
ຂ່າວດີ! ລາບລາວກຳລັງຈະໄດ້ຂຶ້ນທະບຽນຮັບຮອງເປັນມໍລະດົກວັດທະນະທຳຂອງ ສປປ ລາວ ໂດຍ UNESCO!

ລາບລາວ ບໍ່ແມ່ນພຽງແຕ່ອາຫານ ແຕ່ແມ່ນມໍລະດົກທາງວັດທະນະທຳ ທີ່ສະທ້ອນເຖິງຕົວຕົນ, ວິຖີຊີວິດ ແລະ ເອກະລັກຂອງຄົນລາວ
ໂດຍໃນວັນທີ 5 ພະຈິກ 2026 ສະມາຄົມນັກທຸລະກິດຍິງລາວ ລາຍງານວ່າ: ໄດ້ຮັບອີເມວຈາກອົງການ UNECO ກຳລັງລໍຖ້າຂ່າວດີໃນການປະກາດຮັບຮອງເອົາ “ລາບ” ເປັນມໍລະດົກໂລກຂອງ ສປປ ລາວ ຈາກອົງການ UNESCO ໃນຢ່າງເປັນທາງການໄວໆນີ້ ເຊິ່ງຈະເປັນຂ່າວດີຂອງຄົນລາວເປັນຄວາມພາກພູມໃຈຂອງພໍ່ແມ່ພີ່ນ້ອງຊາວລາວ.

ລາບລາວ ຫລື ຊື່ທາງການແມ່ນ Larb: a culinary symbol of Lao cultural identity ອາຫານປະຈຳຊາດທີ່ສະທ້ອນເຖິງເອກະລັກ ວິຖີຊີວິດ ແລະ ວັດທະນະທຳຂອງຄົນລາວ ກຳລັງກ້າວສູ່ການຮັບຮອງເປັນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດຊາດ ໂດຍອົງການ UNESCO.
ລາບບໍ່ແມ່ນພຽງແຕ່ອາຫານທີ່ມີລົດຊາດເປັນເອກະລັກ ແຕ່ຍັງສື່ເຖິງຄວາມເຊື່ອເລື່ອງໂຊກລາບ ຄວາມເປັນສິລິມົງຄຸນ ແລະ ຄວາມສາມັກຄີຂອງຄອບຄົວແລະຊຸມຊົນລາວ.
ການຜັກດັນລາບລາວສູ່ການຂຶ້ນທະບຽນຄັ້ງນີ້ ຖືເປັນອີກກ້າວສຳຄັນໃນການອະນຸລັກ ແລະ ເຜີຍແຜ່ມໍລະດົກອັນລ້ຳຄ່າຂອງລາວໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ.
ລາບບໍ່ແມ່ນພຽງແຕ່ອາຫານທີ່ມີລົດຊາດເປັນເອກະລັກ ແຕ່ຍັງສະທ້ອນເຖິງຮາກເຫງົ້າທາງວັດທະນະທຳ ປະເພນີ ແລະ ຄວາມຜູກພັນຂອງຄົນລາວ. ໂດຍສະເພາະຄວາມໝາຍຂອງຄຳວ່າ “ລາບ” ທີ່ສື່ເຖິງໂຊກລາບ ຄວາມເປັນສິລິມົງຄຸນ ແລະ ຄວາມເຈົ້າລາບເຈົ້າຄຸນ ຈຶ່ງນິຍົມນຳມາປຸງແຕ່ງໃນງານບຸນ ງານມຸງຄຸນ ງານລ້ຽງສັງສັນ ລວມເຖິງການຕ້ອນຮັບແຂກຄົນສຳຄັນ.
ຄວາມພິເສດຂອງລາບລາວຍັງຢູ່ທີ່ສູດການປຸງແຕ່ງ ແລະ ວັດຖຸດິບທ້ອງຖິ່ນທີ່ມີຄວາມຫຼາກຫຼາຍ ບໍ່ວ່າຈະເປັນລາບຊີ້ນງົວ ລາບຊີ້ນຄວາຍ ລາບໝູ ຫຼື ລາບປາ ເຊິ່ງແຕ່ລະທ້ອງຖິ່ນກໍມີເອກະລັກ ແລະ ລົດຊາດສະເພາະຂອງຕົນເອງ ທັງການໃຊ້ເຄື່ອງປຸງ ຜັກສົດ ເຂົ້າຂົ້ວ ໝາກເຜັດ ແລະ ສະໝຸນໄພຕ່າງໆ ທີ່ປະສົມປະສານກັນຢ່າງລົງຕົວ.



ນອກຈາກຄຸນຄ່າດ້ານອາຫານແລ້ວ ລາບຍັງເປັນສື່ກາງໃນການສ້າງຄວາມສຳພັນຂອງຄົນໃນຄອບຄົວ ແລະ ຊຸມຊົນ. ການຮ່ວມກັນກະກຽມອາຫານ ຮ່ວມກັນກິນ ແລະ ແບ່ງປັນລາບໃນງານສຳຄັນ ຖືເປັນພາບສະທ້ອນຂອງນ້ຳໃຈ ຄວາມອົບອຸ່ນ ແລະ ຄວາມສາມັກຄີຂອງຄົນລາວ.
ການຜັກດັນລາບລາວໃຫ້ເປັນທີ່ຮູ້ຈັກໃນລະດັບສາກົນ ຈຶ່ງບໍ່ພຽງແຕ່ເປັນການສົ່ງເສີມອາຫານປະຈຳຊາດ ແຕ່ຍັງເປັນການອະນຸລັກພູມປັນຍາທ້ອງຖິ່ນ ສືບສານປະເພນີຈາກຄົນຮຸ່ນໜຶ່ງສູ່ຄົນອີກຮຸ່ນໜຶ່ງ ແລະ ເປີດໂອກາດໃຫ້ຊາວໂລກໄດ້ຮູ້ຈັກອັດລັກຂອງປະເທດລາວຫຼາຍຂຶ້ນ.
ດັ່ງນັ້ນ ຄົນລາວທຸກຄົນຈຶ່ງສາມາດມີສ່ວນຮ່ວມໃນການສົ່ງເສີມມໍລະດົກອັນລ້ຳຄ່ານີ້ ດ້ວຍການຮ່ວມກັນເຜີຍແຜ່ຮູບພາບ ເລື່ອງລາວ ແລະ ຄຸນຄ່າຂອງລາບລາວຜ່ານສື່ສັງຄົມ ເພື່ອໃຫ້ອາຫານທີ່ເປັນຄວາມພູມໃຈຂອງຊາດ ໄດ້ກ້າວໄປສູ່ສາຍຕາຂອງຄົນທົ່ວໂລກ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
17 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
17 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
21 ຊົ່ວໂມງກ່ອນ


