ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 09:48ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈີນ ມີຄວາມກັງວົນ ເອີຣົບ ເກັບຄ່າທຳນຽມສິນຄ້ານຳເຂົ້າ ດ້ວຍມູນຄ່າຕໍ່າ ເພີ່ມ 2 ເອີໂຣ

ໂດຍ Mahaxanອັບເດດ
· 23 ຊົ່ວໂມງ ກ່ອນອ່ານ 1 ນາທີ5 ຄັ້ງ
ຈີນ ມີຄວາມກັງວົນ ເອີຣົບ ເກັບຄ່າທຳນຽມສິນຄ້ານຳເຂົ້າ ດ້ວຍມູນຄ່າຕໍ່າ ເພີ່ມ 2 ເອີໂຣ
ADadvertisement
ADadvertisement
ADadvertisement
ຈີນ ມີຄວາມກັງວົນ ເອີຣົບ ເກັບຄ່າທຳນຽມສິນຄ້ານຳເຂົ້າ ດ້ວຍມູນຄ່າຕໍ່າ ເພີ່ມ 2 ເອີໂຣ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານນາງ ຫວາງຫລີງ ໂຄສົກ ກະຊວງ ການຄ້າ ຂອງ ຈີນ ເປີດເຜີຍວ່າ: ຈີນ ມີຄວາມກັງວົນຫລາຍ ຕໍ່ລະບຽບການໃໝ່ ຂອງ ສະຫະພາບ ເອີຣົບ (EU) ທີ່ ກຳນົດເກັບຄ່າທຳນຽມ ການຈັດການພັດສະດຸ ເພີ່ມອີກ 2 ເອີໂຣ ສຳລັບ ສິນຄ້ານຳເຂົ້າ ທີ່ມີ ມູນຄ່າຕ່ຳ ນັບຕັ້ງແຕ່ ວັນທີ 1 ພະຈິກ ເປັນຕົ້ນມາ ຫລັງຈາກ ທີ່ມີການ ເກັບອາກອນພາສີ 3 ເອີໂຣ ເຊິ່ງໄດ້ເລີ່ມ ມີຜົນ ບັງຄັບໃຊ້ໄປແລ້ວ ເມື່ອເດືອນກໍລະກົດ ທີ່ຜ່ານມາ.

ໂດຍສະເພາະ ທຸລະກິດອີຄອມເມີຣ ຂ້າມຊາຍແດນ ເປັນຮູບແບບ ແລະ ແນວທາງ ທຸລະກິດໃໝ່ ຂອງ ການຄ້າລະຫວ່າງ ປະເທດ ເພື່ອຊ່ວຍໃຫ້ ຜູ້ປະກອບການ ແລະ ຜູ້ບໍລິໂພກ ທົ່ວໂລກ ມີທາງເລືອກ ດ້ວຍຫລາກຫລາຍຂຶ້ນ ພ້ອມກັນນັ້ນ ຍັງຄາດວ່າ ສະຫະພາບ ເອີຣົບ ຈະປະເມີນ ຜົນກະທົບ ຈາກ ນະໂຍບາຍທີ່ກ່ຽວຂ້ອງ ຢ່າງຮອບດ້ານ ແລະ ການສ້າງເງື່ອນໄຂ ເພື່ອເອື້ອອຳນວຍ ຕໍ່ການຮ່ວມມື ລະຫວ່າງ ຈີນ ກັບ ສະຫະພາບ ເອີຣົບ ໃນດ້ານອີຄອມເມີຣ ແລະ ສາຂາອື່ນໆ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່