ວັນພຸດ ທີ 11 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ

ໂດຍ Mahaxan
· 21 ຊົ່ວໂມງ ກ່ອນອ່ານ 2 ນາທີ2 ຄັ້ງ
ຫາລືການນຳໃຊ້ກົດໝາຍ ແລະ ແກ້ໄຂຄຳຮ້ອງຂໍຄວາມເປັນທຳ
ADadvertisement
ADadvertisement
ADadvertisement

ໂດຍການເປັນປະທານຮ່ວມຂອງ ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ຄໍາພັນ ພົມມະທັດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຍຸຕິທໍາ, ມີ ທ່ານນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການກົດໝາຍ ແລະ ຍຸຕິທໍາ, ທ່ານ ບົວຄົງ ນາມມະວົງ ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂ້ັນສູນກາງ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານການພັກແຂວງຈຳປາສັກ ພ້ອມດ້ວຍຄະນະຄຸ້ມຄອງໄພພິບັດຂັ້ນສູນກາງ, ຂັ້ນແຂວງພາກກາງ- ພາກໃຕ້ເຂົ້າຮ່ວມ.

ໃນກອງປະຊຸມຄະນະຜູ້ແທນ ໄດ້ຮັບຟັງການລາຍງານສະພາບໄພພິບັດ, ແຜນກຽມພ້ອມຕອບໂຕ້ໄພພິບັດ ແລະ ທ່າແຮງໃນການກຽມພ້ອມຮັບມືກັບໄພພິບັດ ຂອງຄະນະກຳມະການຄຸ້ມຄອງໄພພິບັດຂ້ັນສູນກາງ, ຂັ້ນແຂວງ, ລາຍງານຮ່າງແນວຄວາມຄິດສ້າງສູນກຽມພ້ອມຕອບໂຕ້ໄພພິບັດປະຈໍາຢູ່ 3 ພາກ ຂອງປະເທດລາວ ໂດຍສະເພາະຢູ່ພາກໃຕ້ ທີ່ແຂວງຈຳປາສັກ, ລາຍງານຫຍໍ້ສະພາບໄພພິບັດທີ່ເກີດຂຶ້ນ, ການແກ້ໄຂ ແລະ ແຜນຮັບມືກັບສະພາບແຫ້ງແລ້ງ ຢູ່ແຂວງ ຈຳປາສັກ, ຮັບຟັງລາຍງານຈາກ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ກ່ຽວກັບແຜນກຽມພ້ອມຮັບມືກັບສະພາບແຫ້ງແລ້ງ, ການກຽມຄວາມພ້ອມທາງດ້ານກໍາລັງພົນ, ພາຫະນະ, ອຸປະກອນຈາກກະຊວງປ້ອງກັນປະເທດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ພ້ອມທັງແລກປ່ຽນບົດຮຽນວຽກງານຄຸ້ມຄອງໄພພິບັດບັນດາ ແຂວງພາກກາງ-ພາກໃຕ້ ກ່ຽວກັບແຜນການກຽມພ້ອມຮັບມືກັບສະພາບໄພພິບັດແຫ້ງແລ້ງແອວນິນໂຢ ແລະ ຮັບມືກັບສະພາບໃນໄລຍະລະດູຝົນຕໍ່ໜ້າຕື່ມອີກ.

ໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງຕິດຕາມພື້ນທີ່ຄວາມສ່ຽງຈາກສະພາບນໍ້າຖ້ວມໃນລະດູຝົນ ຢູ່ຈຸດປາກຫວ້ຍຂອງບ້ານຫວຍປູນ ແລະ ປາກຫ້ວຍ ຂອງບ້ານແກ ນະຄອນປາກເຊ ແຂວງຈໍາປາສັກ ຊຶ່ງ 2 ຈຸດ ຂອງ 2 ບ້ານ ແມ່ນມີສະພາບນໍ້າຖ້ວມໃນລະດູຝົນຂອງແຕ່ລະປີຜ່ານມາ ເນື່ອງຈາກເປັນພື້ນທີ່ຕໍ່າ, ການກໍ່ສ້າງຄູກັນນໍ້າຖ້ວມ (ກັນຕາຝັ່ງເຈື່ອນ) ທັງຢູ່ບ້ານ ຫ້ວຍປູນ ແລະ ບ້ານແກ ແມ່ນບໍ່ທັນສຳເລັດ ແລະ ໄດ້ມາດຕະຖານ. ການລົງຕິດຕາມຄັ້ງນີ້, ກໍເພື່ອກວດກາເບີ່ງສະພາບຕົວຈິງຂອງພື້ນທີ່, ຊຸກຍູ້, ຊີ້ນໍາເຮັດໃຫ້ໃຫ້ການກໍ່ສ້າງຄູກັນນໍ້າຖ້ວມ (ກັນຕາຝັ່ງເຈື່ອນ) ທັງ 2 ບ້ານດຳເນີນໄປຢ່າງມີປະສິດທິພາບ, ປະສິດທິຜົນສໍາເລັດທັນຕາມກຳນົດເວລາ ແລະ ສາມາດປ້ອງກັນໄດ້ຈາກໄພພິບັດນໍ້າຖ້ວມ, ນໍ້າຊຸຸໃນລະດູຝົນທີ່ອາດຈະເກີດຂຶ້ນ ໃນປີ 2027 ທີ່ຈະມາເຖິິງ.

ຂ່າວ: ເກດສະໜາ, ພາບ: ຈັນທະວີສັກ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 11 ພະຈິກ 2026 · ຂຶ້ນ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່