ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຄະນະກວດກາສູນກາງພັກ ລົງປະເມີນວຽກງານກົງຈັກການຈັດຕັ້ງ ແລະ ຕຳແໜ່ງງານ ຢູ່ເຊກອງ

ໂດຍ kaling
· 22 ຊົ່ວໂມງ ກ່ອນອ່ານ 3 ນາທີ16 ຄັ້ງ
ຄະນະກວດກາສູນກາງພັກ ລົງປະເມີນວຽກງານກົງຈັກການຈັດຕັ້ງ ແລະ ຕຳແໜ່ງງານ ຢູ່ເຊກອງ
ADadvertisement
ADadvertisement
ADadvertisement

ໃນຕົ້ນເດືອນ ຕຸລາ 2026 ກົມຈັດຕັ້ງ-ພະນັກງານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ນໍາພາໂດຍ ສະຫາຍ ນາງ ເກດມະນີ ຈຸນລະມະນີ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພ້ອມດ້ວຍທິມງານ ໄດ້ລົງຕິດຕາມ, ຊຸກຍູ້ ວຽກປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາຕ່າງໆ ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ການກໍານົດຕໍາແໜ່ງງານ ທີ່ຄະນະກວດກາພັກ, ອົງການກວດກາລັດ ແລະ ອົງການຕ້ານການສໍ້ລາດບັງຫຼວງແຂວງເຊກອງ ໃຫ້ກຽດຕ້ອນຮັບໂດຍ ສະຫາຍ ປອ ສາກົນ ພອນປະເສີດ ກໍາມະການປະຈໍາພັກເເຂວງ, ປະທານຄະນະກວດກາພັກ, ປະທານອົງການກວດກາລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງເຊກອງ, ມີບັນດາສະຫາຍຮອງຫົວໜ້າຄະນະຈັດຕັ້ງແຂວງ, ຮອງປະທານຄະນະກວດກາພັກ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນຄະນະກວດກາແຂວງເຊກອງ ເຂົ້າຮ່ວມທັງໝົດ: 18 ສະຫາຍ, ຍິງ 6 ສະຫາຍ.

