
ລັດຖະມົນຕີກະຊວງ ປກສ ເດີນທາງໄປຢ້ຽມຢາມ, ເຮັດວຽກຢູ່ປະເທດຣັດເຊຍ

ໃນວັນທີ 9 ພະຈິກ 2026, ທີ່ສະໜາມບິນສາກົນວັດໄຕ, ໄດ້ມີພິທີສົ່ງ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ເພື່ອເດີນທາງໄປຢ້ຽມຢາມ, ເຮັດວຽກ ແລະ ລົງນາມບົດບັນທຶກຄວາມເຂົ້າໃຈສອງຝ່າຍ.











ໃຫ້ກຽດສົ່ງຄະນະໃນຄັ້ງນີ້, ມີ ທ່ານ ເຊຮເກ ຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນຣັດເຊຍ ປະຈຳ ສປປ ລາວ. ພ້ອມດ້ວຍ ພົຕ ຄອນສະຄອນ ສົມພາໄຊ ຮອງລັດຖະມົນຕີ ກະຊວງ ປກສ ແລະ ຄະນະນຳ ເຂົ້າຮ່ວມ.
ການເດີນທາງເຂົ້າຮ່ວມກອງປະຊຸມ ໃນລະຫວ່າງວັນທີ 9-14 ພະຈິກ 2026 ເພື່ອເປັນການພົບປະແລກປ່ຽນບົດຮຽນ ແລະ ລົງນາມບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ອົງການປ້ອງກັນຄວາມສະຫງົບພາຍໃນ ແຫ່ງຊາດ ສະຫະພັນ ຣັດເຊຍ ເພື່ອເປັນບ່ອນອີງທີ່ສຳຄັນໃຫ້ແກ່ກຳລັງວິຊາສະເພາະຂອງທັງສອງຝ່າຍ ໄດ້ສືບຕໍ່ປະສານສົມທົບ ແລະ ຜັນຂະຫຍາຍເນື້ອໃນຈິດໃຈການຮ່ວມມືໃຫ້ເປັນຮູບປະທຳ ແນໃສ່ເຮັດໃຫ້ພາກພື້ນມີຄວາມສັນຕິພາບ ແລະ ມີສະຖຽນລະພາບຂອງສອງປະເທດ.
ທີ່ມາ: ຄວາມສະຫງົບ Lao Security News
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ລາວ-ຫວຽດນາມ ລົງນາມຮ່ວມມືພັດທະນາຊົນນະບົດ ໄລຍະ 2026-2030
18 ຊົ່ວໂມງກ່ອນ
ໄລຍະ 9 ເດືອນຕົ້ນປີນີ້ ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6,2%
19 ຊົ່ວໂມງກ່ອນ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
23 ຊົ່ວໂມງກ່ອນ


