ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 09:48ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສິງກະໂປ ຈະຊື້ເຊື້ອໄຟການບິນແບບຍືນຍົງ ຫລຸດການປ່ອຍແກັສເຮືອນແກ້ວ 40%

ໂດຍ Mahaxan
· 1 ມື້ ກ່ອນອ່ານ 1 ນາທີ1 ຄັ້ງ
ສິງກະໂປ ຈະຊື້ເຊື້ອໄຟການບິນແບບຍືນຍົງ ຫລຸດການປ່ອຍແກັສເຮືອນແກ້ວ 40%
ADadvertisement
ADadvertisement
ADadvertisement
ສິງກະໂປ ຈະຊື້ເຊື້ອໄຟການບິນແບບຍືນຍົງ ຫລຸດການປ່ອຍແກັສເຮືອນແກ້ວ 40%

ສຳນັກຂ່າວ ອິນໂຟເຄວສ:ສຳນັກງານ ການບິນ ພົນລະເຮືອນ ສິງກະໂປ ໄດ້ເປີດເຜີຍ ການກຳນົດເກນຂັ້ນຕ່ຳ ໃຫ້ເຊື້ອໄຟ ການບິນແບບຍືນຍົງ (SAF) ທີ່ ຈັດຊື້ດ້ວຍລາຍໄດ້ ຈາກການຈັດເກັບ ຄ່າທຳນຽມ ເຊື້ອໄຟ ຕ້ອງສາມາດຫລຸດ ການປ່ອຍແກັສເຮືອນແກ້ວ ລວມທັງ ວົງຈອນການນຳໃຊ້ ໄດ້ຢ່າງໜ້ອຍ 40%.

ປັດຈຸບັນ, ສິງກະໂປ ຈະເປີດການປະມູນ ຈັດຊື້ເຊື້ອໄຟ ການບິນ ທີ່ຍືນຍົງ ເປັນຄັ້ງທຳອິດ ໃນກາງເດືອນທັນວາ 2026,ເຊິ່ງເຊື້ອໄຟ ດັ່ງກ່າວ ຕ້ອງຜ່ານເກນ ຄວາມຍືນຍົງ ຕາມໂຄງການ ຊົດເຊີຍ ແລະ ຫລຸດຜ່ອນການປ່ອຍກາກບອນ ສຳລັບ ການບິນ ລະຫວ່າງ ປະເທດ (CORSIA) ຂອງ ອົງການ ການບິນພົນລະເຮືອນ ລະຫວ່າງ ປະເທດ (ICAO) ອີກດ້ວຍ.

ບົດລາຍງານ ຍັງລະບຸວ່າ ການປະມູນຮອບທຳອິດ ໄດ້ຕັ້ງເປົ້າຈັດຊື້ເຊື້ອໄຟເບື້ອງຕົ້ນ ຈຳນວນ 20-30 ກິໂລໂຕນ ໂດຍເປີດໃຫ້ ຜູ້ຈັດຈຳໜ່າຍ ແລະ ຜູ້ຜະລິດເຂົ້າ ຮ່ວມການປະມູນ ຖ້າຫາກ ສາມາດສົ່ງມອບ ເຊື້ອໄຟ ການບິນທີ່ຍືນຍົງ ຜ່ານລະບົບ ພື້ນຖານ ໂຄງລ່າງເຊື້ອໄຟ ທີ່ມີຢູ່ ຂອງ ສະໜາມບິນ ຊາງຫງີ ແລະ ມີຄຸນສົມບັດ ກົງຕາມ ຂໍ້ກຳນົດ ດ້ານເຕັກນິກ ແລະ ຄວາມຍືນຍົງ./

 

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່