ຄະນະກວດກາສູນກາງພັກ ລົງປະເມີນວຽກງານກົງຈັກການຈັດຕັ້ງ ແລະ ຕຳແໜ່ງງານ ຢູ່ເຊກອງ

ໃນໂອກາດນີ້ ສະຫາຍ ຊົມສະຫວັນ ຊຸມພົນພັກດີ ຮອງປະທານ ຄະນະກວດກາພັກ, ອົງການກວດກາລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງແຂວງເຊກອງ ໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດນິຕິກໍາຕ່າງໆ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ການກໍານົດຕໍາແໜ່ງງານ ພາຍໃນຄະນະກວດກາພັກ, ອົງການກວດກາລັດເເຂວງເຊກອງ ລວມທັງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ. ຈາກນັ້ນ, ຜູ້ເຂົ້າຮ່ວມຈາກສູນກາງ ແລະ ແຂວງ ໄດ້ຮ່ວມກັນແລກປ່ຽນຄຳຄິດເຫັນ, ບົດຮຽນ ແລະ ປະສົບການ ກ່ຽວກັບການຈັດຕັ້ງປະຕິບັດນິຕິກໍາຕ່າງໆ ໂດຍສຸມໃສ່ບັນດາວຽກງານສຳຄັນທີ່ຕ້ອງສືບຕໍ່ປັບປຸງ, ແກ້ໄຂ ແລະ ຍົກສູງປະສິດທິພາບໃນການເຄື່ອນໄຫວຈັດຕັ້ງປະຕິບັດນິຕິກໍາຕ່າງໆ ກ່ຽວກັບວຽກງານປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ການກໍານົດຕໍາແໜ່ງງານ ຂອງຄະນະກວດກາພັກ, ອົງການກວດກາລັດພາຍໃນແຂວງເຊກອງ ເປັນຕົ້ນ: ຄຳແນະນຳ ເລກທີ 379/ຄກສພ ລົງວັນທີ 7 ພະຈິກ 2023, ຂໍ້ຕົກລົງເລກທີ 391/ອກຫລ ລົງວັນທີ 7 ພະຈິກ 2023, ຂໍ້ຕົກລົງເລກທີ 392/ອກຫລ ລົງວັນທີ 7 ພະຈິກ 2023, ຄຳແນະນຳເລກທີ 504/ຄກສພ ລົງວັນທີ 15 ພະຈິກ 2024, ແຈ້ງການແນະນຳ ເລກທີ 47/ຄກສພ ລົງວັນທີ 14 ກຸມພາ 2025 ແລະ ແຈ້ງການແນະນຳ ເລກທີ 155/ຄກສພ ລົງວັນທີ 23 ເມສາ 2025 ແລະ ນິຕິກໍາອື່ນໆ ກ່ຽວກັບວຽກງານກວດກາ. ຈາກນັ້ນ, ທີມງານຈາກສູນກາງ ໄດ້ແນະນຳ ແລະ ນຳພາປັບປຸງພາລະບົດບາດ ຂອງຄະນະກວດກາພັກແຂວງ, ພາລະບົດບາດ ຂອງອົງການກວດກາລັດແຂວງ ແລະ ນຳພາການຂຽນຕຳແໜ່ງງານ ຂອງປະທານ, ຮອງປະທານ ແລະ ບັນດາຂະແໜງການທີ່ຂຶ້ນກັບ. ເພື່ອເປັນບ່ອນອີງ ແລະ ມີຄວາມສະດວກ, ສອດຄອງກັບນິຕິກໍາ ແລະ ສະພາບການເຄື່ອນໄຫວວຽກງານຕົວຈິງພາຍໃນຄະນະກວດກາແຂວງເຊກອງ.

ຄະນະກວດກາສູນກາງພັກ ລົງປະເມີນວຽກງານກົງຈັກການຈັດຕັ້ງ ແລະ ຕຳແໜ່ງງານ ຢູ່ເຊກອງ · ຮູບທີ 2

ການລົງເຄື່ອນໄຫວຄັ້ງນີ້ ເປັນໂອກາດສຳຄັນໃຫ້ແກ່ໜ່ວຍງານຈາກຄະນະກວດກາສູນກາງ ໃນການກຳແໜ້ນສະພາບການເຄື່ອນໄຫວຕົວຈິງ, ການຕີລາຄາປະເມີນຄືນບັນດານິຕິກໍາຕ່າງໆ ກ່ຽວກັບການປັບປຸງກົງຈັກການຈັກຕັ້ງ, ພາລະບົດບາດ ແລະ ການນໍານົດຕໍາແໜ່ງງານ ໂດຍສະເພາະມີການແລກປ່ຽນບົດຮຽນຈາກພຶດຕິກໍາຕົວຈິງ ແລະ ພ້ອມກັນຊອກຫາແນວທາງແກ້ໄຂບັນດາຂໍ້ຫຍຸ້ງຍາກ ເພື່ອນໍາເອົາຂໍ້ມູນດັ່ງກ່າວນີ້ໄປປັບປຸງນິຕິກໍາຕ່າງໆ ໃຫ້ມີຄວາມຖືກຕ້ອງ ຕາມລະບຽບ, ກົດໝາຍວາງອອກ ແລະ ຖືກກັບສະພາບຄວາມເປັນຈິງນັບແຕ່ສູນກາງລົງຮອດທ້ອງຖິ່ນ.

ຄະນະກວດກາສູນກາງພັກ ລົງປະເມີນວຽກງານກົງຈັກການຈັດຕັ້ງ ແລະ ຕຳແໜ່ງງານ ຢູ່ເຊກອງ · ຮູບທີ 3

ທີ່ມາ: ວາລະສານກວດກາ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່