
ກັກຕົວຄົນສັນຊາດຢີ່ປຸ່ນ ຈໍານວນ 16 ຄົນ ກໍ່ອາຊະຍາກຳທາງອິນເຕີເນັດ
K
ໂດຍ kaling
· 2 ມື້ ກ່ອນອ່ານ 1 ນາທີ23 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຊາຍ
0:00 / 0:50

ໃນອາທິດຜ່ານມາກຳລັງເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ບຸກເຂົ້າມ້າງກຸ່ມແກ້ງກໍ່ອາຊະຍາກໍາທາງອິນເຕີເນັດ ເຊິ່ງໃຊ້ສະຖານທີ່ເຮືອນໃຫ້ເຊົ່າຕັ້ງຢູ່ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນບ່ອນກະທຳຜິດ.

ຜ່ານການກວດກາ ຂອງເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາ ເປັນຄົນສັນຊາດ ຢີ່ປຸ່ນ ຈຳນວນ 16 ຄົນ, ພ້ອມທັງກວດພົບ ແລະ ຢຶດຂອງກາງທີ່ຖືກນຳໃຊ້ເຂົ້າໃນການກະທຳຜິດປະກອບມີ ໂທລະສັບມືຖື 55 ເຄື່ອງ ແລະ ໄອແພັດ 4 ເຄື່ອງ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະ ກຳລັງເລັ່ງດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ແລະ ພັກພວກມາດຳເນີນຄະດີຕາມກົດໝາຍ.

ທີ່ມາ: ຄວາມສະຫງົບ Lao Security News
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 37 ຄັ້ງຖືກໃຈ 17 ຄັ້ງ
mahaxan.com/24750
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
17 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
17 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
21 ຊົ່ວໂມງກ່ອນ


