕາມທີ່ມີຂ່າວລົງໃນສື່ອອນລາຍ ເຫດການດັ່ງກ່າວ ເຮັດໃຫ້ທໍ່ດູດ ແລະ ທໍ່ສົ່ງນ້ຳແຕກຫັກ ແລ້ວໄຫຼເຊາະໃສ່ຂັ້ນຄູອ່າງ ເຮັດໃຫ້ນ້ຳປະມານ 1000 ກວ່າແມັດກ້ອນ ພ້ອມຕະກອນດິນໄຫຼສຸອອກສູ່ຫ້ວຍດົງດຸ່ມ ແລະ ຫ້ວຍນ້ຳແວ່ນ ເຮັດໃຫ້ເກີດນ້ຳຂຸ່ນ ເຫດການນີ້ໄດ້ສ້າງຄວາມກັງວົນໃຈໃຫ້ກັບພໍ່ແມ່ປະຊາຊົນ ແລະ ໄດ້ສົ່ງຜົນກະທົບໂດຍກົງຕໍ່ເນື້ອທີ່ທຳການຜະລິດ ໂດຍສະເພາະເນື້ອທີ່ນາຂອງປະຊາຊົນບ້ານທັບເຜິ້ງ ຈຳນວນ 2 ຄອບຄົວ.

ຕໍ່ສະພາບການດັ່ງກ່າວທາງຄະນະຮັບຜິດຊອບໄດ້ລົງກວດກາສະພາບການດັ່ງກ່າວຢູ່ 2 ຈຸດຄື: ຈຸດຫ້ວຍດົງດຸ່ມ ຫ່າງຈາກຈຸດເກີດເຫດ 900 ແມັດ (ສາຍນ້ຳຂຸ່ນຫຼາຍ) ຈຸດທີ 2 ຫ້ວຍຜາບູດ ຫ່າງຈາກຈຸດເກີດເຫດ 1,5 ກິໂລແມັດ (ສາຍນໍ້າຂຸ່ນເລັກນ້ອຍ) ເຊິ່ງທັງ 2 ຈຸດ ບໍ່ພົບສັດນໍ້າ ຫຼື ສັດບົກຕາຍ.

ຜົນການວິໄຈຄຸນນະພາຍນ້ຳເບື້ອງຕົ້ນໂດຍລວມແມ່ນຢູ່ໃນເກນມາດຕະຖານສິ່ງແວດລ້ອມ (ແຕ່ຄ່ານ້ຳເກືອ ຄວາມເຄັມ ທີ່ພົບໃນລະດັບມາດຕະຖານ ຊີ້ໃຫ້ເຫັນວ່າ: ອາດມີການນຮົ່ວຊຶມຂອງນ້ຳເກືອ ຈາກດິນເຈື່ອນຢູ່ເຂດຂຸດຄົ້ນເກົ່າ ຢ່າງໃດກໍຕາມລະບົບນິເວດຍັງບໍ່ຖືກທຳລາຍຮ້າຍແຮງ ປັດຈຸບັນຍັງລໍຖ້າຜົນການຢັ້ງຢືນຢ່າງເປັນທາງການ ຈາກສະຖາບັນວິໄຈຄຸນນະພາບນ້ຳແຫ່ງຊາດເພື່ອແຈ້ງໃຫ້ປະຊາຊົນຮັບຊາບຕື່ມ.

ຈາກຜົນກະທົບໃນເບື້ອງຕົ້ນ ບໍລິສັດໄດ້ເລັ່ງປະສານສົມທົບກັບວິຊາການພາກສະໜາມແກ້ໄຂຢ່າງຕັ້ງໜ້າ ໂດຍການຕັດລະບົບທໍ່ນ້ຳ, ສ້ອມແປງທໍ່ທີ່ແຕກຫັກ, ສ້າງຄູກັນນ້ຳ, ດູດນ້ຳທີ່ຄ້າງຢູ່ກັບຄືນອ່າງ ແລະ ສົ່ງພະນັກງານຕິດຕາມສະພາບນ້ຳຢ່າງຕໍ່ເນື່ອງ.

ນອກຈາກນີ້ທາງ ບໍລິສັດດັ່ງກ່າວຈະທົດແທນຄ່າເສຍຫາຍກັບ 2 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຢ່າງຖືກຕ້ອງຕາມກົດໝາຍ, ພ້ອມນີ້ຄະນະນຳແຂວງຫົວພັນໄດ້ສະເໜີໃຫ້ບໍລິສັດ ເພີ່ມທະວີການກວດກາ ແລະ ປັບປຸງອ່າງນ້ຳເກືອຕ່າງໆ ໃນເຂດສຳປະທານໃຫ້ຖືກຕ້ອງ ຕາມມາດຕະຖານເຕັກນິກຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ເກີດເຫດການຄືນອີກ ແລະ ໃຫ້ເກັບຕົວຢ່າງນ້ຳທັງໃນ ແລະ ນອກເຂດສຳປະທານ ຢ່າງປົກກະຕິເພື່ອເປັນຖານຂໍ້ມູນອ້າງອີງ.

————————–
ທີ່ມາ: ໂທລະພາບແຂວງຫົວພັນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
17 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
17 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
21 ຊົ່ວໂມງກ່ອນ


