ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 2 ນາທີ4 ຄັ້ງ
ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ADadvertisement
ADadvertisement
ADadvertisement

ໃນພິທີພົບປະ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ ຂອງຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ຊຶ່ງມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້າ ໂດຍເສດຖະກິດໃນ 9 ເດືອນ ຕົ້ນປີ 2026 ສາມາດຂະຫຍາຍຕົວສູງເຖິງ 9,01%. ພ້ອມກັນນີ້, ຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໂດຍເນັ້ນໃຫ້ເຫັນວ່າ ເຖິງຈະມີສ່ິງທ້າທາຍຈາກຜົນກະທົບທົ່ວໂລກ, ແຕ່ ສປປ ລາວ ຍັງຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ 9 ເດືອນຕົ້ນປີ 2026 ເຕີບໂຕ 4,8%, ພ້ອມທັງໄດ້ລົງເລິກການປັບປຸງກົງຈັກການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນໃຫ້ກະທັດຮັດ ແລະ ມີປະສິດທິພາບສູງຂຶ້ນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ລາວ-ຫວຽດນາມ ທີ່ນັບມື້ເຂົ້າສູ່ລວງເລິກ; ພ້ອມທັງທົບທວນການຮ່ວມມືຂອງສອງສະພາແຫ່ງຊາດໃນໄລຍະຜ່ານມາ ເປັນຕົ້ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສ້າງປຶ້ມປະຫວັດສາດ “50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ” ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ສະພາແຫ່ງຊາດ ລາວ-ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

  ເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳຍິ່ງຂຶ້ນ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະເໜີເນື້ອໃນສຳຄັນສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ສົ່ງເສີມການພົບປະແລກປ່ຽນລະຫວ່າງສະພາປະຊາຊົນຂ້ັນແຂວງທ່ີມີຊາຍແດນຕິດຈອດກັນ ແລະ ຄົ້ນຄວ້າປັບປຸງບົດບັນທຶກການຮ່ວມມື (MOU) ລະຫວ່າງສອງສະພາແຫ່ງຊາດ ທີ່ຈະສິ້ນສຸດລົງໃນປີ 2027; ກະກຽມສະເຫລີມສະຫລອງປີສາມັກຄີມິດຕະພາບ 2027 ວາງແຜນຈັດກິດຈະກຳຮ່ວມກັນ ເພື່ອສະເຫລີມສະຫລອງ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດ ນາມ; ການຕິດຕາມກວດກາໂຄງການຍຸດທະສາດ, ສະເໜີໃຫ້ສອງສະພາແຫ່ງຊາດຕິດຕາມກວດກາ ແລະ ຊຸກຍູ້ໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟວຽງຈັນ-ທ່າແຂກ-ຫວຸ່ງອາງ ແລະ ທ່າເຮືອຫວຸ່ງອາງ ໃຫ້ປີ 2027 ເປັນ ປີແຫ່ງການຕິດຕາມກວດກາການ ຈັດຕັ້ງປະຕິບັດໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄົມມະນາຄົມ; ການສະໜັບສະໜູນບົດຮຽນຈາກຝ່າຍຫວຽດນາມ ກ່ຽວກັບການຄຸ້ມຄອງວຽກງານທ້ອງຖິ່ນ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານກົດໝາຍ ແລະ ການຫັນເປັນດີຈິຕອນຂອງສະພາແຫ່ງຊາດ.

  ໂອກາດດຽວກັນນີ້, ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຈາກພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີມາໂດຍຕະຫລອດ, ພ້ອມທັງເຊື້ອເຊີນສະຫາຍ ເຈີນ ແທັງ ເໝີ້ນ ພ້ອມດ້ວຍຄະນະໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນເວລາທ່ີເໝາະສົມ.

ຂ່າວ-ພາບ: ສພຊ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່